ລ້ຽງງົວເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ

  ການຜະລິດກະສິກຳຢູ່ພາຍໃນເມືອງປາກທາກໍ່ມີຫຼາຍຮູບແບບທີ່ແຕກຕ່າງກັນໄປບໍ່ວ່າຈະເປັນການລ້ຽງສັດ ຫຼືການປູກພືດກໍ່ລ້ວນແລ້ວແຕ່ເປັນທ່າແຮງ ແລະເງື່ອນໄຂການຜະລິດເຊັ່ນດຽວກັນກັັບຄອບຄົວຂອງທ່ານ ໄມ່ອິ່ນ ໄຊຍະນີ ປະຊາຊົນບ້ານຫາດດອນແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ທີ່ຢຶດຖືອາຊີບການລ້ຽງງົວເປັນຕົ້ນຕໍຊຶ່ງສາມາດສ້າງລາຍຮັບປີໜຶ່ງເຖິງ 30 ລ້ານກີບ.

  ທ່ານ ໄມ່ອິ່ນ ໄຊຍະນີ ໃຫ້ຮູ້ ວ່າ: ແຕ່ເມືອກ່ອນຄອບຄົວຂອງຕົນເອງແມ່ນໄດ້ເຮັດນາ ແລະ ຄ້າຂາຍທົ່ວໄປໂດຍໄດ້ລ້ຽງຄວາຍເປັນອາຊີບເສີມ, ຕໍ່ມາເຫັນວ່າການລ້ຽງຄວາຍແມ່ນມີຄວາມຫຍຸ້ງຍາກ, ສະຖານທີ່ລ້ຽງສັດກໍ່ຍັງມີຈຳນວນຈຳກັດ, ແຮງງານກໍ່ມີໜ້ອຍ ແລະ ເນື່ອງຈາກວ່າຄວາຍເປັນສັດທີ່ລ້ຽງຍາກຈຶ່ງໄດ້ປຶກສາກັບຄອບຄົວຕັດສິນໃຈຂາຍຄວາຍອອກ ແລະໄດ້ຊື້ງົວມາລ້ຽງຈຳນວນ 2 ແມ່, ຫຼັງຈາກການລ້ຽງງົວມາໄດ້ໄລຍະໜຶ່ງເຫັນວ່າງົວຂອງຕົນມີການແຜ່ຂະຫຍາຍ, ການລ້ຽງງົວກໍ່ແມ່ນມີຄວາມສະດວກສະບາຍຫຼາຍກວ່າລ້ຽງຄວາຍ, ຈຶ່ງຕັດສິນໃຈເອົາການລ້ຽງງົວເປັນທ່າແຮງຕົ້ນຕໍບວກກັບການເຮັດນານຳອີກ.

 ທ່ານ ໄມ່ອິ່ນ ໄຊຍະນີ ຍັງໃຫ້ຮູ້ຕື່ມວ່າ: ການລ້ຽງງົວຕອນທຳອິດແມ່ນຍັງລ້ຽງແບບຊະຊາຍອາໄສແບບທຳມະຊາດ, ປ່ອຍປະຕາມທົ່ງໄຮ່ທົ່ງນາແຕ່ເມືອພັກ-ລັດໄດ້ມີທິດຊີ້ນຳຫັນເອົາການປູກການລ້ຽງຢູ່ພາຍໃນເມືອງເປັນທ່າແຮງສຳຄັນ ຈາກນັ້ນຕົນ ແລະ ຄອບຄົວຈຶ່ງຕັດສິນໃຈຊື້ດິນທີ່ຕິດກັບດິນຂອງຕົນເອງຈຳນວນໜຶ່ງລ້ອມເປັນຄອກເພື່ອລ້ຽງງົວຂອງຕົນ, ປະຈຸບັນມີເນື້ອທີ່ພຽງແຕ່ 5 ເຮັກ ຕາ, ໃນນັ້ນມີການຂະຫຍາຍແຜ່ພັນຂອງງົວໃນ 1 ປີແມ່ນເພີ່ມຂຶ້ນ 15 ຫາ 18 ໂຕ, ສະນັ້ນຈຶ່ງໄດ້ຈຳກັດການແຜ່ຂະຫຍາຍຂອງງົວໂດຍກຳນົດເອົາປີໜຶ່ງພຽງແຕ່ 30 ຫາ 40 ໂຕເທົ່ານັ້ນ, ສ່ວນການບຳລຸງຮັກສາບົົວລະບັດນັ້ນຕົນເອງກໍ່ບໍ່ມີປະສົບການໃນການຮຽນຮູ້ມາ ກ່ອນ, ອາໄສແຕ່ທາງຫ້ອງການກະສິກຳ ແລະປ່າໄມ້ເມືອງເປັນຜູ້ໃຫ້ທິດຊີ້ນຳ ແລະຮຽນຮູ້ຈາກປະສົບການໂດຍອາໄສຄວາມສິ້ນເຄີຍໃນການລ້ຽງມາແຕ່ກີ້ເຊິ່ງໃນປີໜຶ່ງຈະສັກຢາປ້ອງກັນ 2 ຄັ້ງ ໃນນັ້ນບາງເທື່ອກໍ່ມີໂຄງການມາຊ່ວຍເຫຼືອທາງດ້ານຢາປ້ອງກັນ, ຖ້າຫາກບໍ່ມີກໍ່ຊື້ມາສັກເອງ, ປະຈຸບັນລາຍຮັບໃນການລ້ຽງງົວປີໜຶ່ງແມ່ນໄດ້ 15 ຫາ 30 ລ້ານກີບ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍກວ່າເມື່ອກ່ອນຈົນສາມາດສົ່ງລູກຮຽນຈົນຈົບວິຊາຊີບທັງ 3 ຄົນ, ມີເຮືອນຢູ່ທີ່ຖາວອນ, ມີລົດ ໄຖນາເດີນຕາມ ແລະມີໂຮງສີເຂົ້າ, ມີຊີວິດທີ່ໜັ້ນຄົງຫຼາຍຂຶ້ນ.

ສະໜັບສະໜຸນໂດຍ: HONDA

  ສຳລັບແຜນໃນຕໍ່ໜ້າແມ່ນຈະໄດ້ຂະຫຍາຍເນື້ອທີ່ອອກໃຫ້ກວ້າງຂວາງກວ່າເກົ່າ, ເພີ່ມການປູກຫຍ້າພັນງົວໃຫ້ໄດ້ຫຼາຍຂຶ້ນ, ເພີ່ມການຂະຫຍາຍແຜ່ພັນຂອງສັງໃຫ້ໄດ້ຢູ່ປະມານ 50 ຫາ 60 ໂຕ, ຍ້ອນຄວາມດຸໝັ່ນ ແລະມັກຮັກໃນອາຊີບຂອງຕົນເອງຈຶ່ງເຮັດໃຫ້ຄອບຄົວຂອງທ່ານ ໄມ່ອິ່ນ ໄຊຍະນີ ກາຍເປັນຄອບຄົວຕົວແບບໃນການລ້ຽງສັດຂອງເມືອງປາກທາ.

--------------------

ໜັງສືພີມເສດຖະກິດ-ສັງຄົມ