ທະນາຄານຄຳລາວ ແລະ StoneX APAC Pte ຮ່ວມມືພັດທະນາຕະຫຼາດຄຳໃນລາວ

ວັນທີ 11 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ທະນາຄານຄຳລາວ (LBB) ແລະ StoneX APAC Pte. Ltd ບໍລິສັດທີ່ສຳຄັນພາຍໃຕ້ StoneX Group ໄດ້ເຊັນສັນຍາຮ່ວມມືກັນທາງດ້ານຍຸດຕະສາດເພື່ອພັດທະນາຕະຫຼາດຄຳໃນປະເທດລາວ ຕໍ່ກັບການຮ່ວມມືນີ້ມີຈຸດປະສົງໃນການແບ່ງປັນຄວາມຊຳນານຄວາມຮູ້ ແລະເຕັກໂນໂລຊີເພື່ອສ້າງຄວາມແຂງແຮງໃຫ້ກັບພາກສ່ວນໂລຫະມີຄ່າຂອງລາວ ແລະຂະຫຍາຍຂອບເຂດບໍລິການຂອງທະນາຄານຄຳລາວ.

ສັນຍາດັ່ງກ່າວໄດ້ວາງແຜນໃຫ້ທັງສອງຝ່າຍໄດ້ເຮັດວຽກນໍາກັນຢ່າງໃກ້ຊິດໃນການພັດທະນາຜະລິດຕະພັນການ ເງິນຮູບແບບແບບໃໝ່ການປັບປຸງໂຄງສ້າງຕະຫຼາດຄຳ ແລະ ການພັດທະນາຄວາມສາມາດຂອງແຮງງານທ້ອງຖິ່ນເພື່ອຜົນປະໂຫຍດທີ່ຈະໄດ້ຮັບ ທະນາຄານຄຳລາວຈະໄດ້ຮັບການແບ່ງປັນປະສົບການຈາກ StoneX ໃນດ້ານການເຮັດທຸລະກຳຄຳ ແລະ ຕະຫຼາດສິນຄ້າໂດຍລວມເພື່ອສົ່ງເສີມໃຫ້ທະນາຄານຄຳລາວເປັນຜູ້ສະໜອງຫຼັກໃນຕະຫຼາດຄຳຂອງພາກພື້ນອາຊີຕາເວັນອອກສຽງໃຕ້.

ຈຸດເດັ່ນຫຼັກຂອງສັນຍາຄວາມຮ່ວມມືຄັ້ງນີ້ປະກອບດ້ວຍ: ການແບ່ງປັນຄວາມຮູ້: StoneX ຈະແບ່ງປັນວິທີປະຕິບັດທີ່ດີທີ່ສຸດໃນການຈັດການຕະຫຼາດຄຳ ລວມທັງການຈັດການຄວາມເສຍຫາຍ ລະບົບການຄ້າຄວາມປອດໄພ ແລະການຈັດການຄັງສິນຄ້າສິ່ງນີ້ຈະສົ່ງເສີມຄວາມສາມາດໃນການມອບບໍລິການທີ່ມີຄຸນນະພາບໃຫ້ລູກຄ້າ ການພັດທະນາຄວາມສາມາດຂອງບຸກຂະລາກອນ: ທັງສອງຝ່າຍຈະມຸ່ງເນັ້ນໄປທີ່ໂຄງການເຝິກອົບຮົມ ແລະ ການພັດທະນາເພື່ອຍົກລະດັບຂີດຄວາມສາມາດຂອງພະນັກງານທະນາຄານຄຳລາວ ເພື່ອໃຫ້ມີມາດຕະຖານການປະຕິບັດ ແລະບໍລິການລະດັບໂລກລວມເຖິງການວິໄຈ ແລະວິເຄາະຕະຫຼາດເພື່ອຫາຊ່ອງທາງການເຕີບໂຕຂອງຕະຫລາດຄຳໃນຂົງເຂດພາກພື້ນການແບ່ງ ປັນເທັກໂນໂລຊີ: StoneX ຈະສະນັບສະໜູນເຕັກໂນໂລຊີຂັ້ນສູງເພື່ອຊ່ວຍສ້າງໂຄງຮ່າງພື້ນຖານທີ່ແຂງແຮງ ເຊິ່ງລວມເຖິງການຈັດເກັບສິນຄ້າໃຫ້ປອດໄພລະບົບການຂົນສົ່ງ ແລະ ແພັດຟອມຫຼັກຂອງທະນາຄານນອກຈາກນີ້ຍັງລວມໄປເຖິງການດູແລພັດທະນາແພັດຟອມການຊື້-ຂາຍແບບດີຈີຕອນໃນການເຂົ້າເຖິງຕະຫຼາດຄຳທົ່ວໂລກການພັດທະນາຜະລິດຕະພັນ: ທະນາຄານຄຳລາວຈະເປີດຕົວຜິລິດຕະພັນ ແລະບໍລິການກ່ຽວກັບຄຳແບບໃໝ່ເຊັ່ນ:ສິນເຊື່ອຄຳການເຂົ້າເຖິງຕະຫລາດສິນຄ້າໂພກກະພັນລະດັບໂລກ ແລະ ບໍລິການປ້ອງກັນຄວາມສ່ຽງຈຸດປະສົງເພື່ອຈະມອບທາງເລືອກທາງການເງິນທີ່ດີທີ່ສຸດໃຫ້ທຸລະກິດ ແລະ ຜູ້ບໍລິໂພກລາວ.

ການຮ່ວມມືດ້ານກໍລະຍຸດຄັ້ງນີ້ສະແດງເຖິງຄວາມມຸ່ງໝັ້ນຮ່ວມກັນໃນການພັດທະນາຕະຫລາດຄໍາໃນລາວໂດຍທັງສອງຝ່າຍໄດ້ຮັບຮູ້ຮ່ວມກັນ ເຖິງຄວາມສຳຄັນໃນລະດັບມະຫາພາກ ແລະທ່າແຮງຂອງຕະຫຼາດຄຳໂດຍການຮ່ວມມືກັນລະຫວ່າງ LBB ແລະ StoneX ທີ່ມີເປົ້າໝາຍຈະສ້າງປະໂຫຍດທາງດ້ານເສດຖະກິດແບບໃໝ່ໃຫ້ແກ່ລາວ ລວມເຖິງການເພີ່ມການເຂົ້າເຖິງບໍລິການທາງການເງິນການປັບປຸງຂີດຄວາມສາມາດໃນການຊື້-ຂາຍຄຳ ແລະສະນັບສະໜຸນທຸລະກິດໃນທ້ອງຖິ່ນ.

ສະຫຼຸບລວມແລ້ວຂໍ້ຕົກລົງນີ້ຖືເປັນບາດກ້າວທີ່ສໍາຄັນໃນການເສີມສ້າງອຸສະຫະກໍາຄໍາໃນລາວສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ແລະສ້າງຄວາມແຂງແກ່ງໃນລະບົບການເງິນຂອງປະເທດລາວ.
.
#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ