ສສກ ຫາລືກ່ຽວກັບກົນໄກປ່ຽນແປງໃໝ່ດ້ານການເງິນ

   ວັນທີ 23 ມັງກອນ 2019ທີ່ນະຄອນຫຼວງວຽງຈັນກະຊວງສຶກສາທິການແລະກີລາ ສປປ ລາວ,ອົງການຢູເນັດໂກປະຈໍາບາງກອກປະເທດໄທ ແລະມະຫາວິທະຍາໄລ 

ຮຽບຮຽງຄູ່ມືແນະນໍາການລ້ຽງດູ-ສຶກສາອົບຮົມເດັກ

(ນສພ ເສດຖະກິດ-ສັງຄົມ)

     ວັນທີ 20 ມັງກອນ ຜ່ານມາທີ່ຫ້ອງປະຊຸມເຮືອນພັກຄູນຊັບ (ທ່າລາດ) ແຂວງວຽງຈັນກົມການສຶກສາກ່ອນໄວຮຽນກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຈັດກອງປະຊຸມກວດຜ່ານ ແລະ ຮຽບຮຽງຄູ່ມືແນະນໍາການລ້ຽງດູ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ

ຖອດຖອນບົດຮຽນວຽກງານຂ່າວສານການສຶກສາ ແລະກີລາ

(ນສພ ເສດຖະກິດ-ສັງຄົມ)

   ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂ່າວສານການສຶກສາ ແລະກີລາຂອງພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງໄດ້ປິດລົງດ້ວຍຜົນສໍາເລັດໃນຕອນເຊົ້າຂອງວັນທີ 18 ມັງກອນ 2019 ທີ່ຫ້ອງປະຊຸມສູນໄອຊີທີແຂວງພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ (16-18  ມັງກອນ) ໂດຍໃຫ້ກຽດກ່າວປິດກອງປະຊຸມຂອງທ່ານ ສູນເດືອນສິມສະໄໝ ຫົວໜ້າຂະແໜງພະລະ-ສິລະປະພະແນກສຶກສາທິການ ແລະກີລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງຂອງພະແນກຄະນະຮັບຜິດຊອບກອງປະຊຸມ ແລະ ສໍາມະນາກອນທັງໝົດເຂົ້າຮ່ວມ.

ລົດຖີບ ລາຍການໄບຟໍເຮີ ວຽງຈັນ 2019 ກຽມຄັດເລືອກທີມຊາດຮ່ວມຊີເກມ

ໂດຍ: ເຂີຍບ້ານຫ້ອມ

  ການແຂ່ງຂັນກີລາລົດຖີບລາຍການໄບຟໍເຮີ ວຽງຈັນ 2019 ຊີງແຊ໋ມຫຼາຍລາຍການຈະເປີດສາກຂຶ້ນໃນຕົ້ນເດືອນມີນາທີ່ຈະມາເຖິງນີ້ເພື່ອເປັນການຢຸດຄວາມຮຸນແຮງຕໍ່ແມ່ຍິງ (Bike For Her) ແລະຄັດເລືອກນັກກີລາລົດຖີບທີ່ມີພອນສະຫວັນດີເດັ່ນຕິດທີມຊາດເພື່ອກຽມສົ່ງເຂົ້າຮ່ວມແຂ່ງຂັນງານມະຫາກຳກີລາຊີເກມຄັ້ງທີ 30 ທີ່ປະເທດຟິລິບປິນຮັບກຽດເປັນເຈົ້າພາບຈະຈັດຂຶ້ນໃນທ້າຍປີນີ້.

ສສກ ຫາລືຄຸ້ມຄອງແຜນງານໂຄງການຊ່ວຍເຫຼືອ

(ນສພ ເສດຖະກິດ-ສັງຄົມ)

   ໃນວັນທີ 16 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ກົມແຜນການກະຊວງສຶກສາທິການ ແລະກີລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນການຄຸ້ມຄອງແຜນງານໂຄງການຊ່ວຍເຫຼືອເພື່ອການພັດທະນາໃນຂະແໜງການສຶກສາ ແລະກີລາປະຈໍາໄຕມາດ 4 (ເດືອນຕຸລາ, ພະຈິກ, ທັນວາ) ປີ 2018 ແລະແຜນການຈັດຕັ້ງປະຕິບັດປະຈໍາໄຕມາດ 1 ປະຈໍາປີ 2019 ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນປັນ ໄຊມຸນຕຣີ ຫົວໜ້າກົມແຜນການກະຊວງສຶກສາທິການ ແລະກີລາ, ມີຮອງຫົວໜ້າກົມ, ຜູ້ອໍານວຍການ, ຫົວໜ້າ-ຮອງຫົວໜ້າພະແນກ,ຂະແໜງ ແລະຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ຊຽງຂວາງ ຖອດຖອນບົດຮຽນວຽກຂ່າວສານສຶກສາ-ກີລາ

ໂດຍ: ຄານສີສະຫວັນ

  ພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກ ງານຂ່າວສານການສຶກສາ ແລະ ກີລາຂອງພະແນກປະຈໍາປີ 2018 ແລະວາງທິດທາງແຜນການ-ການເຄື່ອນໄຫວໃນຕໍ່ໜ້າ (2019) ໃນວັນທີ 16 ມັງກອນ 2019 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກີລາແຂວງ, ພາຍໃຕ້                         

ມອບ-ຮັບໂຄງການກໍ່ສ້າງໂຮງຮຽນເມືອງນໍ້ໝໍ້ທືນຊ່ວຍເະຫຼືອຈາກຍີ່ປຸ່ນ

   (ນສພ ເສດຖະກິດ-ສັງຄົມ)

   ພິທີມອບຮັບໂຄງການເສີມຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ທີ່ເມືອງນໍ້າໝໍ້ ແຂວງອຸດົມໄຊ ຊຶ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າ 145,943 ໂດລາສະຫະລັດໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2019, ໂດຍມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ທາເຄຊິ ຮິກິຮາຣະເອກອັກ ຄະຣາຊະທູດຍີ່ປຸ່ນປະຈຳສປປລາວ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຜົນແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ 2

(ນສພ ເສດຖະກິດ-ສັງຄົມ)

 ຕອນບ່າຍຂອງວັນທີ 13 ມັງກອນ 2019 ນີ້ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດໄດ້ມີການປິດການແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ 2 ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ. 

ມວຍມິດຕະພາບ ລາວ-ໄທ ກຽມແຂ່ງຂັນ ສະຫຼອງວັນສ້າງຕັ້ງກອງທັບ

ໂດຍ: ເຂີຍບ້ານຫ້ອມ

    ການແຂ່ງຂັນຊົກມວຍມິດຕະພາບລາວ-ໄທ ຫຼື ລາຍການມວຍດີວິທີໄທສັນຈອນຈະຂຶ້ນຊົກກັນ 4 ມື້ລຽນຕິດລະຫວ່າງວັນທີ 17-20 ມັງກອນ 2019 ນີ້ທີ່ສັງວຽນມວຍຊົ່ວຄາວແຂວງສາລະວັນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ສົ່ງເສີມສິລະປະແມ່ໄມ້ມວຍລາວເປັນທີ່ຮູ້ຈັກໃຫ້ມວນຊົນໃນທົ່ວໂລກ.

ສຶກສາ ສີສັດຕະນາກ ຈັດກິດຈະກຳແຂ່ງຂັນ ສິລະປະວັນນະຄະດີ

ນ.ສ.ພ ເສດຖະກິດ-ສັງຄົມ

    ວັນທີ 4 ມັງກອນຜ່ານມານີ້ຫ້ອງການສຶກສາທິການແລະກີລາເມືອງສີສັດຕະນາກນະຄອນຫຼວງວຽງຈັນໄດ້ຈັດກິດຈະກຳແຂ່ງຂັນສິລະປະວັນນະຄະດີໃນບັນດາໂຮງຮຽນທົ່ວເມືອງນັບແຕ່ຊັ້ນອານຸບານຫາຊັ້ນມັດທະຍົມສົມບູນງານດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງຮຽນມປາຍສີສັດຕະນາກໂດຍເປັນກຽດເຂົ້າຮ່ວມຂອງທ່ານດາວັນທົນນະວົງຮອງເຈົ້າເມືອງສີສັດຕະນາກ, ທ່ານສົມພອນສອນດາລາຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງສີສັດຕະນາກພ້ອມບັນດາຄະນະກຳມະການແລະຄູອາຈານເຂົ້າຮ່ວມ.