ໂຮງຮຽນມັດທະຍົມຕົ້ນບ້ານທ່າຊ່ວງ ໄດ້ຮັບເຄື່ອງຊ່ວຍເຫຼືອ

  ວັນທີ 4 ທັນວາ 2019 ຜ່ານມາ ທ່ານ ນາງ ດາວວິນ ລາດສະກິດ ຮອງເຈົ້າເມືອງຫົງສາ ໄດ້ມອບເຄື່ອງເສື້ອຜ້າ, ໝີ່ໄວໆ ແລະເຂົ້າສານໃຫ້ນ້ອງນັກຮຽນຢູ່ທີ່ໂຮງຮຽນມັດທະຍົມຕົ້ນບ້ານທ່າຊ່ວງ, ມີຈຳນວນ 21 ນ້ອງ, ເຂົ້າຮ່ວມມອບເຄື່ອງໃນຄັ້ງນີ້ມີທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກສາທິການ 

ສະຖາບັນຂົງຈື ສ້າງກິດຈະກຳທີ່ໂຮງຮຽນ ມສ ໂພນໂຮງ

 ເມື່ອທ້າຍເດືອນຜ່ານມາທີ່ໂຮງຮຽນມັດທະຍົມສົມບູນ (ມສ) ໂພນໂຮງ ເມືອງໂພນໂຮງ ແຂວງ ວຽງຈັນ ສະຖາບັນຂົງຈືຈັດກິດຈະກຳສົ່ງເສີ່ມວັດທະນະທຳຈີນ ໃນໂຮງຮຽນປະຈຳປີ 2019 ເປັນກຽດ ເຂົ້າຮ່ວມທ່ານ ນາງ ແສງເພັດ ຕາງໜ້າທູດ ສປ ຈີນ ປະຈຳລາວ, ທ່ານ ທອງຂຽນ ລັດຖະຂຽນ 

ຍີ່ປຸ່ນ ຊ່ວຍປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍ

ວັນທີ 3 ທັນວາ 2019 ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍ ເຫຼືອລ້າຈຳນວນ 526.999 ໂດລາ ເພື່ອຊ່ວຍເຫຼືອການປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າກຸ່ມນ້ອຍທີ່ແຂວງອຸດົມໄຊ ພິທີເຊັນສັນຍາໂຄງການໄດ້ຖືກຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ, ລະຫວ່າງທ່ານ ທາເກວາກະເຄໂຊ ເອກອັກຄະ

ເມືອງຫົງສາ ຈັດການແຂ່ງຂັນກີລາບານເຕະ

 ວັນທີ 2 ທັນວາ 2019 ທີເດີ່ນກີລາເມືອງຫົງສາ ໄດ້ຈັດ ການແຂ່ງຂັນກີລາບານເຕະເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ, ນໍາພາໂດຍ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງ ຫົງສາ, ມີການນຳຂອງເມືອງ, ແຂກຖືກ

ກະຊວງການຕ່າງປະເທດຈັດກິດຈະກຳ ກີລາບານເຕະ

 ເມື່ອອາທິດຜ່ານມາ ທີ່ເດີ່ນບານເຕະກູ໊ດໄລ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດໄດ້ຈັດກິດຈະກໍາແຂ່ງຂັນກີລາບານ ເຕະຍິງ-ຊາຍ ຂຶ້ນເພື່ອສ້າງຂະບວນ ການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ 2019 ຄົບຮອບ 44 ປີ

ວາງສະແດງຜົນງານການຂຽນຕົວໜັງສື ແລະຮູບແຕ້ມຈີນ

ໃນລະຫວ່າງວັນທີ 30 ພະຈິກ-5 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຮ່ວມກັບຄະນະບໍລິຫານງານກຸ່ມໂຮງຮຽນສອນ ແລະຮຽນພາສາຈີນ,ສະມາຄົມນັກຂຽນຕົວໜັງສືຈີນຂອງລາວ, 

ເມືອງລະມາມ ຈັດງານປະເພນີ ບຸນຊ່ວງເຮືອປະຈຳປີ

  ໃນວັນທີ 1 ທັນວາ2019 ນີ້ ເມືອງລະມາມ ແຂວງເຊກອງ ໄດ້ຈັດງານປະເພນີບຸນຊ່ວງເຮືອປະຈຳປີ 2019 ທີ່ແມ່ນໍ້າເຊກອງ, ເຂົ້າຮ່ວມມີທ່ານ ຄໍາເຜີຍ ບຸດດາ ວຽງ ເຈົ້າແຂວງເຊກອງ, ມີທ່ານ ຫວງຽນຈຽງເຊິນ ຮອງເຈົ້ານະຄອນຕາມກີ ແຂວງກວາງນາມ ສສ ຫວຽດນາມ,

ມຕ ລ້ອງແງດ ໄດ້ນຳໃຊ້ອາຄານຮຽນຫຼັງໃໝ່

ທ້າຍເດືອນຜ່ານມາ ທີ່ໂຮງຮຽນມັດທະຍົມຕົ້ນລ້ອງແງດ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ມີພິທີມອບຮັບອາຄານຮຽນຫຼັງໃໝ່ໂດຍການກ່າວມອບຂອງທ່ານ ແດນນຽວ ຫົວໜ້າອົງການມູນນິທິເກື້ອຝັນເດັກ ແລະກ່າວຮັບໂດຍ ທ່ານ ອ່ອນຈັນ ວາຕົງລີ ຜູ້ອຳນວຍການໂຮງຮຽນ ມຕ ລ້ອງ ແງດ ເຂົ້າຮ່ວມມີ

ຫຼວງນໍ້າທາ ເລືອກນັກກີລາບານເຕະຮ່ວມງານມະຫາກໍາ ກີລາແຫ່ງຊາດ ທີ່ຊຽງຂວາງ

ພາຍຫຼັງໄດ້ເລີ່ມເປີດການ ແຂ່ງຂັນກີລາບານເຕະເພື່ອຄັດ ເລືອກເອົານັກກີລາດີເດັ່ນເປັນຕົວ ແທນໃຫ້ແກ່ແຂວງຫຼວງນໍ້າທາການແຂ່ງຂັນໃນງານມະຫາກໍາກີ ລາແຫ່ງຊາດຄັ້ງທີ 11 ທີ່ແຂວງ ຊຽງຂວາງ ການແຂ່ງຂັນໄດ້ເລີ່ມມາແຕ່ວັນທີ 4 ພະຈິກ 2019 ມີທີມນັກກີລາທັງໜົດ 12 ທີມຄື:ທີມບໍລິສັດໂຊກ

ສຳເລັດການແຂ່ງຂັນສີລະປະ-ວັນນະຄະດີ ທົ່ວເມືອງຫາດຊາຍຟອງ

  ໃນລະຫວ່າງວັນທີ 28-29 ພະຈິກ ຜ່ານມາທີ່ສວນວັດທະນະທຳຊຽງຄວນ, ຫ້ອງການສຶກສາທິການ ແລະກີລາ ເມືອງຫາດຊາຍຟອງ ໄດ້ຈັດງານແຂ່ງຂັນສີລະປະ -ວັນນະຄະດີຂອງນັກຮຽນສາມັນທົ່ວເມືອງມີທັງໂຮງຮຽນພາກລັດ ແລະ ເອກະຊົນ,