ທ່ານນາງ ວຽງຄຳ ທອງນາລີ ຮັບລາງວັນນັກທຸລະກິດໜຸ່ມດີເດັ່ນອາຊຽນ

ສະມາຄົມນັກທຸລະກິດໜຸ່ມອາຊຽນ (AYEC) ແມ່ນກະບອກສຽງຂອງບັນດານັກທຸລະກິດໜຸ່ມທີ່ສະແດງອອກຢູ່ໃນຂອດການເສີມສ້າງ ແລະ ປະຕິບັດນະໂຍບາຍທີ່ກ່ຽວຂ້ອງກັບການພັດທະນາປະຊາຊົນອາຊຽນ ຊຶ່ງປະຈຸບັນບົດບາດການບໍລິຫານນັກທຸລະກິດແມ່ຍິງລາວ ໄດ້ສ້າງຜົນງານການຮ່ວມມື ແລະ ປະສົບຜົນສຳເລັດຫຼາຍຢ່າງໃນເວທີ່ສາກົນເຊັ່ນທ່ານນາງ ວຽງຄຳ ທອງນາລີ ປະທານ ບໍລິສັດ ວີເຄກຣຸບ ຫຼືວີເຄການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໜຶ່ງໃນນັກທຸລະກິດຍິງຖືວ່າເພິ່ນມີບົດບາດ ແລະ ເປັນທີ່ຮູ້ຈັກກັນດີໃນວົງການນັກທຸລະກິດໂດຍສະເພາະການນຳເຂົ້າ ແລະ ຈຳຫນ່າຍລົດຍົນເຮັດໃຫ້ສັງຄົມຍອມຮັບ ແລະໄດ້ຮັບລາງວັນຫລາຍລາງວັນໃນເວທີສາກົນເພິ່ນມີວິໄສທັດໃນການບໍລິຫານທຸລະກິດແມ່ນຕ້ອງຊື່ສັດ,ຈິງໃຈ,ຄັດສັນສິນຄ້າທີ່ມີຄຸນນະພາບມາໃຫ້ບໍລິການ, ຕ້ອງມີການປັບປຸງ ແລະ ພັດທະນາອົງກອນໃຫ້ທັນຍຸກທັນສະໄໝຢູ່ຕະຫຼອດເວລາ. ຫຼ້າສຸດໄດ້ຮັບລາງວັນນັກທຸລະກິດໜຸ່ມດີເດັ່ນອາຊຽນ2024 ແລະ ຮັບໄປ3ລາງວັນສະປັອນເຊີ້ແບບເຕັມໆ) ໃນກອງປະຊຸມສຸດຍອດນັກທຸລະກິດໜຸ່ມອາຊຽນຄັ້ງທີ່ 9 ເຊິ່ງເປັນຄວາມພາກພູມໃຈຫລາຍ ເປັນນິມິດຫມາຍແຫ່ງຄວາມສຳເລັດ ແລະ ເພີ່ມແຮງບັນດານໃຈໃຫ້ຍິ່ງຕ້ອງສູ້ຊົນດໍາເນີນທຸລະກິດຕິດພັນກັບການພັດທະນາຊ່ວຍເຫລືອສັງຄົມ.

.
ທ່ານນາງ ວຽງຄຳ ທອງນາລີ ປະທານບໍລິສັດ ວີເຄກຣຸບ ຫຼືວີເຄການຄ້າ ຂາອອກ-ຂາເຂົ້າ ຈຳກັດໃຫ້ສຳພາດວ່າ: ການເປັນນັກທຸລະກິດຍິງຕໍ່ຄວາມຄິດຂອງຂ້າພະເຈົ້າແມ່ນມີຂໍ້ໄດ້ປຽບຄືເຮັດໃຫ້ແມ່ຍິງມີບົດບາດຢູ່ໃນເວລາທີສາກົນ ແລະເທົ່າທຽມກັບເພດຊາຍກໍຄືເຮັດໄດ້ໃນທຸກຢ່າງທີ່ເພດຊາຍສາມາດເຮັດໄດ້ແຕ່ກໍມີສິ່ງທີ່ທ້າທາຍກໍ່ຄືການທີ່ຕ້ອງແບ່ງເວລາ ແລະໄດ້ໃຊ້ເວລາໃນການເຮັດວຽກໜ້ອຍກວ່າເພດຊາຍ ເພາະຈະຕ້ອງແບ່ງເວລາໃຫ້ຄອບຄົວລູກເຕົ້າແລະຕົນເອງນຳເຊິ່ງເປັນສິ່ງທີ່ທ້າທາຍແຕ່ກໍຊົມເຊີຍທີ່ມີແມ່ຍິງຫຼາຍຄົນເຮັດໄດ້ ແລະປະສົບຜົນສຳເລັດ.

ບໍລິສັດ ວີເຄກຣຸບ ຫຼືວີເຄການຄ້າ ຂາອອກ-ຂາເຂົ້າ ຈຳກັດ ສ້າງຕັ້ງມາແຕ່ປີ 2009 ກິດຈະການຫຼັກແມ່ນນຳເຂົ້າ ແລະຈຳໜ່າຍລົດໃຫຍ່ຫຼາຍຍີ່ຫໍ້ເຊັ່ນ: ຍີ່ຫໍ້ JAC ເປັນລົດບັນທຸກ, ລົດບັນທຸກໜັກຍີ່ຫໍ້ HOWO, ລົດກົນຈັກ ໜັກຍີ່ຫໍ້ LIUGONG, ລົດຫຼູຍີ່ຫໍ້ HONGQI, GAC, AION, VOLKS Wagen, TOYOTA, Tesla, AUDI ແລະອື່ນໆນອກນີ້ພວກເຮົາຍັງມີໂຮງງານຜະລິດຕົວຖັງລົດທີ່ມີເຄື່ອງມືທັນສະໄໝທີ່ສຸດໃນ ສປປ ລາວ,ໂຮງ ງານອັດສະຝານທີ່ໃຫຍ່ທີ່ສຸດນຳເຂົ້າ ແລະຈຳໜ່າຍຢາງໝາກຕອຍ,ມີກິດຈະການບໍ່ແຮ່, ບໍລິການລົດແທັກຊີ, ສະຖານີສາກໄຟຂອງລົດໄຟຟ້າ, ມີສູນຈຳໜ່າຍ ແລະບໍລິການຫຼັງການຂາຍລົດໃຫຍ່ 20 ສາຂາທົ່ວປະເທດ ໃນນີ້ ມີ 8 ໂຊລູມໃນນະຄອນຫຼວງວຽງຈັນ.
.
ພິເສດກຸ່ມບໍລິສັດ ວີເຄ ຍັງມີກິດຈະການກໍ່ສ້າງໃນນາມບໍລິສັດ VKISC ເຊິ່ງມີຜົນງານຮ່ວມກໍ່ສ້າງທາງເລກ 11 ນະຄອນຫລວງວຽງຈັນ-ເມືອງປາກລາຍ ແຂວງໄຊຍະບູລີ ແລະ ປະຈຸບັນແມ່ນຮັບເໝົາກໍ່ສ້າງຂົວຂ້າມນໍ້າຂອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ໂຄງການນີ້ເປັນໂຄງການທີ່ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍທີ່ໄດ້ມີສ່ວນຮ່ວມໃນການກໍ່ສ້າງພື້ນຖານໂຄງຮ່າງສາຍສຳພັນ ລະຫວ່າງ 2 ປະເທດ ລາວ-ໄທ ແລະ ເປັນບໍລິສັດລາວບໍລິສັດທຳອິດທີ່ມີຄວາມສາມາດໃນການກໍ່ສ້າງຂົວຂ້າມແມ່ນໍ້າຂອງຂົວແຫ່ງນີ້ຈະມີອາຍຸການໃຊ້ງານປະມານ 100 ປີ (ປະຫວັດສາດຈະຈາລຶກພວກເຮົາຢ່າງໜ້ອຍ 100 ປີ) ແລະຈະສຳເລັດການກໍ່ສ້າງໃນທ້າຍປີ 2024 ແລະ ຈະເປີດນຳໃຊ້ໃນປີ 2025 ນີ້.

ສຳລັບວິໄສທັດໃນການບໍລິຫານທຸລະກິດຂອງຂ້າພະເຈົ້າແມ່ນຕ້ອງຊື່ສັດ, ຈິງໃຈ, ຄັດສັນສິນຄ້າທີ່ມີຄຸນນະພາບມາໃຫ້ບໍລິການ,ຕ້ອງມີການປັບປຸງແລະພັດທະນາອົງກອນໃຫ້ທັນຍຸກທັນສະໄໝຢູ່ຕະຫຼອດເວລາຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງທີມງານອ້າຍເອື້ອຍນ້ອງ VK GROUP ຂອງພວກເຮົາ ແລະ ລູກຄ້າທຸກໆທ່ານທີ່ໃຫ້ການສະຫນັບສະຫນູນພວກເຮົາດ້ວຍດີຕະຫລອດມາຂໍໃຫ້ທຸກທ່ານໂຊກດີມີໄຊໃນທຸລະກິດແລະຊີວິດຄອບຄົວ.

ທ້າຍນີ້ຂ້າພະເຈົ້າຂໍຂອບໃຈນຳການນຳພັກ-ລັດ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ແລະອາຊຽນທີ່ໄດ້ເປີດໂອກາດໃຫ້ຂ້າພະເຈົ້າໄດ້ເຂົ້າຮ່ວມຮັບລາງວັນນັກທຸລະກິດໜຸ່ມດີເດັ່ນໃນກອງປະຊຸມສຸດຍອດນັກທຸລະກິດຫນຸ່ມອາຊຽນຄັ້ງທີ່9ນີ້.ແລະ ບໍ່ວ່າຈະເຮັດທຸລະກິດໃດກໍຕາມຖ້າຫາກກ້າເຮັດ, ກ້າຕັດສິນໃຈເຮັດ, ກ້າລົງມືປະຕິບັດຈຶ່ງຈະເຫັນຜົນສຳເລັດເຖິງວ່າເສດຖະກິດກຳລັງປະເຊີນກັບຄວາມຫຍຸ້ງຍາກກໍ່ຕາມຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງປະຊາຊົນຈົ່ງສູ້ໄປພ້ອມໆກັນ, ມີຄວາມດຸໝັ່ນອົດທົນ ແລະ ຊອກຮູ້ແລກປ່ຽນ,ການປ່ຽນແປງໃໝ່, ຍິ່ງໃຫຍ່ກວ່າເກົ່າເພື່ອສ້າງວິກິດໃຫ້ເປັນເປັນໂອກາດ.