ສະມາຄົມນັກທຸລະກິດແມ່ຍິງ ຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ 2024

ກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ແລະ ພິທີມອບລາງວັນພິເສດຜູ້ປະກອບການແມ່ຍິງອາຊຽນ” ໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2024 ທີ່ໂຮງແຮມ​ແລນມາກ ນະຄອນຫລວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານດຣ. ນາງ ລີກວາງແອັງ ປະທານຜູ້ປະກອບການແມ່ຍິງອາຊຽນ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີທ່ານຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍນັກທຸລະກິດແມ່ຍິງອາຊຽນເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານກອງປະຊຸມ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນພາລະບົດບາດ ແລະໜ້າທີ່ຂອງສະມາຄົມນັກທຸລະກິດແມ່ຍິງລາວພວກເຮົາທີ່ຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການ ນໍາສະ ເໜີຜົນງານ ແລະ ກິດຈະກໍາສ່ວນໜຶ່ງຂອງຕົນ, ແລກປ່ຽນບົດຮຽນກັບນັກທຸລະກິດແມ່ຍິງທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມຄັ້ງນີ້, ເພື່ອກະກຽມຄວາມພ້ອມທີ່ຈະເປັນເຈົ້າພາບ ປະທານ ຜູ້ປະກອບການແມ່ຍິງອາຊຽນໃນປີ 2025. ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ 1) ແມ່ນເພື່ອຊຸກຍູ້ຜູ້ປະກອບການແມ່ຍິງອາຊຽນເວົ້າລວມໂດຍສະເພາະທຸລະກິດແມ່ຍິງລາວ, ເນັ້ນເຖິງການປະກອບສ່ວນຮ່ວມກັນຂອງຜູ້ປະກອບການຍິງໃນການຂະຫຍາຍເສດຖະກິດ ແລະ ພັດທະນາສັງຄົມ; 2) ເພື່ອອຳນວຍຄວາມສະດວກໃນການສ້າງເຄືອຂ່າຍເຮັດທຸລະກິດ, ສົ່ງເສີມການຮ່ວມມືລະຫວ່າງຜູ້ປະກອບການແມ່ຍິງ, ນັກລົງທຶນ, ຜູ້ວາງນະໂຍບາຍ ແລະພາກສ່ວນກ່ຽວຂ້ອງອື່ນໆ; 3) ເພື່ອຊົມເຊີຍຄວາມມານະພະຍາຍາມຂອງຜູ້ປະກອບການແມ່ຍິງອາຊຽນໃນການຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດໃຫ້ຍືນຍົງ, ສ້າງຄວາມເຂັ້ມແຂງຂອງບັນດາປະເທດອາຊຽນ ແລະການເຊື່ອມໂຍງເສດຖະກິດໃນພາກພື້ນ; 4) ເພື່ອຮັບຮູ້ ແລະຢັ້ງຢືນເຖິງຜົນສຳເລັດອັນສົມກຽດ ແກ່ຜູ້ປະກອບການແມ່ຍິງທີ່ດີເດັ່ນລະດັບອາຊຽນ (The best Entrepreneurs & The best Entrepreneurs in the Start up Award) ປີ 2024; 5) ເພື່ອສັງລວມສິນຄ້າຂອງສະມາຊິກ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ຜູ້ສະຫນັບສະຫນູນຫລັກມາວາງສະແດງ ເພື່ອເພີ່ມສີສັນຕ່າງໆ, ຕອບສະໜອງ ໃຫ້ແກ່ການຂະຫຍາຍເຄືອຂ່າຍຂອງຜູ້ປະກອບການ ແມ່ຍິງ ຂອບເຂດອາຊຽນ ແລະພາກສ່ວນກ່ຽວຂ້ອງ ກອງປະຊຸມຄັ້ງນີ້, ເຊິ່ງເປັນຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ພວກເຮົາຜູ້ຈັດກອງປະຊຸມ ແລະ ຜູ້ສະໜັບສະໜູນ ຄັ້ງນີ້ຢ່າງແທ້ຈິງ.
ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວຕື່ມວ່າ : ກອງປະຊຸມຄັ້ງນີ້ ຍັງເປັນສ່ວນໜຶ່ງທີ່ຢັ້ງຢືນຕໍ່ສາກົນວ່າ ພັກ ແລະ ລັດຖະບານລາວເຮົາເວົ້າລວມ, ເວົ້າສະເພາະແມ່ນສະມາຄົມນັກທຸລະກິດແມ່ຍິງລາວພວກເຮົາ ມີຄວາມພ້ອມ ແລະ ພູມໃຈກະກຽມເປັນເຈົ້າພາບໃນການຈັດກອງປະຊຸມລະດັບອາຊຽນ ແລະກອງປະຊຸມອື່ນໆ ທີ່ກ່ຽວກັບເສດຖະກິດ, ເປັນກອງປະຊູມໜຶ່ງທີ່ຜັນຂະຫຍາຍເນື້ອໃນແຜນການ ຂອງກອງປະຊຸມ ສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ III ທີ່ສູນກາງສະຫະພັນແມ່ຍິງລາວ ເປັນເຈົ້າພາບຈັດຂຶ້ນໃນ ວັນທີ 23 ສິງຫາ 2024 ທີ່ຜ່ານມາ ພາຍໃຕ້ຫົວຂໍ້: “ສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນຫຼັງປີ 2025” ແນໃສ່ສືບຕໍ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນທົ່ວພາກພື້ນອາຊຽນ ນໍາອີກ.