ໂຄງການຍ່ອຍ ທລຍ ເມືອງຕະໂອ້ຍ ຄືບໜ້າ 60% ຄາດສຳເລັດເດືອນນີ້

  ວັນທີ 30 ພຶດສະພາຜ່ານມາຢູ່ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງຕະໂອ້ຍໄດ້ຈັດກອງປະຊຸມທົບທວນ ແລະຕີລາຄາການຈັດຕັ້ງປະຕິບັດໂຄງ ການຍ່ອຍຂອງ ທລຍ ໃນຮອບ ວຽນທີ 16 ໃນແຕ່ລະກຸ່ມບ້ານ, ບ້ານທີ່ໄດ້ຮັບໂຄງການ.

ເຂື່ອນຫ້ວຍເຫາະ ໂຄງການເອກະຊົນໃຫຍ່ອັນດັບ 2 ໃນລາວ

  ທ່ານ ສີຈັນ ຍາບັນດິດ ຜູ້ອໍານວຍການບໍລິສັດ ແລະຫົວໜ້າເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງອັດຕະປືວ່າ: ໂຄງການເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະແມ່ນເປັນໂຄງການຂອງບໍລິສັດເອກະຊົນອັນດັບທີ 2 ຢູ່ ສປປ ລາວ ມີທີ່ຕັ້ງຢູ່ສາຍພູຫຼວງກວມເອົາ 2 ແຂວງ

ເມືອງແກ່ນທ້າວ ສະຫຼຸບວຽກກອງທຶນປະກັນສຸຂະພາບ

ເມື່ອບໍ່ດົນມານີ້ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແຫ່ງຊາດປະຈໍາໄຕມາດ I ໂດຍເຂົ້າຮ່ວມຂອງ ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວ, ປະທານຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ,

ສຳເລັດກວດກາໂຄງການສ້າງອ່າງເກັບນ້ຳຫ້ວຍຫີນຫ້ອມ

  ຫວ່າງບໍ່ດົນທີ່ຜ່ານມາ, ເຈົ້າຂອງໂຄງການ ແລະບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມບ້ານຄໍາຊັນ ເມືອງໄຊພູທອງ ແຂວງສະຫວັນເຂດ ຊຶ່ງນຳໂດຍ ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງໄຊພູທອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ທັງເປັນຄະນະກໍາມະການຄຸ້ມຄອງສົງເສີມການລົງທຶນຂັ້ນເມືອງມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.

ທະນາຄານສາຂາຜົ້ງສາລີຕັ້ງເປົ້າລະດົມເງິນຝາກ ສ້າງຄວາມເຂັ້ນແຂງ

 ທະນາຄານທຸລະກິດສາຂາ ແຂວງຜົ້ງສາລີ ໄດ້ກໍານົດເປົ້າໝາຍການລະລົມເງິນຝາກໃນປີນີ້ໃຫ້ໄດ້ໃຫ້ໄດ້ 540,70 ຕື້ກີບ ແລະການປ່ອຍສິນເຊື່ອ 399,26 ຕື້ກີບ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບທະນາຄານ ແລະ ຄວາມໄວ້ວາງໃຈໃຫ້ແກ່ລູກຄ້າແນໃສ່ສະໜອງສິນເຊື່ອເພື່ອການພັດທະນາ ແລະ ສາມາດເຂົ້າເຖິງປະຊາຊົນ.

ສະຫວັນນະເຂດ ເຜີຍແຜ່ການຄຸ້ມຄອງການປຸກສ້າງພາຍໃນຕົວເມືອງ

    ການປຸກສ້າງອາຄານຕ່າງໆ ພາຍໃນແຂວງສະຫວັນນະເຂດບໍ່ສາມາດປະຕິບັດໄດ້ຕາມໃຈຕ້ອງໄດ້ດຳເນີນໄປຕາມລະບຽບຫຼັກການຢ່າງເຄັ່ງຄັດພາຍຫຼັງທີ່ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຂ້ໍຕົກລົງວ່າດ້ວຍການຄຸ້ມຄອງການປຸກສ້າງພາຍໃນແຂວງທັງນີ້້ກໍເພື່ອແນໃສ່ເຮັດໃຫ້ການກໍ່ສ້າງຕ່າງໆພາຍໃນຕົວເມືອງຂອງແຂວງມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະຖືກຕ້ອງສອດຄ່ອງກັບລະບຽບການທີ່ວາງໄວ້.

ປະດັບຫຼຽນໄຊແຮງງານ ໃຫ້ພະນັກງານການນຳ ກວຕ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີປະດັບຫຼຽນໄຊແຮງງານໃຫ້ພະນັກງານການນຳຂອງກະຊວງດັ່ງກ່າວເມື່ອ ວັນທີ 16 ພຶດສະພາຜ່ານມາທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ,

ສຳເລັດການສ້ອມແປງທາງດິນແດງ 2 ເສັ້ນຢູ່ເມືອງທ່າແຕງ

ວັນທີ 16 ພຶດສະພາ 2019 ທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງທ່າແຕງພ້ອມດ້ວຍຫ້ອງການກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະຜູ້ຕາງໜ້າບໍລິສັດຮັບເໝົາກ່ໍສ້າງໄດ້ລົງຕິດຕາມກວດກາຄວາມຄືບໜ້າໂຄງການສ້ອມແປງເສັ້ນທາງດິນແດງຢູ່ 2 ຈຸດຄື: ທາງແຍກເຂົ້າບ້ານກັນດອນຫາ ບ້ານປະໄລ່ຍາວ 3 ກິໂລແມັດ ແລະ ທາງເຂົ້າບ້ານຕຸ້ມຍໍຫາຈຸດເຊື່ອມຕໍ່ເຂົ້າເຂດການຜະລິດກະສິກໍາຂອງປະຊາຊົນຍາວ 5,6 ກິໂລ ແມັດ.

ໄຊທານີ ສືບຕໍ່ປະຕິບັດ 9 ແຜນວຽກກະຕຸ້ນເສດຖະກິດໃຫ້ບັນລຸ 10% ຕໍ່ປີ

   ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງເມືອງສືບຕໍ່ຂະຫຍາຍຕົວໃນລະດັບ 10% ຕໍ່ປີ ແລະໃນໄຕມາດສອງຂອງປີນີ້, ເມືອງໄຊທານີ ຈຶ່ງສຸມໃສ່ 9 ແຜນງານຕົ້ນຕໍແມ່ນແຜນການເກັບລາຍຮັບ, ການພັດທະນາຕົວເມືອງ,ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ,ການຫັນປ່ຽນຈາກການຜະລິດດ້ວຍມືໄປສູ່ການນຳໃຊ້ກົນຈັກ ແລະການສຸມໃສ່ການຜະລິດລະດູຝົນໃຫ້ໄດ້ຕາມລະດັບຄາດໝາຍ.

3 ເດືອນຄຳມ່ວນເກັບລາຍຮັບໄດ້ 152 ຕື້ກວ່າກີບ

 ໃນໄລຍະຜ່ານມາ ແຂວງຄຳມ່ວນໄດ້ເອົາໃຈໃສ່ຫຼາຍດ້ານໃນການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຊຶ່ງໃນປີນີ້ທົ່ວແຂວງໄດ້ຮັບມອບ ໝາຍໃຫ້ເກັບທັງໝົດ 707 ຕື້ກີບຜ່ານການຈັດເກັບຕົວຈິງໃນ 3 ເດືອນຕົ້ນປີສາມາດເກັບໄດ້ 152 ຕື້ກວ່າກີບ ເທົ່າກັບ 21,60%