CEO ກຸ່ມບໍລິສັດ Senglao Group ຄວ້າລາງວັນຜູ້ປະກອບການລຸ້ນໃໝ່ໃນງານ ASEAN Business Awards 2024

ວຽງຈັນ, 9 ຕຸລາ 2024 ສະພາທີ່ປຶກສາທຸລະກິດອາຊຽນໄດ້ປະກາດວ່າທ່ານ ໄຊຍະສອນ ປັນຍາທິບ ຜູ້ກໍ່ຕັ້ງ ແລະ ຊີອີໂອ ກຸ່ມບໍລິສັດ Senglao Group ໄດ້ຮັບລາງວັນອັນຊົງກຽດໃນສາຂາ "Young Entrepreneur" ຫຼື ຜູ້ປະກອບການລຸ້ນໃໝ່ ໃນງານ ASEAN Business Awards 2024 ເຊິ່ງຈັດຂຶ້ນທີ່ໂຮງແຮມ ດອນຈັນ ພາເລດ.

ລາງວັນນີ້ຖືເປັນກ້າວສຳຄັນຂອງກຸ່ມບໍລິສັດ ແສງລາວ ສະແດງໃຫ້ເຫັນເຖິງວິໄສທັດ ແລະຄວາມເປັນຜູ້ນຳຂອງຄົນລຸ້ນໃໝ່ທີ່ມຸ່ງໝັ້ນນຳທຸລະກິດຂອງ ສປປ ລາວ ສູ່ເວທີອາຊຽນ; ເປັນການຢືນຢັນເຖິງຄວາມມຸ່ງໝັ້ນໃນການສ້າງຄຸນຄ່າໃຫ້ກັບທຸລະກິດ ແລະຍັງມີສ່ວນຮ່ວມໃນການພັດທະນາຊຸມຊົນ ແລະ ເສດຖະກິດຂອງປະເທດລາວ.

Senglao Group: ຜູ້ນຳດ້ານການສື່ສານແບບຄົບວົງຈອນໃນທຸລະກິດອາຫານ ແລະ ເຄື່ອງດື່ມລະດັບພຣີມຽມ ພ້ອມເປັນຜູ້ນຳໃນສອງພາກສ່ວນສຳຄັນຂອງທຸລະກິດການສື່ສານ, ອາຫານ ແລະ ເຄື່ອງດື່ມໃນ ສປປ ລາວ.

ທຸລະກິດດ້ານການສື່ສານ: ທຸລະກິດດ້ານການສື່ສານຂອງກຸ່ມບໍລິສັດ Senglao Group ເປັນທຸລະກິດທີ່ຄວບຄຸມ ແລະ ມີອິດທິພົນຫຼາຍທີ່ສຸດໃນ ສປປ ລາວ ໃຫ້ບໍລິການແບບ 360 ອົງສາ ທັງດ້ານອອນລາຍ, ອັອບລາຍ, ອີເວັ້ນ ແລະ ສື່. ໂດຍເປົ້າໝາຍຫຼັກ ຄືການພັດທະນາອຸດສາຫະກຳໂຄ ສະນາຂອງລາວ ໃຫ້ເປັນອຸດສາຫະກຳແບບບູລະນາການທີ່ໄດ້ມາດຕະຖານສາກົນ ເພື່ອສະໜັບສະໜູນການເຕີບໂຕຂອງເສດຖະກິດລາວ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.

* Communication Agency:
. Meidea full service advertising agency - ເອເຈັນຊີ່ໂຄສະນາແບບຄົບວົງຈອນ ທີ່ມີຄວາມຊ່ຽວຊານໃນການວາງແຜນຍຸດທະສາດ ແລະ ນຳສະເໜີແຄມເປນທີ່ສ້າງສັນ
. Digital Monkey Lao - ດູແລດ້ານການໂຄສະນາດິຈິຕອນແພລດຟອມ ແລະ ໂຊຊຽວມີເດຍ ສໍາລັບແບຣນລະດັບປະເທດ
. Alist talent agency - ໃຫ້ບໍລິການດູແລເຄືອຂ່າຍອິນຟລູເອັນເຊີ ແລະ ໄມໂຄຣອິນຟລູເອັນເຊີຊັ້ນນຳກວ່າ 1,000 ຄົນ ຄວບຄຸມທົ່ວ ສປປ ລາວ
* Event Management:
. Samart event organizer – ບໍລິສັດຈັດງານແບບຄົບວົງຈອນ ຊຳນານໃນການຈັດງານຂະໜາດໃຫຍ່ທັງໃນ ສປປ ລາວ ແລະ ຕ່າງປະເທດ
* Media
. Panyathip Plan B Media (PPB) – ຜູ້ໃຫ້ບໍລິການສື່ໂຄສະນາກາງແຈ້ງຊັ້ນນຳ ຮ່ວມລົງທຶນກັບບໍລິສັດສື່ຊັ້ນນຳຂອງໄທ PPB ມຸ່ງໝັ້ນພັດທະນາສື່ກາງແຈ້ງໃນລາວໃຫ້ໄດ້ມາດ ຕະຖານສາກົນ ເຄືອຂ່າຍສື່ຂອງບໍລິສັດ ລວມເຖິງປ້າຍບິວບອດ ແລະ ຈໍດິຈິຕອນທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ.
. Target Magazine and Kuanjai Magazine – ແພລດຟອມສື່ອອນລາຍ ທີ່ນຳສະເໜີເນື້ອຫາຫຼາກຫຼາຍ ນັບຕັ້ງແຕ່ຂ່າວທຸລະກິດໄປຈົນເຖິງ Lifestyle
* Production
. Panyathip Advertising – ບໍລິສັດຜະລິດສື່ຊັ້ນນຳ ທີ່ນຳສະເໜີສື່ໂຄສະນາຄຸນນະພາບສູງໃນຫຼາກຫຼາຍຮູບແບບ

ທຸລະກິດອາຫານ, ເຄື່ອງດື່ມ ແລະ ການບໍລິການ: ພະແນກທຸລະກິດອາຫານ, ເຄື່ອງດື່ມ ແລະ ການບໍລິການຂອງກຸ່ມບໍລິສັດ Senglao Group ປະສົມປະສານຄວາມຫຼູຫຼາ ເຂົ້າກັບມໍລະດົກທາງວັດທະນະທຳລາວ. ພາຍໃຕ້ວິໄສທັດ: ນຳສະເໜີການບໍລິການລະດັບ ພຣີມຽມ ທີ່ມີເອກະລັກໃນຄວາມເປັນລາວ ໃຫ້ປະສົບການທີ່ອົບອຸ່ນ ແລະ ເປັນສ່ວນຕົວ ພ້ອມທັງນຳສະເໜີປະເພນີລາວຜ່ານສິລະປະ, ການບໍລິການ ແລະ ອາຫານ. ໃນຂະນະດຽວກັນ ຍັງໄດ້ຍົກລະດັບການບໍລິການໃຫ້ໄດ້ມາດຕະຖານສາກົນ.

* Hotels & Resorts: ຕັ້ງເປົ້າທີ່ຈະປະສົມປະສານວັດທະນະທຳລາວ ເຂົ້າກັບ ມາດຕະຖານການບໍລິການລະດັບສາກົນ ເພື່ອມອບປະສົບການແບບລາວທີ່ມີເອກະລັກ. ໂດຍການໃຫ້ບໍລິການມີດັ່ງຕໍ່ໄປນີ້:
. ViengTara Resort in Vang Vieng – ຣີສອດທີ່ມີຊື່ສຽງເຊິ່ງມີແຂກເຂົ້າພັກຕະຫຼອດປີ ນຳສະເໜີວິວທີ່ງົດງາມທີ່ສຸດໃນວັງວຽງ
. Senglao Boutique Hotel in Luang Prabang – ໂຮງແຮມສະໄຕບູຕິກທີ່ມີຊື່ສຽງ ຕົກແຕ່ງດ້ວຍສິລະປະປັອບອາດ ແລະ ການອອກແບບທີ່ເປັນເອກະລັກ ທີ່ໄດ້ຮັບການຍົກຍ້ອງຈາກ The New York Times
. ນອກຈາກນີ້, ທາງບໍລິສັດຍັງມີໂຄງການໂຮງແຮມອີກສາມແຫ່ງ ທີ່ກຳລັງຢູ່ໃນລະຫວ່າງການພັດທະນາ ເພື່ອຍົກລະດັບການທ່ອງທ່ຽວ ແລະ ມາດຕະຖານການບໍລິການຄວບຄຸມທົ່ວ ສປປ ລາວ

* Restaurants: ມຸ່ງໝັ້ນທີ່ຈະເຮັດໃຫ້ອາຫານລາວເປັນທີ່ຊື່ນຊົມໄປທົ່ວໂລກ ຈຶ່ງນຳສະເໜີຄວາມອຸດົມສົມບູນຂອງວັດທະນະທຳອາຫານລາວ ສູ່ຜູ້ຊົມທົ່ວໂລກ ໂດຍແບຣນຮ້ານອາຫານທັງຫົກມີດັ່ງນີ້:
. Senglao Café – ຮ້ານອາຫານ ແລະ ຄາເຟ່ ທີ່ນຳສະເໜີອາຫານ Fusion ທີ່ນຳເອົາອາຫານລາວມາສ້າງເປັນເມນູແບບສ້າງສັນ
. Le Padaek – ຮ້ານອາຫານທີ່ນຳສະເໜີລົດຊາດແບບດັ້ງເດີມຂອງປະເທດລາວ
. Kaogee Café – ຄາເຟ່ສະໄຕຝຣັ່ງ ທີ່ປະສົມປະສານອົງປະກອບຂອງທ້ອງຖິ່ນເຂົ້າກັບຄວາມເປັນສາກົນ
. Teru Yakiniku – ຮ້ານອາຫານສະໄຕບາບີຄິວ ແບບຍີ່ປຸ່ນ
. Tomo Omakase – ຮ້ານອາຫານຍີ່ປຸ່ນລະດັບພຣີມ້ຽມ ທີ່ນຳສະເໜີປະສົບການ ການຮັບປະທານອາຫານສຸດປານີດ
. Cam On – ຮ້ານອາຫານຫວຽດນາມ Fusion

+ ບົດພິສູດແຫ່ງຄວາມທຸ່ມເທ ແລະ ຄວາມເປັນເລີດ:
ການໄດ້ຮັບລາງວັນນີ້ ບໍ່ພຽງແຕ່ສະທ້ອນເຖິງຄວາມເປັນຜູ້ນຳທີ່ໂດດເດັ່ນ ແລະ ວິໄສທັດຂອງຜູ້ກໍ່ຕັ້ງ ແລະ ຊີອີໂອ ຂອງບໍລິສັດເທົ່ານັ້ນ, ແຕ່ຍັງເປັນຕົວແທນຂອງຄວາມທຸ່ມເທ ແລະ ຄວາມພະຍາຍາມຂອງສະມາຊິກທຸກຄົນໃນທີມ ກຸ່ມບໍລິສັດ Senglao Group ລວມເຖິງຄວາມມຸ່ງໝັ້ນໃນການພັດທະນາທຸລະກິດ ທີ່ມີສ່ວນຮ່ວມໃນການພັດທະນາຊຸມຊົນ ແລະ ສັງຄົມລາວໃຫ້ເຂັ້ມແຂງ.
ລາງວັນນີ້ຈຶ່ງເປັນສັນຍາລັກອັນຊົງກຽດ ຈາກຄວາມສຳເລັດ ເຊິ່ງສ້າງແຮງບັນດານໃຈໃຫ້ພະນັກງານທຸກຄົນພະຍາຍາມມຸ່ງສູ່ຄວາມເປັນເລີດຕໍ່ໄປໃນອະນາຄົດ.

“ພວກເຮົາມຸ່ງໝັ້ນທີ່ຈະເຮັດໃຫ້ຄວາມສຳເລັດຂອງພວກເຮົາບໍ່ພຽງແຕ່ເປັນປະໂຫຍດຕໍ່ບໍລິສັດເທົ່ານັ້ນ, ແຕ່ຍັງເປັນປະໂຫຍດຕໍ່ຊຸມຊົນໃນວົງກວ້າງອີກດ້ວຍ” ຊີອີໂອ ກຸ່ມບໍລິສັດ Senglao Group