ເຊັນສັນຍາ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ

ພິທີເຊັນສັນຍາບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ບໍລິສັດ ອິນເຕີເທັກ ໄດ້ຈັດຂຶ້ນ ໃນວັນທີ 30 ກັນຍາ 2024 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ (ສຄອຊ), ມີ ທ່ານ ປອ ສົມພອນໄຊ ວົງດາລາ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ວິໄລພອນ ຊິນດາວົງ ຮອງຫົວໜ້າກົມການຄ້າພາຍໃນ, ທ່ານ ທີລະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

.
ການລົງນາມຮ່ວມມື ແມ່ນຈະແນ່ໃສ່ການແລກປ່ຽນເຄືອຂ່າຍ, ການສຶກສາຄົ້ນຄວ້າ ແລະ ຂໍ້ມູນທາງດ້ານວິຊາການອື່ນໆ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ້ໄຂສະພາບແວດລ້ອມທາງທຸລະກິດໃນ ສປປ ລາວ ແລະ ອໍານວຍຄວາມສະດວກໃຫ້ແກ່ບໍລິສັດ ທີ່ມີຄວາມຕ້ອງການ ໃນການສົ່ງອອກ-ນໍາເຂົ້າ ຜະລິດຕະພັນ ແລະ ການບໍລິການ ພ້ອມທັງເສີມຂະຫຍາຍຄວາມສາມາດຂອງບໍລິສັດທ້ອງຖິ່ນ ໃນການຂະຫຍາຍທົ່ວໂລກ ແລະ ຕອບສະຫນອງຂໍ້ກໍານົດກົດລະບຽບທັງຫມົດໃນຕະຫຼາດເປົ້າຫມາຍ.
.
ທັ້ງນີ້, ຍັງເປັນບາດກ້າວອັນທໍາອິດ ໃນການຮ່ວມມືກັນ ຂອງສອງພາກສ່ວນ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດລາວ ໂດຍສະເພາະ ແມ່ນທາງດ້ານ ການກວດສອບ ແລະ ການຮັບຮອງສິນຄ້ານັ້ນຄື: ຊ່ວຍທຸລະກິດພັດທະນາທາງດ້ານການດຳເນີນການໃຫ້ການຜະລິດ ແລະ ການຈັດສົ່ງສິນຄ້າທີ່ມີປະສິດທິພາບ. ອີກທັງຍັງຊ່ວຍດ້ານວິຊາການໃນການຫຼຸດຜ່ອນຜົນເສຍຕໍ່ສຸຂະພາບຂອງພະນັກງານ ແລະ ຜົນກະທົບກະທົບຕໍ່ສິ່ງແວດລ້ອມ ທີ່ເກີດຈາກຂະບວນການຜະລິດທີ່ມີຜົນປະໂຫຍດຕໍ່ສັງຄົມ
.
ບໍລິສັດ ອີນເຕີເທັກ ເປັນບໍລິສັດຊັ້ນນໍາ ດ້ານການຮັບຮອງຄຸນນະພາບ, ຄວາມປອດໄພຂອງສິນຄ້າ, ຂະບວນການຜະລິດ ແລະ ລະບົບການຈັດການ ລວມໄປເຖິງ ການຂົນສົ່ງສິນຄ້າ, ໂດຍມີພະນັກງານຫຼາຍກ່ວາ 43,000 ຄົນ ແລະ ຫ້ອງປະຕິບັດການທົດລອງ 1,000 ແຫ່ງ ໃນ 100 ປະເທດທົ່ວໂລກ.