ເພື່ອບັນລຸຄາດໝາຍລວມຂອງແຜນການປີທີ່ວາງໄວ້ນັ້ນ ແຂວງໄຊຍະບູລີ ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດບາງທິດທາງໜ້າທີ່ລວມເປັນຕົ້ນແມ່ນ: ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນໄດ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ສັງຄົມມີຄວາມປອດໄພທາງດ້ານຊີວິດ, ຊັບສິນ
ບ້ານຫຼັກ 32 ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານຫົວນໍ້າງາຕັ້ງຢູ່ຫ່າງຈາກເທສະບານເມືອງໄຊ ແຂວງອຸດົມໄຊ 32 ກິໂລແມັດ, ລວມມີ 466 ຫຼັງຄາເຮືອນ, ມີ 591 ຄອບ ຄົວ, ມີພົນລະເມືອງທັງໝົດ 2.859 ຄົນ, ຍິງ 1.405 ຄົນ, ປະກອບມີ 6 ຊົນເຜົ່າ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນການປູກ-ການລ້ຽງ ແລະການບໍລິການຄ້າ-ຂາຍ.
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໄດ້ຈັດພິທີສະເຫຼີມສະຫຼອງວັນຫັນເປັນທະນາຄານທຸລະກິດຄົບຮອບ 30 ປີ ໃນວັນທີ 1 ພະຈິກ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ,
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມທາງດ້ານວຽກງານໂທລະຄົມໃຫ້ມີຄຸນນະພາບຮັບປະກັນຄວາມວ່ອງໄວຊັດເຈນ ແລະມີປະລິມານຫຼາຍຂຶ້ນ,
ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະປ່າໄມ້ເມືອງທ່າແຕງ ແຂວງເຊກອງ ໄດ້ມີກອງປະຊຸມປຶກສາຫາລືວາງແຜນ, ສໍາຫຼວດ ແລະເກັບກໍາຂໍ້ມູນຮອບສຸດ ທ້າຍກ່ຽວກັບໂຄງການເຊື່ອມໂຍງການພັດທະນາຊົນນະບົດທີ່ມີສ່ວນຮ່ວມຂອງເຊມາອືນອຸນດົງ(KOICA) ຕິດພັນກັບການທ່ອງທ່ຽວທາງທໍາມະຊາດ,
ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃຕ້ຄໍາ ຂວັນທີ່ວ່າ: “ສ້າງເມືອງຊຽງຮ່ອນໃຫ້ເປັນເມືອງຜະລິດກະສິກຳສະອາດເປັນສິນຄ້າຕິດພັນກັບການປຸງແຕ່ງ ແລະສົ່ງເສີມຫັດຖະກຳທີ່ເປັນເອກະລັກຂອງທ້ອງຖິ່ນໄປພ້ອມກັບການບໍລິການການທ່ອງ ທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ”,
ໃນໄລຍະ 9 ເດືອນຂອງ ປີ 2019 ເມືອງທ່າແຕງ ແຂວງ ເຊກອງ ຈັດເກັບລາຍຮັບເຂົ້າງົບ ປະມານໄດ້ 2,9 ຕື້ກີບ ເທົ່າກັບ 75% ຂອງແຜນການປີ, ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາແມ່ນຫຼຸດລົງ.
ວັນທີ 18 ຕຸລາຜ່ານມາ ທີ່ສະໂມສອນຫ້ອງວ່າການເມືອງ ລະມາມໄດ້ຈັດກອງປະຊຸມສຳມະນາວິທະຍາສາດເພື່ອລະດົມແນວ ຄວາມຄິດໃສ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024) ໂດຍການ ເປັນປະທານຂອງທ່ານ ຂັນຕີ ສີ ລະວົງສາ ເຈົ້າເມືອງລະມາມເຂົ້າ ຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ
ໃນປີ 2019 ທົ່ວແຂວງໄຊຍະບູລີໄດ້ຮັບງົບປະມານການກໍ່ສ້າງພື້ນຖານໂຄງລ່າງທັງໝົດ 39,88 ຕື້ກີບ ແຫຼ່ງທຶນພາຍໃນປະຈຸບັນພວມປະກອບເອກະສານເບີກຈ່າຍໃນນັ້ນໂຄງການທີ່ລັດຖະບານມອບໃຫ້ແຂວງຈັດຕັ້ງປະຕິບັດບ້ວງປົກກະຕິມີມູນຄ່າ 30,8 ຕື້ກີບ 9 ເດືອນປະຕິບັດໄດ້ 22,8 ຕື້ກີບ
ການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງປາກລາຍ ແຂວງໄຊຍະບູລີ ໃນປີນີ້ຖືວ່າມີຄວາມຄືບໜ້າເທົ່າທີ່ຄວນຈາກຕົວເລກແຜນການປີທີ່ແຂວງມອບໃຫ້ 12,61 ຕື້ກີບ ມາຮອດປະຈຸບັນສາມາດປະຕິບັດໄດ້ 10,24 ຕື້ກີບເທົ່າກັບ 81,20% ຂອງແຜນການປີ ແລະຄາດຄະເນໝົດປີຈະບັນລຸໄດ້ຕາມແຜນການທີ່ແຂວງກໍານົດໃຫ້.