ເມືອງຄອບ ເສດຖະກິດຂະຫຍາຍຕົວໃນລະດັບ 10,04%

 ໂດຍປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງເມືອງຄອບ ແຂວງໄຊຍະບູລີ ແມ່ນໄດ້ກໍານົດຈຸດໝາຍລວມຂອງການພັດທະນາຕາມວິໄສທັດສ້າງເມືອງຄອບໃຫ້ເປັນເມືອງຜະລິດກະສິກຳທີ່ຍືນຍົງ, ສົ່ງເສີມຫັດຖະກໍາ-ອຸດສາ ຫະກໍາປຸງແຕ່ງເປັນສິນຄ້າໄປພ້ອມກັບການພັດທະນາການບໍລິການ ແລະ ການທ່ອງທ່ຽວ, ການນໍາທຸກພາກສ່ວນຂອງເມືອງແມ່ນໄດ້ເອົາໃຈໃສ່ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ, ຊຶ່ງສະແດງອອກໃນ ປີ 2019 ນີ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງຢູ່ໃນລະດັບ 10,04%, ລວມຜະລິດຕະພັນພາຍໃນບັນລຸ 332,75 ຕື້ກີບ, ທຽບໃສ່ ແຜນ 5 ປີ ປະຕິບັດໃຫ້ໄດ້ 92,43%, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 15,72 ລ້ານກີບ ຫຼື ເທົ່າກັບ 1.966 ໂດລາ.

ສະໜັບສະໜຸນໂດຍ: HONDA

 ທ່ານ ສົມນຶກ ສິງຄໍາ ຮອງເລ ຂາພັກເມືອງ-ເມືອງຄອບ ໄດ້ໃຫ້ຮູ່ວ່າ: ປີ 2019 ນີ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 10,04%, ລວມຍອດຜະລິດຕະ ພັນພາຍໃນບັນລຸ 332,75 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 15,72 ລ້ານ ກີບ ຫຼື ເທົ່າກັບ 1.966 ໂດລາ, ໂຄງປະກອບເສດຖະກິດໄດ້ຫັນ ປ່ຽນໄປຕາມທິດທີ່ກຳນົດໄວ້ຄື: ກະສິກໍາຂະຫຍາຍຕົວ 7,5% ກວມເອົາ 33,5% ຂອງລວມຍອດລາຍຮັບ,ອຸດສາຫະກໍາຂະຫຍາຍຕົວ 39,4% ກວມເອົາ 34,01%, ການບໍລິ ການຂະຫຍາຍຕົວ 6,4% ກວມເອົາ 32,44%, ເກັບລາຍຮັບພາຍໃນເຂົ້າງົບປະມານໄດ້ທັງໝົດ 15,94 ຕື້ກີບ, ຮັບດຸ່ນດ່ຽງຈາກ ແຂວງ 32,5 ຕື້ກີບ, ປະຕິບັດລາຍຈ່າຍ 48,46 ຕື້ກີບ, ການສົ່ງອອກສິນຄ້າໄດ້ທັງໝົດ 27,24 ລ້ານ ໂດລາ, ນໍາເຂົ້າສິນຄ້າຈາກຕ່າງປະເທດ 14,84 ລ້ານໂດລາ, ທົ່ວ ເມືອງມີກໍາລັງແຮງງານທັງໝົດ 13.854 ຄົນ, ຍິງ 6.881 ຄົນ ໃນນີ້ຂົງເຂດກະສິກຳ 97,5%, ອຸດສາຫະກຳ 1,4%  ແລະບໍລິການ 1,1%, ສາມາດຜະລິດເຂົ້າໄດ້ 9.818 ໂຕນ, ທຽບໃສ່ແຜນການແມ່ນຫຼຸດຄາດໝາຍ 4.713 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 442 ກິ ໂລຕໍ່ຄົນຕໍ່ປີ.

  ນອກນີ້ຍັງໄດ້ສົ່ງເສີມການປູກພືດເປັນສິນຄ້າເຊັ່ນ: ໝາກເດືອຍໄດ້ 8.568 ໂຕນ ເທົ່າກັບ 93,13% ຂອງແຜນການ, ສາລີແຂງ 13.138 ໂຕນ ເທົ່າກັບ 53, 24% ຂອງແຜນການ, ທົ່ວເມືອງມີຫົວໜ່ວຍວິສາຫະກິດ 391 ຫົວໜ່ວຍໃນນີ້ຂະແໜງການຄ້າ 173 ຫົວໜ່ວຍ, ຂະແໜງບໍລິການ 186 ຫົວໜ່ວຍ ແລະຂະແໜງອຸດສາຫະກຳ 32 ຫົວໜ່ວຍ, ສົ່ງເສີມຫັດຖະກໍາ ຕໍ່າຫູກໄດ້ 3 ກຸ່ມ, ຜະລິດ ແລະຈໍາໜ່າຍໄດ້ 179.520 ຜືນ, ອັດຕາການຊົມໃຊ້ໄຟຟ້າຖາວອນກວມ 100%, ມີຄອບຄົວທີ່ຊົມໃຊ້ໄຟຟ້າກວມ 99,54% ຂອງຈຳນວນຄອບຄົວທັງໝົດ, ພື້ນຖານໂຄງລ່າງດ້ານຄົມມະນາຄົມໄດ້ຮັບການປັບປຸງ ແລະກໍ່ສ້າງຍົກລະດັບດີຂຶ້ນ.

 ການພັດທະນະແບບຍືນຍົງຂອງວຽກງານສຶກສາ ແລະສາທາລະນະສຸກສ່ວນໃຫຍ່ໄດ້ປະຕິບັດບັນລຸຕາມຄາດໝາຍ, ສາມາດປະກາດເປັນເມືອງຈົບຊັ້ນມັດທະະຍົມຕອນຕົ້ນບຳລຸງ, ຮັບຮອງເປັນບ້ານສາທາລະນະສຸກແບບຢ່າງ 25 ບ້ານ ເທົ່າກັບ 89,28%, ຮັບຮອງບ້ານແຮງງານ ແລະສະຫວັດດີການສັງຄົມ 2 ບ້ານ ເທົ່າກັບ 7,14 %, ສ້າງບ້ານວັດທະນະທຳ ໄດ້ 23 ບ້ານ, ເທົ່າກັບ 82,14%, ສ້າງບ້ານພັດທະນາ 16 ບ້ານ ເທົ່າກັບ 57%, ສ້າງບ້ານສາມັກຄີປອງດອງໄດ້ 20 ບ້ານ ເທົ່າກັບ 71%, ສ້າງບ້ານໜັກແໜ້ນເຂັ້ມແຂງ 18 ບ້ານ ເທົ່າກັບ 64,28% ແລະ ສິ່ງສໍາຄັນໄດ້ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມດໍາລັດ 309 ຂອງລັດຖະ ບານຍັງເຫຼືອ 30 ຄອບຄົວ ເທົ່າກັບ 0,71%.

------------------

ໜັງສືພີມເສດຖະກິດ-ສັງຄົມ