ຮ້ານຜ້າໄໝໄອເດຍເນັ້ນຄວາມປານີດທີ່ເປັນເອກະລັກ

  ຮ້ານຜ້າໄໝ ໄອເດຍ ເນັ້ນຄວາມປານີດດ້ານສີມືທີ່ເປັນເອກະລັກສະເພາະເພື່ອເອົາໃຈລູກຄ້າທີ່ມາໃຊ້ບໍລິການຊື້ຜະລິດຕະພັນນໍາທາງຮ້ານຜ້າໄໝໄອເດຍໄດ້ປະທັບໃຈໃນຂອດບໍລິການສາມາດມັດໃຈລູກຄ້າຍ້ອນສິນຄ້າຜ້າໄໝທີ່ທາງຮ້ານຜະລິດອອກມາແມ່ນຍ້ອມສີແບບທໍາມະຊາດ, ປະສານກັບລວດລາຍອັນສວຍງາມ, ປະຈຸບັນມີສາຂາສົ່ງພາຍໃນປະເທດທັງໝົດ 4 ແຂວງ ແລະສົ່ງອອກໄປຕ່າງປະເທດຕື່ມອີກ, ສາມາດສ້າງລາຍຮັບໃຫ້ກັບຄອບຄົວດີສົມຄວນ.

  ທ່ານ ເດຍ ບົວລຽນລິວັນ ເຈົ້າຂອງຮ້ານຜ້າໄໝໄອເດຍຕັ້ງຢູ່ບ້ານທ່າບູ້ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ທີມຂ່າວພວກເຮົາວ່າງບໍ່ດົນນີ້ວ່າຄວາມ ມັກຮັກໃນອາຊີບດ້ານການຕໍ່າຫູກທໍໄໝທີ່ສືບທອດມາຈາກພໍ່ແມ່ທີ່ຖ່າຍທອດໄວ້ໃຫ້ກັບລູກຫຼານກາຍເປັນເອກະລັກທີ່ໂດດເດັ່ນທາງດ້ານວັດທະນະທໍາສີມືອັນປານີດທີ່ເຕັມໄປດ້ວຍລວດລາຍສວຍງາມທີ່ມີສີສັນແຕກຕ່າງກັນໄປເມື່ອສໍາພັດແລ້ວຮູ້ສຶກຖືກຕາຕ້ອງໃຈ ແລະ ຕົນເອງກໍເປັນຄົນໜຶ່ງທີ່ມີຄວາມມັກຮັກໃນອາຊີບນີ້ຈາກເມື່ອກ່ອນ ອາຊີບຫຼັກແມ່ນເປັນຄູສອນຜ່ານການສິດສອນໄດ້ 10 ກວ່າປີ ແຕ່ເຫັນວ່າການພັດທະນາເສດຖະກິດຂອງຄອບຄົວຍັງມີການພັດທະນາຊ້າຈຶ່ງຫັນເອົາການຕໍ່າຜ້າໄໝຂາຍເປັນການສ້າງລາຍໄດ້ເສີມ.

  ຜ່ານການຕໍ່າຫູກທໍໄໝອອກຂາຍໃນເບື້ອງຕົ້ນເຫັນວ່າການຕອບຮັບຂອງສັງຄົມດີຫຼາຍຈິ່ງປຶກສາກັບຄອບຄົວຫັນມາເອົາໃຈໃສ່ຢ່າງຈິງຈັງພ້ອມຂະຫຍາຍກີ່ຕໍ່າຫູກອອກເປັນ 30-40 ກີ່ ໂດຍ ສະເພາະແມ່ນຊ່ວງລະດູໜາວ ແລະ ໄດ້ມີການຈ້າງຄ່າແຮງງານຈ່າຍ ເປັນລາຍວັນໃຫ້ກັບປະຊາຊົນຜູ້ ມາຊ່ວຍຕໍ່າຫູກ 10-20 ຄົນ, ສະເລ່ຍເດືອນໜຶ່ງບໍ່ຕໍ່າກວ່າ 50-60 ລ້ານກີບ. ສໍາລັບຕະຫຼາດຈໍາໜ່າຍຂອງຮ້ານຜ້າໄໝໄອເດຍ ທີ່ໄດ້ສົ່ງໃຫ້ຫຼັກໆແມ່ນມີທັງໝົດ 4 ແຂວງຄື: ແຂວງຈໍາປາສັກ, ນະຄອນ ຫຼວງວຽງຈັນ, ສະຫວັນນະເຂດ, ນະຄອນຫຼວງພະບາງສໍາລັບສົ່ງອອກໄປຕ່າງປະເທດແມ່ນປະເທດໄທ.

ຮ້ານຜ້າໄໝໄອເດຍ ມາຮອດປະຈຸບັນໄດ້ກາຍເປັນທີ່ຍອມຮັບຂອງສັງຄົມເປັນຢ່າງດີ ແລະໄດ້ຖືກຮັບເຊີນເຂົ້າຮ່ວມງານວາງສະແດງສິນຄ້າຢູ່ນະຄອນຫຼວງພະບາງວຽງຈັນ ແລະບັນດາແຂວງຕ່າງໆທີ່ຮັບຈັດງານຊຶ່ງແຕ່ລະງານຜ້າໄໝຂອງຮ້ານໄອເດຍ ມີລູກຄ້າໃຫ້ຄວາມສົນໃຈ ແລະສັ່ງຈອງນໍາເປັນຈໍານວນຫຼາຍ.

  ທ່ານ ເດຍ ກ່າວຕື່ມອີກວ່າ: ໃນຊ່ວງທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ບັນຍາກາດການຊື້ຂາຍ ແລະສັ່ງຈອງຂອງຮ້ານແມ່ນຕົກລົງຫຼາຍພໍສົມຄວນແຕ່ເຖິງຢ່າງໃດກໍຕາມທາງຮ້ານຍັງຈະຍຶດໝັ້ນໃນການຜະລິດຜ້າໄໝທີ່ໄດ້ຄຸນນະພາບ ແລະສວຍງາມດ້ວຍຄວາມປານີດທີ່ເກີດຈາກການຕໍ່າຫູກຂອງແມ່ຍິງລາວຊາວ ເມືອງນໍ້າບາກທີ່ຍັງຮັກສາໄດ້ເອກະລັກສະເພາະລວດລາຍອັນໂດດເດັ່ນ ແລະເຊື່ອວ່າການຊື້ຂອງລູກຄ້າຈະກັບມາຄຶກຄື້ນອີກຄັ້ງໜຶ່ງ,ພ້ອມນີ້ທ່ານຍັງກ່າວສະແດງຄວາມດີໃຈທີ່ໄດ້ເປັນສ່ວນໜຶ່ງໃນການມີສ່ວນຮ່ວມເພື່ອສ້າງວຽກເຮັດງານທໍາໃຫ້ກັບແມ່ຍິງຊາວເມືອງນໍ້າບາກອ້ອມຂ້າງໄດ້ມີວຽກເຮັດງານທໍາສາມາດສ້າງລາຍຮັບສ່ວນໜຶ່ງໃຫ້ກັບຄອບຄົວຂອງເຂົາເຈົ້າ.

--------------

ຂຽນໂດຍ: ສີສຸວັນ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ