ຄອນມາ ພ້ອມຈະປ້ອງກັນແຊັມຫຼຽນຄຳກີລາຢູໂດ ໃນຊຽງຂວາງເກມ

 bນາງ ຄອນມາ ຈັນທະກຸມ ມານ ນັກກີລາຢູໂດທີມຊາດລາວ ຊຸດຮ່ວມຊີເກມ ຄັ້ງຫຼ້າສຸດທີ່ປະ ເທດຟິລິບປິນ ແລະທັງເປັນເຈົ້າ ຂອງຫຼຽນຄຳອຸດົມໄຊ ເກມ ເມື່ອ ປີ 2014 ພ້ອມຈະນໍາໃຊ້ປະສົບ ການຕະຫຼອດໄລຍະ 10 ກວ່າປີ ເຂົ້າຮ່ວມປ້ອງກັນແຊັມຫຼຽນຄຳ ໃຫ້ທັບນັກກີລາຂອງແຂວງສະຫວັນນະເຂດໃນການ

ຊຽງຂວາງ ສອບເສັງນັກຮຽນເກັ່ງ ລະດັບແຂວງ

 ພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ຈັດພິທີສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາຂັ້ນຮຽນ ປ.5, ມ4 ແລະ ມ7 ລະດັບແຂວງທົ່ວແຂວງຊຽງຂວາງ ປະຈໍາສົກຮຽນ 2019-2020 ໃນວັນທີ 29 ມັງກອນ 2020 ນີ້ທີ່ສະໂມສອນ ບ້ານກ້ວຍ ເມືອງຄໍາ 

ອິນທະສອນ ກວາດແຊັມບານສົ່ງໃນຮົ່ມ ຊີງຂັນປະທານບານສົ່ງ ແຂວງຫຼວງພະບາງ

 ສະໂມສອນ ອິນທະສອນ ດີກຣີທີມອັນດັບທີ 3 ບານສົ່ງໃນຮົ່ມ ຊີງຂັນປະທານສະຫະພັນ ບານສົ່ງແຫ່ງຊາດລາວ ສາມາດປະກາດສັກດາໃນວົງການກີລາ ບານສົ່ງທົ່ວແຂວງຫຼວງພະບາງ ດ້ວຍການກວາດແຊັມທັງປະເພດ ທີມຍິງ ແລະທີມຊາຍການແຂ່ງ ຂັນບານສົ່ງທົ່ວແຂວງຊີງຂັນປະທານສະຫະພັນບານສົ່ງ

ແຂ່ງຂັນເປຕັງ ຊີງຂັນປະທານສະໂມສອນ ພອນໄຊ ຄັ້ງທີ l

 ການແຂ່ງຂັນກີລາເປຕັງ ປະເພດທີມຄູ່ຊາຍຊີງຂັນປະທານ ສະໂມສອນເປຕັງ ພອນໄຊ ຄັ້ງທີ l ປະຈຳປີ 2020 ໃນຄັ້ງນີ້ຈະໄດ້ ຈັດຂຶ້ນໃນລະຫວ່າງວັນທີ 1-2 ກຸມພານີ້ ທີ່ສະໂມສອນດັ່ງກ່າວ ບ້ານໂນນແກ້ວ (ຫຼັງຕະຫຼາດໂນນ ແກ້ວ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ  ເພື່ອເປັນການ ສ້າງໂອກາດໃຫ້

ກຸ່ມນໍ້າໃຈລາວ ແຂ່ງຂັນບານເຕະສະຫຼອງຄົບຮອບ 3 ປີ

ຫຼັງຈາກສິ້ນສຸດການແຂ່ງຂັນໃນໂອກາດດຽວກັນກໍໄດ້ມີພິທີປະກາດຜົນການເລືອກຕັ້ງສາມາດ ເລືອກໄດ້ຄະນະບໍລິຫານງານກຸ່ມ ນໍ້າໃຈລາວ ຊຸດໃໝ່ຈຳນວນ 5 ທ່ານ ປະກອບມີທ່ານ ພວງພັນ ພົມມະລາດ ເປັນປະທານສ່ວນ ທ່ານ ສົມໃຈ ຫຼ່ຽມໄຊຍະຈັກ, ທ່ານ ສອນ ຈັນທະພອນ, ທ່ານ ສຸລິກັນ ຫຼວງບຸນເຮືອງ 

ເມືອງຮ້ຽມມອບໃບຈົບຊັ້ນມັດທະຍົມຕົ້ນ ບຳລຸງໃຫ້ນັກຮຽນ

 ວັນທີ 24 ມັງກອນ ຜ່ານ ມາ ທີ່ສະໂມສອນບ້ານຫາດສາ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈັດ ພິທີມອບ-ຮັບໃບຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ແກ່ນັກຮຽນທີ່ຮຽນຈົບໃນສົກປີ 2017-2018 ໂດຍການເປັນປະທານຂອງທ່ານ ແສງພອນ ບຸນມະນີຈັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາ

ຜົ້ງສາລີ ຈະສົ່ງ 8 ປະເພດກີລາເຂົ້້າຊີງໄຊ ຊຽງຂວາງເກມ

ຕາມການລາຍງານທ່ານ ສີສຸພັນ ທຸມມາລາ ຫົວໜ້າຂະແໜງກີລາລະດັບສູງພະແນກສຶກສາທິການ ແລະກີລາແຂວງຜົ້ງສາ ລີ ທີ່ເປັນພະແນກຮັບຜິດຊອບໂດຍ ກົງການກະກຽມເຂົ້າຮ່ວມງານ ມະຫາກຳກີລາແຫ່ງຊາດ ຄັ້ງທີ XI ຊຶ່ງຈະຈັດຂຶ້ນທີ່ແຂວງຊຽງຂວາງ ໃນເດືອນມີນາ ທີ່ຈະເຖິງນີ້ໄດ້ລາຍ ງານໃຫ້ຮັບຮູ້ວ່າ: 

ເປີດງານມະຫາກຳກີລາມັດທະຍົມສຶກສາທົ່ວແຂວງບໍລິຄຳໄຊ

   ພິທີເປີດງານມະຫາກຳແຂ່ງຂັນກີລາ-ສີລະປະມັດທະຍົມສຶກສາທົ່ວ ແຂວງບໍລິຄຳໄຊ ຄັ້ງທີ IV ທີ່ເມືອງຄຳເກີດ ເປັນເຈົ້າພາບໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 27 ມັງກອນ ທີ່ເດີ່ນກີລາໂຮງຮຽນ ມສ ນະຄອນໄຊ, 

ທີມບານເຕະ ນວ ພ້ອມລຸຍກີລາແຫ່ງຊາດ ຄັ້ງທີ 11 “ຊຽງຂວາງ ເກມ”

ທັບນັກກີລາບານເຕະນະຄອນຫຼວງວຽງຈັນ (ນວ) ເນັ້ນໃຊ້ນັກເຕະໜຸ່ມນ້ອຍພ້ອມລຸຍໝັ້ນໃຈຈະເຂົ້າຮອບດີທີ່ສຸດໃນການ ແຂ່ງຂັນບານເຕະຊາຍໃນງານມະຫະກໍາກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງ ວັນທີ 22 ມີນາ-1 ເມສາ 2020 ຫຼັງຈາກທີ່ຄັ້ງທີ່ຜ່ານມາຈອດພຽງຮອບແບ່ງກຸ່ມ, 

ເປີດການຮຽນ-ການສອນວິຊາພື້ນຖານປ້ອງກັນຕົວ

ວັນທີ 25 ມັງກອນ ຜ່ານມາທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບນະຄອນຫຼວງພະບາງໄດ້ຈັດພິທີເປີດການຈັດຕັ້ງການຮຽນ-ການສອນສຶກສາວິຊາພື້ນຖານປ້ອງກັນຕົວພາຍໃຕ້ການເປັນປະທານຂອງທ່ານ ບຸນລຽງ ແກ້ວມະນີ ປະທານກວດກາພັກລັດນະຄອນຫຼວງພະບາງ,