ຄະນະທີມງານສື່ມວນຊົນສອງປະເທດລາວ-ຈີນ ພາຍໃຕ້ຫົວຂໍ້ “ມີເຈົ້າ ແລະຂອ້ຍ” ໃນໜຶ່ງແລວໜຶ່ງເສັ້ນທາງໄດ້ລົງເຄື່ອນໄຫວສຳພາດ ທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງໆຫຼວງນໍ້າທາ ຫົວໜ້າຄະນະໄກ່ເກ່ຍຜົນກະທົບ-ເບີກ ຈ່າຍຄ່າຊົດເຊີຍໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນໄລຍະຜ່ານມາຢູ່ແຂວງຫຼວງນໍ້າທາເມື່ອວັນທີ 29 ມີນານີ້,
ວັນທີ 1 ເມສາ 2019 ທ່ານ ນາງ ວິກຕໍເຣຍ ກວັກວາ ຮອງປະທານທະນາຄານໂລກປະຈຳພາກພື້ນອາຊີຕາເວັກອອກ ແລະ ປາຊີຟິກ ໄດ້ສິ້ນສຸດການຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການໃນຊ່ວງໄລຍະຢ້ຽມຢາມ ແຕ່ວັນທີ 27 ມີນາ ຫາ1 ເມສາ ເພິ່ນໄດ້ຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານພັດທະນາທີ່ ສປປ ລາວ ຍາດມາ ໄດ້ໃນໜຶ່ງທົດສະວັດທີ່ຜ່ານມາ, ແລະໄດ້ເນັ້ນຢ້ຳເຖິງຄວາມສຳຄັນ ຂອງການສະໜັບສະໜູນຮູບແບບ ການເຕີບໂຕທາງດ້ານເສດຖະກິດແບບທົ່ວເຖິງ ແລະຍືນຍົງໃຫ້ຫຼາຍຂຶ້ນໃນອະນາຄົດ.
ເນື່ອງດ້ວຍຫຼາຍປັດໄຈທີ່ເຮັດໃຫ້ການເກັບຄ່າທຳນຽມທາງປະຈຳປີ 2019 ຂອງກະຊວງການເງິນສາມາດບໍ່ບັນລຸຕາມແຜນການທີ່ວາງໄວ້ໃນເບື້ອງຕົ້ນສະນັ້ນກະຊວງການເງິນຈຶ່ງອອກແຈ້ງການສະບັບເລກທີ 0975/ກງ, ລົງວັນທີ 1 ເມສາ 2019 ໂດຍເລື່ອນໄລຍະເວລາປົກກະຕິຂອງການຊຳລະຄ່າທຳນຽມທາງຈະສີ້ນສຸດໃນວັນທີ 31 ມີນາ ໄປເປັນວັນທີ 30 ມິຖຸນາ 2019 ແທນ.
ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະຕ່າງປະເທດຢູ່ພາຍໃນ ແຂວງອຸດົມໄຊ ໃນໄລຍະ 1 ປີຜ່ານມາເຫັນວ່າມີຜົນສຳເລັດໃນລະດັບໜຶ່ງ, ດັ່ງນັ້ນຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງຈຶ່ງໄດ້ວາງທິດທາງແຜນການເຄື່ອນໄຫວຈັດຕັ້ງປະຕິບັດໃນປີ 2019 ໂດຍກຳນົດຄາດຫມາຍສູ້ຊົນໃນແຕ່ລະວຽກງານຢ່າງລະອຽດ.
ເພື່ອກ້າວສູ່ລະບົບຄຸ້ມຄອງການເງິນແຫ່ງລັດທີ່ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະຍຸດຕິທໍາ, ລັດຖະບານລາວໄດ້ກໍານົດ 6 ແຜນງານເຂົ້າໃນແຜນປະຕິຮູບຂອງຂະແໜງການເງິນບາດກ້າວທີ 1 (2018-2020) ຂອງໄລຍະທີ II ໂດຍເລັ່ງໃສ່ການປັບປຸງນະໂຍບາຍການເງິນ, ການສ້າງ ແລະ ປັບປຸງນິຕິກໍາຂະແໜງການເງິນ,ການປະຕິຮູບລະບົບການຄຸ້ມຄອງລາຍຮັບ,ການປະຕິຮູບລະບົບການຄຸ້ມຄອງລາຍຈ່າຍ,ການພັດທະນາຂະແໜງການເງິນເປັນທັນສະໄໝ ແລະການຄຸ້ມຄອງ ແລະພັດທະນາການຈັດຕັ້ງ-ບຸກຄະລາກອນ.
ຍຸດທະສາດການພັດທະນາວຽກງານການເງິນຮອດປີ 2025, ລັດຖະບານລາວໄດ້ກໍານົດເອົາການພັດທະນາຂະແໜງການເງິນເປັນທັນສະໄໝທຽບທັນພາກພື້ນ ແລະສາກົນໂດຍເລັງໃສ່ການຫັນກົນໄກການຄຸ້ມຄອງ, ການພັດທະນາລະບົບ, ການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງເປັນຕົ້ນ.
ສຳມະນາວຽກງານນະໂຍບາຍສົ່ງເສີມການລົງທຶນ ແລະ ເຜີຍແຜ່ບາງນິຕິກຳລຸ່ມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງປີ 2016 ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ ມີຫົວໜ້າຮອງຫົວໜ້າພະແນກການ, ຮອງເຈົ້າເມືອງ 11 ເມືອງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2018 ແລະທິດທາງແຜນການປີ 2019 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຫົວໜ້າພະແນກການເງິນແຂວງ, ມີການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາເມືອງ, ນະຄອນປາກເຊ, ການນໍາຫ້ອງການການເງິນ 9 ເມືອງ 1 ນະຄອນ ແລະພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ແຂວງສະຫວັນນະເຂດເປີດຂະບວນການເສຍຄ່າທຳນຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານປະຈຳປີ 2019 ຕັ້ງເປົ້າການເສຍພາສີທີ່ດິນໃຫ້ໄດ້ 18 ຕື້ກວ່າກີບ ແລະຄ່າທຳນຽມທາງໃຫ້ໄດ້ 6 ຕື້ກີບ ຫວັງຊຸກຍູ້ການເກັບລາຍຮັບເຂົ້າງົບປະມານຂອງແຂວງໃນປີນີ້ໃຫ້ບັນລຸໄດ້ຕາມຕົວແຜນການທີ່ວາງໄວ້.
ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດ, ການປົກປັກຮັກສາ ແລະສ້າງສາພັດທະນາແຂວງບໍລິຄຳໄຊ ທີ່ອົງຄະນະພັກແຂວງແຕ່ລະສະໄໝຍາດມາໄດ້ນັ້ນ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງ ແຂວງຄົບຮອບ 35 ປີວ່າ: ຄະນະພັກ-ອົງການປົກຄອງ ແຂວງບໍລິຄຳໄຊ ໃນແຕ່ລະຊຸດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ຈົນເຖິງກອງປະຊຸມໃຫຍ່ ຄັ້ງທີ VI ໃນປະຈຸບັນກໍໄດ້ຕັ້ງໜ້າຊີ້ນໍາ-ນໍາພາໃນທຸກຂົງເຂດວຽກງານໃນທົ່ວແຂວງເຮັດໃຫ້ມີຜົນສໍາເລັດໃນຫຼາຍດ້ານ.