ອາດສະພັງທອງເສດຖະກິດຂະຫຍາຍຕົວໃນລະດັບ 6%

  ເມືອງອາດສະພັງທອງເປັນເມືອງໜຶ່ງຂອງແຂວງສະຫວັນນະເຂດທີ່ມີທ່າແຮງຫຼາຍດ້ານໃນການພັດທະນາເສດຖະກິດສັງຄົມຊຶ່ງໃນຕະຫຼອດໄລຍະ 5 ປີ ການນຳເມືອງໄດ້ເອົາໃຈໃສ່ໃນການຊຸກຍູ້ການຜະລິດຂອງປະຊາຊົນ, ພ້ອມທັງດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ເສດຖະກິດພາຍໃນຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບສະເລ່ຍ 6% ຕໍ່ປີ.

ສະຫາຍ ອຸໄພວັນ ໄຊຍະວົງ ວ່າ ການເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງອາດສະພັງທອງກໍໄດ້ຜ່ານບົດລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ເມືອງ ຄັ້ງທີ 8 ວ່າ: ຕະຫຼອດໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງອາດສະພັງທອງຄັ້ງທີ 7 ກໍ່ມີທັງກາລະໂອກາດ, ສິ່ງທີ່ເອື້ອອໍານວຍຄວາມສະດວກ ແລະ ສິ່ງທ້າທາຍໃນດ້ານຕ່າງໆເຖິງຢ່າງໃດກໍ່ຕາມທົ່ວອົງຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນຂອງເມືອງກໍ່ໄດ້ເອົາໃຈໃສ່ຊີ້ນຳໆພາເປັນຕົ້ນການຊອກຄົ້ນຈັດເກັບລາຍຮັບເຂົ້າງົບປະມານຈາກທຸກພາກສ່ວນເສດຖະກິດທີ່ເປັນປາຍແຫຼມ, ເປັນທ່າແຮ່ງບົ່ມຊ້ອນຂອງ ເມືອງ, ພ້ອມທັງຊຸກຍູ້ຜົນຜະລິດຂອງປະຊາຊົນໃຫ້ເປັນສິນຄ້າ, ໂດຍເລີ່ມຈາກການສ້າງຈິດສຳນຶກໃຫ້ປະຊາຊົນປ່ຽນແປງແຜນດຳລົງຊີວິດໃໝ່,ຈາກການຜະລິດແບບກະແຈກກະຈາຍອີງໃສ່ທຳມະຊາດ, ຄ່ອຍໆຫັນສູ່ການຜະລິດກາຍເປັນສິນຄ້າແບບທັນສະໄໝເທື່ອລະກ້າວ.

ຊຶ່ງການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 6% ລວມຍອດພະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 12,5 ລ້ານກີບ ຫຼືເທົ່າກັບ 1.489 ໂດລາ, ທຽບ ໃສ່ປີ 2014 ເຫັນວ່າເພີ່ມຂຶ້ນ 287 ໂດລາ, ການປະຕິບັດນະໂຍ ບາຍການລົງທຶນຂອງພັກ-ລັດ ມີ ທ່າອ່ຽງເພີ່ມຂຶ້ນຂະຫຍາຍຕົວຢ່າງກວ້າງຂວາງ ຊຶ່ງສາມາດປະຕິບັດໄດ້ 53 ໂຄງການເທົ່າກັບ 114% ຂອງມູນຄ່າທັງໝົດ, ດ້ານພື້ນຖານໂຄງລ່າງຄົມມະນາຄົມ ຖະໜົນ, ຫົນທາງ, ຂົວ, ກໍໄດ້ຮັບການປັບປຸງ.

ນອກນັ້ນຍັງໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ຄຸ້ມຄອງການຈັດເກັບລາຍຮັບ-ລາຍຈ່າຍຕ່າງໆໃນປີຜ່ານມາສາມາດຈັດເກັບລາຍຮັບໄດ້ 12,4 ຕື້ກີບ ເພີ່ມຂຶ້ນ 3,5 ຕື້ກີບ ເທົ່າກັບ 73% ຂອງແຜນການປີທີ່ພະແນກການເງິນແຂວງມອບໃຫ້ຕົວເລກ 16,3 ຕື້ກີບ ແລະ  ຄຸ້ມຄອງລາຍຈ່າຍໄດ້ 28,1 ຕື້ ກີບ ເທົ່າກັບ 49% ຂອງແຜນການ ປີ, ພ້ອມນີ້ແຕ່ລະບ້ານກໍ່ມີຕາຂ່າຍໄຟຟ້າເຂົ້າກວມເອົາໝົດທຸກບ້ານ 100% ມີຄອບຄົວທີ່ຊົມໃຊ້ກະແສໄຟຟ້າແລ້ວເກືອບ 85% ຂອງຄອບຄົວທັງໝົດໃນທົ່ວເມືອງ.

-----------------

ຂ່າວ:  ສະເຫຼີມໄຊ