ໃນວັນທີ 13 ພະຈິກ 2019 ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄວາມສົນໃຈຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະສັງຄົມທີ່ຕິດພັນກັບວຽກງານທະນາຄານໂດຍສະເພາະບັນຫາອັດຕາແລກປ່ຽນ, ການຄຸ້ມຄອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການຂະຫຍາຍຕົວຂອງປະລິມານເງິນ M2, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດ, ນະໂຍບາຍສິນເຊື່ອຊຸກຍູ້ການຜະລິດ ແລະສົ່ງເສີມ SME, ນະໂຍບາຍ ສິນເຊື່ອຊຸກຍູ້ ແລະຟື້ນຟູຜົນກະທົບຈາກໄພທຳມະຊາດ, ບັນຫາດອກເບ້ຍຂອງທະນາຄານ, ສະຖາບັນ ການເງິນ ແລະອື່ນໆ.
ທ່ານຜູ້ວ່າການ ທຫລ ໄດ້ຊີ້ແຈ້ງວ່າ: ສະພາບການເໜັງຕີງຂອງອັດຕາແລກປ່ຽນຂອງເງິນກີບ ຜ່ານມາມີທັງປັດໄຈພາຍນອກ ແລະ ພາຍໃນ, ປັດໄຈພາຍນອກແມ່ນສະພາບການແຂງຄ່າຂອງເງິນໂດລາ ແລະເງິນບາດໃນຕະຫຼາດສາກົນຄ່າເງິນບາດທຽບກັບໂດລາໄລຍະຕົ້ນເດືອນມັງກອນຫາເດືອນພະຈິກ 2019 ແຂງຄ່າຂື້ນປະມານ 3,67% ທຽບໃສ່ ປີ 2018, ໃນຂະນະດຽວກັນຄ່າເງິນໂດລາ ທຽບໃສ່ເງິນສະກຸນແຂງອື່ນກໍ່ມີການແຂງຄ່າປະມານ 4,05%, ການແຂງຄ່າຂອງເງິນ ໂດລາ ແລະ ເງິນບາດໃນຕະຫຼາດສາກົນໄດ້ສົ່ງຜົນກະທົບໃຫ້ເງິນກີບອອ່ນຄ່າຢ່າງຫຼີກລ່ຽງບໍ່ໄດ້, ສົມທຽບໄລຍະດຽວກັນອັດຕາແລກປ່ຽນເງິນກີບທຽບກັບເງິນໂດລາອ່ອນຄ່າ 3,20 % ແລະເງິນກີບທຽບໃສ່ບາດອ່ອນຄ່າ 6,73% ທຽບໃສ່ປີ 2018, ສຳລັບປັດໄຈພາຍໃນເກີດມາຈາກພື້ນຖານເສດຖະກິດຂອງປະເທດເຮົາທີ່ອາໄສການນຳເຂົ້າສິນຄ້າເປັນຫຼັກ, ການຜະລິດສິນຄ້າພາຍໃນປະເທດຍັງບໍ່ທັນເຂັ້ມແຂງເຮັດໃຫ້ມີການຂາດດຸນການຄ້າຢ່າງຕໍ່ເນື່ອງໃນຂະນະທີ່ແຫຼ່ງເງິນຕາເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມເພື່ອລະຄາສິນຄ້ານຳເຂົ້າ ແລະ ການບໍລິການຍັງບໍ່ທັນດຸນດ່ຽງພຽງພໍ, ດ້ວຍເຫດນັ້ນຈື່ງສົ່ງຜົນໃຫ້ສະພາບ ອັດຕາແລກປ່ຽນເໜັງຕີງ, ຈາກສະພາບຄືດັ່ງກ່າວບວກກັບການຜັນຜວນລາຄານໍ້າມັນຢູ່ສາກົນ, ປັດ ໄຈລະດູການ, ໄພທຳມະຊາ ແລະ ໂລກລະບາດສັດຢູ່ພາຍໃນປະເທດ ເຮັດໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການໄດ້ສົ່ງຜົນລາຄາສິນຄ້າພາຍໃນຖີບຕົວສູງຂຶ້ນ, ອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນຈາກ 1,5% ໃນເດືອນມັງກອນມາເປັນ 5,34% ໃນເດືອນຕຸລາ 2019, ເຖິງຢ່າງໃດກໍ່ຕາມ, ອັດຕາເງິນເຟີ້ໂດຍສະເລ່ຍ 10 ເດືອນ ຢູ່ໃນລະດັບ 2,76% ແລະຄາດວ່າອັດຕາເງິນເຟີ້ສະເລ່ຍໝົດປີ 2019 ຈະບໍ່ເກີນ 3%, ສຳລັບປະລິມານເງິນ M2 ຂະຫຍາຍຕົວ 13,96% ຕໍ່າກວ່າແຜນການ (ຊຶ່ງຕາມມະຕິສະພາໃຫ້ບໍ່ເກີນ 20%) ຍ້ອນປັດໄຈການລົງທຶນທັງພາກລັດ ແລະເອກະຊົນຂະຫຍາຍຕົວຫຼຸດລົງ, ທະນາຄານເອງກໍ່ລະມັດລະວັງ ແລະ ຊອກຫາລູກຄ້າທີ່ຈິງໃຈໃນການສະໜອງສິນເຊື່ອເພື່ອບໍ່ຢາກໃຫ້ມີໜີ້ສິນ NPL; ກະແສເງິນທຶນໄຫຼເຂົ້າໃນຮູບແບບການລົງທຶນໂດຍກົງຈາກຕ່າງປະເທດໄດ້ຫຼຸດລົງ.
ສຳລັບຄັງສຳຮອງເງິນຕາຕ່າງປະເທດ ທຫລ ຍັງຮັກສາໄດ້ຕາມແຜນການທີ່ສະພາແຫ່ງຊາດຮັບຮອງ, ເຖິງຢ່າງໃດກໍ່ຕາມ, ກໍ່ເຫັນວ່າຕ້ອງໄດ້ສ້າງຄວາມເຂັ້ມແຂງເພື່ອຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໂດຍຈະພະຍາຍາມເກັບຊື້ເງິນຕາຕ່າງປະເທດ ຈາກແຫຼ່ງຕ່າງໆທີ່ເຫັນວ່າມີເງື່ອນໄຂ, ສົມທົບກັບຂະແໜງການກ່ຽວຂ້ອງເພື່ອສ້າງກົນໄກຄຸ້ມຄອງການລົງທຶນໂດຍກົງຂອງຕ່າງປະເທດໂອນລາຍຮັບທີ່ເປັນເງິນຕາເຂົ້າປະເທດຜ່ານລະບົບທະນາຄານຫຼາຍຂຶ້ນ, ສິ່ງທີ່ສຳຄັນການສ້າງກຳລັງແຮງເງິນຕາຕ້ອງຂຶ້ນຢູ່ກັບປັດໄຈການສົ່ງເສີມການຜະລິດພາຍໃນທົດແທນຄວາມຕ້ອງການນຳເຂົ້າເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ, ສົ່ງເສີມ ການຜະລິດເພື່ອສົ່ງອອກທີ່ເປັນປັດໄຈແຫຼ່ງເງິນຕາເຂົ້າມາປະເທດ.ຕ້ອງເພີ່ມທະວີການປະຢັດການໃຊ້ຈ່າຍເງິນຕາຕ່າງປະເທດ, ຂະແໜງການທີ່ມີລາຍຮັບເປັນເງິນຕາຕ່າງປະເທດຕ້ອງຂາຍເງິນຕາ ໃຫ້ລະບົບທະນາຄານ, ພ້ອມນີ້ຂະ ແໜງການກ່ຽວຂ້ອງຕ້ອງສ້າງສິ່ງ ຈູງໃຈເພື່ອດຶງດູດການລົງທຶນຂອງ ຕ່າງປະເທດຫຼາຍຂຶ້ນ, ສຳລັບການລົງທຶນໂດຍກົງຂອງຕ່າງປະເທດ ໂດຍສະເພາະທີ່ມີການສົ່ງອອກຜະລິດຕະພັນບໍ່ແຮ່ ແລະໄຟຟ້າກວມເອົາປະມານ 67% ຂອງການສົ່ງອອກທັງໝົດ (ສະເລ່ຍແຕ່ປີ 2016-ປະຈຸບັນ), ຕ້ອງນຳເງິນຕາເຂົ້າມາປະເທດໃຫ້ຫຼາຍຂຶ້ນເພາະຜ່ານມາລາຍຮັບຈາກການ ສົ່ງອອກຂອງຂະແໜງການດັ່ງກ່າວ ແມ່ນໂອນເຂົ້າມາປະເທດມີພຽງບາງສ່ວນເທົ່ານັ້ນ, ຕົວຢ່າງ ໃນປີ 2017 ລາຍຮັບທີ່ເປັນເງິນຕາໂອນເຂົ້າມາຕົວຈິງມີພຽງແຕ່ 26% ແລະປີ 2018 ລາຍຮັບທີ່ ເປັນເງິນຕາໂອນເຂົ້າມາພຽງແຕ່ 28% ຂອງຍອດການສົ່ງອອກ ທັງໝົດ.
ເພື່ອສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ທຫລ ຈະສືບຕໍໍ່ຈັດຕັ້ງປະຕິບັດນະໂຍບາຍ ເງິນຕາ ແລະອັດຕາແລກປ່ຽນຕາມທິດທາງແຜນເງິນຕາທີ່ໄດ້ກຳນົດໂດຍຈະເອົາໃຈໃສ່ປະຕິບັດບັນດາເຄື່ອງມືຕ່າງໆຂອງນະໂຍບາຍເງິນຕາທີ່ໄດ້ກຳນົດ ແລະ ຈະຄຸ້ມຄອງຄ່າເງິນກີບໃຫ້ເໜັງຕີງໃນຂອບເຂດທີ່ກຳນົດໄວ້ໂດຍຈະສືບຕໍ່ກຳນົດອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດດ້ວຍການກຳນົດອັດຕາແລກປ່ຽນອ້າງອີງໃຫ້ທະນາຄານທຸລະກິດ ແລະຮ້ານແລກປ່ຽນຕາມຂອບເຂດທີ່ກຳນົດ ແລະ ຈະຄວບຄຸມສ່ວນຕ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດໃຫ້ຫຍັບເຂົ້າກັນ, ດັດສົມເງິນຕາຕ່າງປະເທດໃຫ້ແກ່ສັງຄົມໂດຍສຸມໃສ່ບັນດາເປົ້າ ໝາຍສິນຄ້າຍຸດທະສາດ, ສິນຄ້າທີ່ມີຄວາມຈຳເປັນທີ່ກະທົບໄວ ແລະ ອ່ອນໄຫວຕໍ່ການດຳລົງຊີວິດເພື່ອບໍ່ໃຫ້ອັດຕາແລກປ່ຽນເໜັງຕີງແຮງກະທົບຕໍ່ລາຄາພາຍໃນປະ ເທດ, ພ້ອມນີ້ກໍ່ຈະຄວບຄຸມປະລິມານເງິນ ແລະ ຄຸນນະພາບສິນເຊື່ອຂອງທະນາຄານ, ສືບຕໍ່ ໂຈະອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ແລະ ສືບຕໍ່ຄຸ້ມຄອງດ້ວຍການລົງກວດກາຮ້ານແລກປ່ຽນເງິນຕາໃຫ້ປະຕິບັດຕາມ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ມີການສ່ວຍໂອກາດປັນປ່ວນອັດຕາແລກປ່ຽນ,ໃນກໍລະນີມີຮ້ານແລກປ່ຽນເງິນຕາໃດມີການເຄື່ອນໄຫວບໍ່ສອດຄ່ອງຕາມກົດໝາຍ ແລະລະບຽບການທີ່ ທຫລ ກຳນົດເຊັ່ນ: ກຳນົດອັດຕາແລກ ປ່ຽນຊື້-ຂາຍ ເງິນຕາເກີນຂອບເຂດທີ່ລະບຽບການກຳນົດ ທຫລ ຈະສຶກສາອົບຮົມ, ພ້ອມທັງກ່າວເຕືອນເປັນລາຍລັກອັກສອນ, ປະຕິບັດມາດຕະການປັບໃໝ, ກໍລະນີທີ່ມີການກະທຳຜິດຮ້າຍແຮງ, ທຫລ ຈະປະຕິບັດມາດຕະການດ້ວຍການ ສັ່ງຢຸດຕິການດຳເນີນທຸລະກິດ ແລະຖອນໃບອະນຸຍາດ, ຮອດປະຈຸບັນມີຮ້ານແລກປ່ຽນຖືກກ່າວເຕືອນຈຳນວນ 20 ຮ້ານ, ແຈ້ງເຕືອນຜູ້ທີ່ເຄື່ອນໄຫວບໍ່ໄດ້ຮັບອະນຸຍາດ 11 ຮ້ານ, ປັບໃໝ 15 ຮ້ານ ແລະຖືກຖອນໃບອະນຸຍາດປິດກິດຈະການ 8 ຮ້ານ.
ໃນການຄຸ້ມຄອງເງິນຕາຕ່າງປະເທດ, ທຫລ ຈະສືບຕໍ່ຄຸ້ມຄອງຕິດຕາມກະແສເງິນໄຫຼເຂົ້າ-ອອກ ຜ່ານລະບົບທະນາຄານເປັນຕົ້ນ: ການໂອນເງິນເຂົ້າ-ອອກ ສປປ ລາວ ຂອງທະນາຄານທຸລະກິດ ເພື່ອຊຳລະຄ່າສິນຄ້າ-ບໍລິການໃຫ້ແກ່ຫົວໜ່ວຍທຸລະກິດ, ການເປີດ ບັນຊີເງິນຝາກຢູ່ຕ່າງປະເທດ, ການໃຫ້ກູ້ ແລະຮັບເງິນກູ້ກັບຕ່າງ ປະເທດ, ການຢັ້ງຢືນການນຳທຶນຈາກຕ່າງປະເທດເຂົ້າມາລົງທຶນຢູ່ ສປປ ລາວ ແລະການນຳທຶນອອກໄປລົງທຶນຢູ່ຕ່າງປະເທດຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ.
ສຳລັບນະໂຍບາຍສິນເຊື່ອເພື່ອເປັນການຊຸກຍູ້ການຜະລິດ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ (SME) ໃນໄລຍະຜ່ານມາ ທຫລ ໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການຜະລິດພາຍໃນເປັນສິນຄ້າຂອງລັດຖະບານໂດຍໄດ້ສະໜອງແຫຼ່ງທຶນຊຸກຍູ້ການຜະລິດພາຍໃນຈໍານວນຫຼາຍສົມຄວນໂດຍສະເພາະສິນເຊື່ອຜ່ານທະນາຄານນະໂຍບາຍເປົ້າໝາຍການປູກຝັງ ແລະ ລ້ຽງສັດເພື່ອແກ້ໄຂຄວາມທຸກຍາກ ແລະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ຮອດເດືອນກັນ ຍາ ປີ 2019 ມີຍອດສິນເຊື່ອທັງໝົດ 3.120 ຕື້ກີບ, ນອກຈາກນີ້, ເພື່ອສະໜັບສະໜູນນະໂຍບາຍສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງ SME ໄດ້ມີນະໂຍບາຍຊຸກຍູ້ໃຫ້ ທະນາຄານທຸລະກິດປ່ອຍສິນເຊື່ອ SME ເປັນຕົ້ນອະນຸຍາດໃຫ້ທະນາຄານທຸລະກິດຫັກເງິນແຮສໍາຮອງຄວາມສ່ຽງຫຼຸດລົງ, ປະຈຸບັນ ທຫລ ໄດ້ເລັ່ງສ້າງນິຕິກຳຄຸ້ມຄອງການສ້າງຕັ້ງບໍລິສັດຄ້ຳປະກັນສິນເຊື່ອເພື່ອຊ່ວຍໃຫ້ SME ເຂົ້າເຖິງແຫຼ່ງທຶນໄດ້ສະດວກຂຶ້ນກວ່າເກົ່າ, ທຫລ ໄດ້ມີການເຊັນສັນຍາເງິນກູ້ 300 ລ້ານໂດລາສະຫະລັດກັບທະນາຄານພັດທະນາແຫ່ງ ຊາດ ຈີນ ຊຶ່ງປະຈຸບັນມີ 12 ທະນາຄານທຸລະກິດເຂົ້າຮ່ວມໂຄງການ ແລະ ຈະເລັ່ງເບີກຖອນເງິນກູ້ບ້ວງທຳອິດຈຳນວນ 100 ລ້ານໂດລາສະຫະລັດ ຈາກທະນາຄານດັ່ງກ່າວ ພາຍໃນປີ 2019 ພ້ອມນີ້, ທຫລ ກໍ່ກະກຽມຄວາມພ້ອມເພື່ອສະໜອງທຶນ 200 ຕື້ກີບ ເພື່ອສົ່ງເສີມ SME ໃຫ້ພາກສ່ວນກ່ຽວຂ້ອງ, ບັນຫາທີ່ສຳຄັນໃນນີ້, ຂະແໜງ SME ບໍ່ແມ່ນຈະຮຽກຮ້ອງແຫຼ່ງທຶນດ້ວຍອັດຕາດອກເບ້ຍນະໂຍບາຍຈາກພາກລັດແຕ່ກໍ່ຕ້ອງປັບປຸງການຄຸ້ມຄອງບໍລິຫານການເຄື່ອນໄຫວທຸລະກິດຂອງຕົນໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງ, ນຳໃຊ້ແຫຼ່ງທຶນໃຫ້ເກີດດອກອອກຜົນ ແລະ ສາມາດຊຳລະໜີ້ສິນຄືນໄດ້.
ສຳລັບການສະໜອງທຶນເພື່ອຟື້ນຟູຜົນເສຍຫາຍຈາກໄພນໍ້າຖ້ວມຢູພາກກາງ ແລະພາກໃຕ້, ຈາກການລາຍງານເບື້ອງຕົ້ນຂອງທະນາຄານທຸລະກິດທີ່ປ່ອຍສິນເຊື່ອແກ່ຂະແໜງການເສດຖະກິດ ມີຍອດລວມຜົນເສຍຫາຍທັງໝົດ 168.43 ຕື້ກີບ, ໃນການແກ້ໄຂບັນຫາດັ່ງກ່າວ ທຫລ ໄດ້ອອກນະໂຍບາຍຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອແກ້ໄຂຜົນກະທົບຈາກໄພທຳມະຊາດ ແລະ ພະຍາດລະບາດຕໍ່ບັນດາທະນາຄານທຸລະກິດຄື: 1) ໃຫ້ທະນາຄານເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະດອກ ເບ້ຍໃຫ້ລູກຄ້າ, 2) ສະໜອງເງິນກູ້ບ້ວງໃໝ່ໃຫ້ລູກໜີ້ ແລະ ຜູ້ທີ່ໄດ້ຮັບຜົນເສຍຫາຍຈາກໄພທຳມະຊາດ, ສຳລັບລູກຄ້າລາຍໃໝ່ ແຕ່ເປັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ; ທຫລ ຈະໄດ້ຊຸກຍູ້ໃຫ້ທະນາຄານທຸລະກິດພິຈາລະນາແຕ່ລະກໍລະນີ, ໃນກໍລະນີແຫຼ່ງທຶນຂອງທະນາຄານມີບໍ່ພຽງພໍກໍ່ສາມາດສະເໜີຄວາມຕ້ອງ ການແຫຼ່ງທຶນໂດຍການກູ້ຢືມມາຍັງທຫລໄດ້.
ສຳລັບບັນຫາອັດຕາດອກເບ້ຍຂອງທະນາຄານນັບແຕ່ເດືອນ ກຸມພາ 2019 , ທຫລ ໄດ້ມີການຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກ-ເງິນກູ້ຕາມກົນໄກຕະ ຫຼາດທີ່ມີການຄຸ້ມຄອງຂອງລັດໂດຍໃຫ້ທະນາຄານທຸລະກິດ (ທທກ) ກຳນົດດອກເບ້ຍຂອງຕົນບົນພື້ນຖານເສດຖະກິດ, ການໄລ່ລຽງປະສິດທິຜົນແລະຫຼັກການບໍລິ ຫານຕົ້ນທຶນໃນການດຳເນີນງານຂອງຕົນ; ແຕ່ກໍລະນີ ທທກ ຕ້ອງການດັດປັບຂຶ້ນອັດຕາດອກເບ້ຍຕ້ອງຂໍອະນຸຍາດຈາກ ທຫລ. ສຳລັບການຊຸກຍູ້ໃຫ້ມີສະຖາບັນການເງິນຈຸລະພາກນັ້ນເພື່ອເປົ້າໝາຍສົ່ງເສີມການອອມ, ການເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ ແລະຕ້ອງການໃຫ້ພວກທີ່ປ່ອຍເງິນນອກລະບົບຫັນເຂົ້າສູ່ລະບົບ, ອັດຕາດອກ ເບ້ຍຂອງສະຖາບັນການເງິນຈຸລະພາກສູງແມ່ນການປ່ອຍສິນເຊື່ອຂະໜາດນ້ອຍ ແລະ ໄລຍະ ສັ້ນໃຫ້ແກ່ລູກຄ້າລາຍຍ່ອຍເປັນສ່ວນໃຫຍ່ໃນວົງເງິນຂັ້ນຕໍ່າປະມານ 5-10 ລ້ານກີບຕໍ່ລາຍ ແລະການອະນຸມັດໃຫ້ສິນເຊື່ອໃຊ້ເວລາສັ້ນກວ່າ ທທກ ນອກນັ້ນຜະລິດຕະພັນຂອງສະຖາບັນການເງິນຖ້າທຽບໃສ່ທະນາຄານແລ້ວມີຈໍາກັດ.
ອີກປະການໜຶ່ງລາຍຮັບຫຼັກຂອງເຂົາເຈົ້າໄດ້ມາຈາກດອກເບ້ຍເງິນກູ້, ແຕ່ຕົ້ນທຶນການດຳເນີນງານຂ້ອນຂ້າງສູງປະມານ 2% ຕໍ່ເດືອນເປັນຕົ້ນດອກເບ້ຍເງິນຝາກລະດົມມາສູງແລ້ວສະເລ່ຍ ຢູ່ໃນລະດັບ 13% ຕໍ່ປີ (ປະມານ 1,08% ຕໍ່ເດືອນ) ບວກກັບຕົ້ນທຶນການບໍລິຫານສູງ (ພັນທະ ອາກອນຕ່າງໆ, ເງິນເດືອນ, ລາຍຈ່າຍໃນການດຳເນີນທຸລະກຳການຫາລູກຄ້າສິນເຊື່ອ) ສະນັ້ນການປ່ອຍເງິນກູ້ຂອງສະຖາບັນການເງິນຢູ່ຫຼາຍປະເທດກໍ່ຕ້ອງສູງກວ່າທະນາຄານ, ສະເພາະຢູ່ ສປປ ລາວສະ ເລ່ຍຢູ່ໃນລະດັບ 2,5-3% ຕໍ່ເດືອນຈຶ່ງຈະເຮັດໃຫ້ເຂົາເຈົ້າສາມາດຄົງຕົວໄດ້ດັ່ງນັ້ນ, ຈຶ່ງເຮັດໃຫ້ອັດຕາດອກເບ້ຍໂດຍລວມຂອງສະຖາບັນການເງິນສູງກວ່າອັດຕາດອກ ເບ້ຍຂອງທະນາຄານ, ຕໍ່ກັບສະພາບດັ່ງກ່າວ ທຫລ ໃນນາມຜູ້ຄຸ້ມຄອງຈະລົງກວດກາຕິດຕາມຢ່າງໃກ້ສິດເພື່ອບໍ່ໃຫ້ສະຖາບັນການເງິນເກັບອັດຕາດອກເບ້ຍເງິນກູ້ສູງເກີ ນຄວາມເປັນຈິງ.
_________
ຂຽນໂດຍ: ຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ