ປູກຝັງ-ລ້ຽງສັດເຮັດໃຫ້ຄອບຄົວ ຫຼຸດພົ້ນຈາກຄວາມທຸກຍາກ

  ໝູນໃຊ້ເນື້ອທີ່ພຽງ 0,20 ເຮັກຕາ ເຂົ້າໃນວຽກງານກະສິກຳເຮັດໃຫ້ ທ່ານ ບຸນຈັນ ຈັນທະພົມ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ການຫັນປ່ຽນການຜະລິດແບບທໍາມະຊາດ ແລະເຮັດພໍແຕ່ກຸ້ມກິນໄປສູ່ການຜະລິດເປັນສິນຄ້າທີ່ນໍາໃຊ້ເຕັກນິກທັນສະໄໝເຂົ້າໃນການຜະລິດເປັນທາງເລືອກໃໝ່ສຳລັບຊາວກະສິກອນໃນປະຈຸບັນແມ່ນ ນັບມື້ຫຼາຍຂຶ້ນເນື່ອງຈາກສັງຄົມມີຄວາມຮຽກຮ້ອງຕ້ອງການຫຼາຍ.

  ຄອບຄົວທ່ານ ບຸນຈັນ ຈັນທະພົມ ອາຍຸ 62 ປີ ຢູ່ບ້ານປາກເກງ ເມືອງປາກແຊງ ແມ່ນຄອບຄົວໜຶ່ງທີ່ໄດ້ຫັນປ່ຽນຈາກການເຮັດໄຮ່ມາສູ່ການປູກພືດ ແລະລ້ຽງສັດແບບ ປະສົມປະສານເປັນສິນຄ້າເຮັດໃຫ້ຄອບຄົວມີຢູ່ມີກິນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້, ໂດຍເມື່ອກ່ອນຄອບຄົວຂອງເພີ່ນແມ່ນໄດ້ປະກອບອາຊີບເຮັດເຮັດໄຮ່ເຫັນວ່າພົບຄວາມຫຍຸ້ງຍາກຫຼາຍຈຶ່ງໄດ້ຫັນມາປູກພືດຜັກປອດສານຜິດເປັນສີນຄ້າໂດຍມີວິຊາການຂອງຫ້ອງການກະສິກຳ ແລະປ່າໄມ້ເມືອງຊ່ວຍແນະດ້ານເຕັກນິກວິຊາການ ແລະ ສະໜອງອຸປະກອນໃຫ້ຈຳນວນໜຶ່ງໃນນັ້ນໄດ້ປູກພືດຜັນຕາມຄວາມຕ້ອງການຂອງຕະຫຼາດພາຍໃນເມືອງ ແລະ ໄດ້ນຳໃຊ້ພື້ນທີ່ບາງສ່ວນເຂົ້າໃນການລ້ຽງປາດຸກພັນ, ລ້ຽງສັດປີກ,ງົວ, ແບ້ ແລະໝູເພື່ອຂາຍເປັນສີນຄ້າ, ສຳລັບຂອດການຈຳໜ່າຍສະເພາະພືດຜັກ ແລະສັດປີກສ່ວນໃຫຍ່ແມ່ນມີຄົນມາຊື້ກັບສວນ, ສ່ວນໝູແມ່ນໄດ້ປະສົມພັນເພື່ອຂາຍລູກນ້ອຍ, ເຮັດໃຫ້ມີລາຍຮັບຈາກການຂາຍພືດຜັກ ແລະສັດລ້ຽງສະເລ່ຍ 12 ລ້ານກີບຕໍ່ປີເຫັນວ່າຊີວິດການເປັນຢູ່ດີຂຶ້ນຫຼາຍກວ່າການເຮັດໄຮ່.

   ສຳລັບແຜນການຕໍ່ໜ້າທ່ານ ບຸນຈັນ ຈັນທະພົມ ຈະຂະຫຍາຍພື້ນທີ່ປູກຫຍ້າອາຫານສັດ ແລະຊອກທຶນເພື່ອຊື້ສັດໃຫຍ່ປະເພດງົວ-ຄວາຍ ເຂົ້າມາລ້ຽງເພີມ, ທັງຈະ ສືບຕໍ່ຜະລິດລູກໝູອອກຂາຍໃຫ້ໄດ້ຫຼາຍຂຶ້ນຕື່ມເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍກວ່າເກົ່າ.