ທະນາຄານຄຳ ເປັນໂຄງການຊ່ວຍແກ້ບັນຫາເສດຖະກິິດລາວ

ປະຈຸບັນເສດຖະກິດຂອງ ສປປ ລາວ ກຳລັງປະເຊີນຄວາມທ້າທ້າຍຫຼາຍຢ່າງດ້ານເສດຖະກິດ ທີ່ສົ່ງຜົນເງິນກີບອອນຄ້າລົງຢ່າງຕໍ່ເນື່ອງ ປະຈຸບັນຫຼາຍຝ່າຍກຳລັງຈັບຕາ ທະນາຄານຄຳແມ່ນສະຖາບັນການເງິນປະເພດຫນຶ່ງທີ່ຈັດຕັ້ງຂຶ້ນເພື່ອການສຳຮອງຄຳ ໂດຍມີຈຸດປະສົງສ້າງຄວາມໝັ້ນຄົງທາງດ້ານການເງິນ,ການຄັງ,ແລະ ສ້າງສະຖຽນລະພາບທາງເສດຖະກິດຂອງປະເທດ.
.
ສຳລັບປະເທດລາວເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນ ເເຮ່ຄຳ ເເລະ ເປັນຈຸດທີ່ຕັ້ງພູມມີສາດທາງດ້ານຍຸດທະສາດທີ່ສຳຄັນ, ມີການສະສົມ,ຈັດການ ເເລະ ບໍລິຫານຊັບພະຍາກອນເເຮ່ຄຳທີ່ຈະສາມາດຍົກລະດັບສະຖານະພາບຂອງປະເທດໄດ້ ເຊີ່ງເປັນກຸນເເຈສຳຄັນໄດ້ເເກ່ ເເຮ່ຄຳທີ່ຍັງບໍ່ໄດ້ຂຸດຄົ້ນ ເຊິ່ງເປັນທ່າເເຮງໃນການເຕີບໂຕທາງດ້ານເສດຖະກິດ. ເນື່ອງຈາກ ປະເທດລາວ ເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນ ເເຮ່ຄຳ ເເລະ ເປັນຈຸດທີ່ຕັ້ງພູມມີສາດທາງດ້ານຍຸດທະສາດທີ່ສຳຄັນ.ຈຶ່ງເຮັດໃຫ້ມີທ່າແຮງທີ່ຈະສາມາດສະສົມ,ຈັດການເເລະ ບໍລິຫານຊັບພະຍາກອນເເຮ່ຄຳ ເພື່ອທີ່ຈະສາມາດຍົກລະດັບສະຖານະພາບຂອງປະເທດໄດ້.
.
ການສ້າງຕັ້ງທະນາຄານຄຳ ລາວ ໃຫ້ບໍລິການທະນາຄານຄຳ ຄາດວ່າຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານ London Bullion Market Association (LBMA) ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນນະພາບຄຳ ໃຫ້ເປັນລະດັບສາກົນ (LBMA) ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດຍົກສູງພາລະບົດບາດອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະສາກົນສ້າງຊື່ສຽງ ໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະຍອມຮັບໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວໃຫ້ນັບມື້ນັບຂະຫຍາຍຕົວ.
.
ທ່ານ ຈັນທອນ ສິດທິໄຊ ປະທານກຳມະການ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວ ໂຣລດີ້ງ ຈຳກັດ ໃຫ້ສຳພາດວ່າ: ການຄາດຄະເນມູນຄ່າຄຳທີ່ປະຊາຊົນລາວຖືຄອງທັງໝົດນັ້ນສູງເຖິງ 10 ພັນລ້ານໂດລາ ດັ່ງນັ້ນ ເມື່ອນຳມູນຄ່າ ຂອງປະຊາຊົນທັງໝົດໃນປະເທດຈຳນວນດັ່ງກ່າວ ມາລວມຈຳນວນເງິນເງິນຝາກທັງໝົດໃນປະເທດເຊິ່ງຢູ່ທີ 18 ພັນລ້ານໂດລ້ານຫາ 20 ພັນລ້ານໂດລາ ຈະເຮັດໃຫ້ເກີດສະພາບຄ່ອງໃນໃນປະເທດມະຫາສານ ແລະ ຊ່ວຍຊຸກຍູ້ໃຫ້ເສດຖະກິດຂອງລາວ ມີໂອກາດເຕີບໂຕຈ 10-15% ຕໍ່ປີ ສະນັ້ນທະນາຄານຄຳຈຶ່ງກາຍເປັນໜຶ່ງທາງເລືອກ ສຳລັບການການເສີມສະພາຄ່ອງພາຍໃນປະເທດ ແລະ ຈະສ້າງຄວາມເຊື່ອໝັ່ນໃຫ້ປະຊາຊົນ ເພື່ອນຳຄຳມາຝາກ ຊຶ່ງຄາດວ່າໃນປີຕ 2025 ຈະມີຄຳຝາກ 800 ລ້ານໂດລາ ຫຼືປະມານ 4% ຂອງ ຈີດີພີ ຂອງປະເທດ.
.
ທ່ານ ຈັນທອນ ໃຫ້ຮູ້ຕື່ມວ່າ: ສຳລັບເງິນກ່ຽວກັບປະເດັນເລື່ອງໜີ້ ສາທາລະນະ ໃນສະກຸນເງິນຕ່າງປະເທດ ແລະ ການຂາດຂາດດຸນໃນປະເທດ ປະຈຸບັນລາວມີຄຳສຳຮອງ 1,000 ໂຕນ ຊຶ່ງເປັນໂຕເລກຈາກທະນາຄານໂລກ ແລະ ຍັງບໍ່ລວມຄຳທີ່ຍັງບໍ່ໄດ້ຂຸດພົບໃນແຮ່ອີກ 58 ແຫ່ງ ໂດຍ 1ໂຕນຄຳເທົ່າກັບ 80 ລ້ານໂດລາ ດັ່ງນັ້ນຄຳໃນລາວຕອນນີ້ິມີມູນຄ່າ 14,000 ລ້ານໂດລາ ລວມນຳຊັບພະຍາກອນທີ່ດິນອີກຈຳນວນຫຼາຍ ທີ່ຍັງບໍ່ໄດ້ຮັບການບໍລິຫານຢ່າງມີປະສິດທິພາບ ດ້ວຍມູນຄ່າຊັບສິນເຫຼົ່ານີ້ຈະເຮັດໃຫ້ ສປປ ລາວມີສັກກະພາບໃນການຊຳລະໜີ້ໄດ້ ດ້ວຍເຫດນັ້ນ,ທະນາຄານຄຳ ລາວ Lao BullionBank ຈິ່ງສ້າງຂຶ້ນເພື່ອເຫດຜົນດັ່ງຕໍ່ໄປນີ້: ເພື່ອສະສົມສໍາຮອງຄຳເຂົ້າມາໃນທະນາຄານຄຳ ແລະ ລະບົບການເງິນຂອງປະເທດ ເພື່ອຍົກລະດັບ, ສ້າງສະຖຽນລະພາບ,ຄ້ຳປະກັນໃຫ້ແກ່ສະກຸນເງິນກີບແຂງຄ່າຂຶ້ນ ເປັນທີ່ຍອມຮັບ ຈາກສະກຸນເງິນ non-convertible ໃຫ້ກາຍເປັນ convertible currency ທີ່ສາມາດເເລກປ່ຽນໄດ້ໃນຕະຫຼາດສາກົນ.
.
ທະນາຄານຄຳ ສະຫນອງ ບໍລິການຜະລິດຕະພັນທີ່ຫຼາກຫຼາຍໃຫ້ແກ່ລູກຄ້າເຊັ່ນ:1. ບັນຊີຝາກຄຳ2. ສິນເຊື່ອ ແລະເງິນກູ້3.ການເກັບຮັກສາຄຳ ແລະ ການຢັ້ງຢືນຮັບຮອງ ມາດຕະຖານຄຸນນະພາບລະດັບສາກົນ.ເພື່ອນຳໃຊ້ການສ້າງສຳຮອງເຂົ້າໃນການພັດທະນາບັນດາໂຄງການຍຸດທະສາດ ດ້ານພື້ນຖານໂຄງລ່າງ,ກະສິກຳ ແລະອຸດສາຫະກຳ.ເພື່ອເປັນການສ້າງຄັງສໍາຮອງ,ຄວາມໝັ້ນຄົງດ້ານການເງິນ ການຄັງ ເພື່ອສະພາບຄ່ອງ ເເລະ ເພິ່ມຂີດຄວາມສາມາດໃຫ້ເເກ່ລັດຖະບານຂອງປະເທດ ຫລຸດຜ່ອນການເພິ່ງພາ ເເຫຼ່ງທຶນຈາກຕ່າງປະເທດ.ດ້ວຍເຫດນີ້ເອງທາງລັດຖະບານລາວ ໄດ້ເຫັນເຖິງຄວາມສຳຄັນ ແລະໄດ້ສ້າງຕັ້ງທະນາຄານຄຳລາວຂຶ້ນມາ.
.
ແນວໃດກໍ່ຕາມສ້າງຕັ້ງ ທະນາຄານຄຳ ລາວ ຈໍາກັດ ໃນຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງລັດຖະບານ ແລະ ເອກະຊົນ ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດ ຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການສຳຮອງຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດ ໃຫ້ແກ່ປະເທດຊາດ ຜ່ານການສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ທີ່ຈະສາມາດປົດລັອກທ່າແຮງ ທາງດ້ານການເງິນ, ການຄັງ, ສ້າງຄວາມເຂັ້ມແຂງໃຫ້ສະກຸນເງິນກີບ, ການລະດົມທຶນ ແລະ ເສີມສ້າງສະພາບຄ່ອງ ເພື່ອເຂົ້າມາໝຸນໃຊ້ສ້າງພັດທະນາປະເທດຊາດໃຫ້ໄດ້ຢ່າງມີປະສິດຕິພາບ.
.