ຊຽງຂວາງ ສອບເສັງຄັດເລືອກເອົາລັດຖະກອນຄູ

 ພິທີສອບເສັງຄັດເລືອກເອົາ ລັດຖະກອນຄູ ແລະບໍລິຫານຂະແໜງການສຶກສາ-ກີລາ ປະຈໍາປີ 2020 ຊຶ່ງຈັດໂດຍພະແນກສຶກສາ ທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ມີຂຶ້ນໃນວັນທີ 16 ມີນາ 2020 ນີ້ ທີ່ໂຮງຮຽນ ມສ ໂພນສະຫວັນ ພາຍໃຕ້ການເປັນປະທານຂອງທ່ານ ບົວລີ ພັນນາວົງ 

ປະເມີນວຽກປະກັນຄຸນນະພາບການສຶກສາ

  ເມື່ອບໍ່ດົນມານີ້ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການປະເມີນພາຍນອກວຽກງານປະກັນຄຸນນະພາບການສຶກສາ

ແຂ່ງຂັນການແຕ້ມຮູບ ຊີງຂັນຫົວໜ້າພະແນກສຶກສາ

 ໃນວັນທີ 11 ມີນາ ຜ່ານມາ ພະແນກສຶກສາທິການ ແລະກີລາແຂວງອັດຕະປື ໄດ້ຈັດງານແຂ່ງຂັນປະກວດສີລະປະກຳການ ແຕ້ມຮູບສຳລັບນັກຮຽນຊັ້ນມັດທະຍົມສຶກສາທົ່ວແຂວງອັດຕະປື ຄັ້ງທີ 1, ສົກຮຽນ 2019-2020,

ໜ່ວຍພັກຫ້ອງການພະແນກສຶກສາ ຊຽງຂວາງ ສໍາເລັດກອງປະຊຸມໃຫຍ່

 ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ເປີດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກ ສກຂ ພາຍໃຕ້ການເປັນປະທານຂອງສະຫາຍ ທອງສີ ພັນທະວົງ ຮອງເລຂາໜ່ວຍພັກຫ້ອງການພະແນກ ສກຂ, 

ສະໂມສອນຊ້າງນ້ອຍ ຫວັງຈະຄວ້າແຊັມລາວລີກປີນີ້

ສະໂມສອນຊ້າງນ້ອຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018 ເປັນສະໂມສອນທີ່ກໍາລັງພັດທະນານັກກີລາບານເຕະລາວຜົນການແຂ່ງຂັນຜ່ານມາຢູ່ໃນອັນດັບ 6 ຂອງປີ 2018 ແລະນອນໃນອັນດັບ 3 ຂອງປີ 2019 ມາຮອດປະຈຸບັນນີ້ມີນັກກີລາທັງໝົດ 3 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 15 ປີ, 

ໂຮງຮຽນທະຫານທ້ອງຖິ່ນບໍ່ແກ້ວ ເປີດຊຸດອົບຮົມ

   ວັນທີ 11 ມີນາ 2020, ໂຮງຮຽນທະຫານທ້ອງຖິ່ນແຂວງບໍ່ແກ້ວ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ ແລະພາລາທິການ

ສຶກສາຫຼວງນໍ້າທາ ຈັດກອງປະຊຸມໃຫຍ່

  ກອງປະຊຸມໃຫຍ່ຜູ້ແທນ ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະກີລາແຂວງ ຫຼວງນໍ້າທາຄັ້ງທີ່ IX , ໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ 11 ມີນາ 2020 ທີ່ສະໂມສອນໂຮງຮຽນສາມັນກີນນອນຊົນເຜົ່າ ແຂວງຫຼວງນໍ້າທາ, 

ໂຮງຮຽນເຕັກນິກວິຊາຊີບ ສົ່ງນັກສຶກສາລົງຝຶກງານ

ໃນວັນທີ 10 ມີນາ ຜ່ານມາ ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ບໍ່ແກ້ວ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບນັກສຶກສາໂຮງຮຽນວິຊາຊີບສາຂາປຸງແຕ່ງອາຫານ ແລະການໂຮງແຮມ 37 ນ້ອງ ລະຫວ່າງທ່ານ ຄຳຜາຍ ພັນໃສ ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ, ໂດຍການເຂົ້າຮ່ວມ

ນາຊາຍທອງມີ 55 ຄົນ ເປັນຕົວແທນເຂົ້າສອບເສັງຂັ້ນນະຄອນຫຼວງ

 ໃນວັນທີ 11 ມີນາ 2020 ຫ້ອງການສຶກສາທິການ  ແລະກີລາ ເມືອງນາຊາຍທອງ ໄດ້ສະຫຼຸບຜົນການສອບເສັງນັກຮຽນເກັ່ງຂັ້ນ ເມືອງພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວຽງສົດ ວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງນາຍຊາຍ,ມີທ່ານ ນາງ ຊື່ນຈິດ ສີລິມະໂນທໍາ ຮອງຫົວໜ້າພະແນກ

ເຊັນບົດບັນທຶກກວດກາໂຄງການກໍ່ສ້າງ ໂຮງຮຽນພອນສະຫວັນ ທີ່ຊຽງຂວາງ

ພິທີເຊັນບົດບັນທຶກກວດກາ ໂຄງການກໍ່ສ້າງໂຮງຮຽນພອນສະຫວັນ ຢູ່ເຂດເທສະບານໂພນສະຫວັນ ແຂວງຊຽງຂວາງ ສໍາເລັດ 100% ລະຫວ່າງແຂວງຊຽງຂວາງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ (ສປປ ລາວ) ແລະກອງບັນຊາການທະຫານເຂດ 4 ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ