ຊ້າງນ້ອຍ ຮັບນັກເຕະກອງຫຼັງເສີມທັບກຽມລຸຍບານເຕະເປບຊີ ລາວພຣີເມຍລີກ

ໂດຍ: ເຂີຍບ້ານຫ້ອມ

   ສະໂມສອນຊ້າງນ້ອຍເອັບຊີປະກາດຄວ້າ 2 ກອງຫຼັງທີມຊາດຊຸດໃຫຍ່ປະຈຸບັນປະກອບມີສອນວິໄລສີຫາວົງແລະວັນນາບຸນຫຼໍວົງສາເຂົ້າມາເສີມຄວາມແຂງແກ່ນໃນແນວຮັບກຽມລຸຍການແຂ່ງຂັນບານເຕະເປບຊີລາວພຣີເມຍລີກ 2019 ທີ່ຈະເປີດສາກຂຶ້ນ ໃນໄວໆນີ້.

ສະຫຼຸບບັ້ນລົງຝຶກຫັດ ຂອງນັກສຶກສາໂຮງຮຽນ ປກສ

ໂດຍ: ກິ່ນນາລົມ

   ໃນວັນທີ 28  ທັນວາ 2018 ຜ່ານມາທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມສະຫຼຸບບັ້ນລົງຝຶກຫັດຂອງນັກສຶກສາລຸ້ນທີ VII ໂຮງຮຽນ ປກສ ຊັ້ນກາງເລກ 1 ແຂວງຫຼວງພະບາງ ປະຈຳ 2 ເດືອນ, ໂດຍການເຂົ້າຮ່ວມຂອງທ່ານພັທນາງມະນີຈັນແກ້ວມະນີວົງຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງນ້ຳທາ, ມີຄະນະຮັບຜິດຊອບ, ຄູ-ອາຈານພ້ອມດ້ວຍນັກສຶກສາເຂົ້າຮ່ວມ 10 ສະ ຫາຍ.

ນ້ອງນັກຮຽນທີ່ປະສົບໄພເມືອງສະໜາມໄຊໄດ້ຮັບການຊ່ວຍເຫຼືອ

ໂດຍ: ຫຼວງອາໄພ

   ໃນວັນທີ 2 ມັງກອນ ຜ່ານມາ ບໍລິສັດສະຫຍາມລ້ານຊ້າງຮ່ວມກັບບໍລິສັດກະທິລັດດາຈາກປະເທດໄທໄດ້ນຳເອົາໂຕະຕັ່ງນັກຮຽນຈຳນວນ 70 ຊຸດ ເພື່ອຊ່ວຍເຫຼືອນ້ອງນັກຮຽນຜູ້ປະສົບໄພພິບັດທີ່ເມືອງສະໜາມໄຊມູນຄ່າ1 ແສນບາດ ຫຼື ເທົ່າກັບ 26 ລ້ານກີບ.ພິທີມອບ-ຮັບໄດ້ຈັດຂຶ້ນທີ່ໂຮງຮຽນ ມສ ສະໜາມໄຊ.ໂດຍກ່າວມອບຂອງທ່ານນາງ ຈິດຕຣາ ປະດຸງສັກ ຈາກບໍລິສັດສະຫຍາມລ້ານຊ້າງປະເທດໄທ ແລະກ່າວຮັບຂອງທ່ານ ນາງ ມະນີລາ ໄຊສົມບູນ ຮອງເຈົ້າ ເມືອງເມືອງສະໜາມໄຊ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມຢູ່ລາວ

(ໜັງສືພິມເສດຖະກິດ-ສັງຄົມ)  


   ທ້າຍເດືອນທັນວາ ຜ່ານມາທີ່ໂຮງຮຽນ ມສ ແຊລະບໍາ ເມືອງ ຊະນະສົມບູນ ແຂວງຈໍາປາສັກ ໄດ້ມີພິທີວາງສີລາເລີກສຳລັບໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມສຶກສາຢູ່ແຂວງພາກກາງ ແລະພາກໃຕ້ຂອງລາວເພື່ອເສີມຂະຫຍາຍ ແລະ ຮອງຮັບເອົາຈຳ ນວນນັກຮຽນທີ່ເພີ່ມຂຶ້ນສໍາລັບນັກຮຽນທີ່ສາມາດຮຽນຕໍ່ລະດັບມັດທະຍົມສຶກສາໄດ້ຢ່າງຄົບຖ້ວນ

ມວສ ຍ່າງເພື່ອສຸຂະພາບສະຫຼອງ ຄົບຮອບ 60 ປີ

 ນສພ ເສດຖະກິດ-ສັງຄົມ  

    ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ ມະຫາວິທະຍາໄລວິທະຍາສາດສຸຂະພາບໄດຈັດພີທີຍ່າງເພື່ອສຸຂະພາບເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄວິທະຍາສາດສຸຂະພາບ (ມວສ) ຄົບຮອບ 60 ປີ (1958 - 2018) ໂດຍເລີ່ມແຕ່ປະຕູໄຊຫາຫໍຄໍາແລ້ວກັບຄືນສູ່ປະຕູໄຊໂດຍການເຂົ້າຮ່ວມຂອງທ່ານຄໍາພອນພຸດທະວົງຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະນໍາກະຊວງ, ຄະນະນໍາອະທິການບໍດີສູນສະຖາບັນໂຮງໝໍໂຮງຮຽນຈາກພາກສ່ວນກ່ຽວຂ້ອງພ້້ອມ ດ້ວຍມວນຊົນໃນນະຄອນຫຼວງວຽງຈັນ  ເຂົ້າຮ່ວມຢ່າງຟົດຟື້ນ.

ສະຫຼຸບແຜນພັດທະນາກີລາ-ກາຍະກຳ

ໂດຍ:ບົວລະພາໄຊຍະຫາ

   ໃນວັນທີ 20 ທັນວາ 2018 ທີ່ຫ້ອງປະຊຸມພະແນກສຶກສາທິການແລະກີລາແຂວງໄຊຍະບູລີກົມກີລາມວນຊົນກະຊວງສຶກສາທິການແລະກີລາໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາກີລາກາຍະກຳມວນຊົນທົ່ວປະເທດປະຈຳປີ 2018 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງບຸນພັກ ອິນທະປັນຍາຮອງເຈົ້າແຂວງໄຊຍະບູລີ, ທ່ານສີທາດຈັນທະບູລີຫົວໜ້າກົມກີລາມວນຊົນກະຊວງສຶກສາທິການແລະກີລາ, ມີບັນດາຫົວ ໜ້າກົມ, ຮອງກົມອ້ອມຂ້າງກະ ຊວງ, ຫົວໜ້າ, ຮອງຫົວໜ້າພະແນກສຶກສາທິການແລະກີລາທົ່ວປະເທດພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ.

ມສ ວຽງຈັນ ສະຫຼອງວັນສ້າງຕັ້ງ ຄົບຮອບ 60 ປີ

(ໂດຍ: ເສດຖະກິດ-ສັງຄົມ)   

  ໃນວັນທີ 20 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ ໂຮງຮຽນ ມສ ວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 60 ປີ (1958-2018) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະກີລາ, ມີຄະນະອໍານວຍການ, ພະນັກງານຄູອາຈານປະຈໍາການ, ຜູ້ອາວຸໂສ ແລະ ສິດເກົ່າເຂົ້າຮ່ວມ.

ສສກ ເນັ້ນຢາກໄດ້ຄູດີ ຕ້ອງຄັດເລືອກຜູ້ຮຽນດີ

ໂດຍ: ຂາວພອນ ມ້າວຄຳຜິວ

   ທ່ານນາງແສງເດືອນຫຼ້າຈັນທະບູນລັດຖະມົນຕີກະຊວງສຶກສາທິການ ແລະກີລາ (ສສກ) ໄດ້ໂອ້ລົມຕໍ່ພະນັກງານຄູ-ອາຈານວິທະຍາໄລຄູປາກເຊ (ວຄປ) ໃນ ໂອກາດທີ່ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຈຳປາສັກພ້ອມດ້ວຍຄະນະໃນວັນທີ 17 ທັນວາຜ່ານມາທີ່ວິທະຍາໄລຄູປາກເຊໂດຍເປັນກຽດຕ້ອນຮັບຂອງທ່ານພອນພູວັນໂນຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມ ດ້ວຍຄະນະມີຜູ້ເຂົ້າຮ່ວມຫົວໜ້າກົມຮອງກົມກະຊວງສຶກສາທິການ ແລະກີລາພະນັກງານຄູ-ອາຈານ.

ມຊ ປາຖະກະຖາ ວັນສໍາຄັນຂອງຊາດ.

ສ.ນ.ພ ເສດຖາກິດ-ສັງຄົມ

    ທ້າຍອາທິດຜ່ານມາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນສໍາຄັນຂອງຊາດເປັນຕົ້ນແມ່ນວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດຄົບຮອບ 50 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 43 ປີ ແລະວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 98 ປີ ໂດຍໃຫ້ກຽດປາຖະກະຖາຂອງທ່ານກິແກ້ວໄຂຄໍາພິທູນຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີທ່ານ ນາງສົມຈັນບຸນພັນມີຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະບໍດີ, ຮອງຄະນະບໍດີ, ຜູ້ອໍານວຍການສະຖາບັນ, ພະນັກງານ, ຄູອາຈານແລະນັກສຶກສາເຂົ້າຮ່ວມ.