ປະຊາຊົນ 12 ບ້ານເມືອງທ່າແຕງມີຊີວິດດີຂຶ້ນ ຍ້ອນໂຄງການພັດທະນາກະສິກໍາຊຸມຊົນ

  ຈາກຜົນສຳເລັດໃນການປະຕິບັດກິດຈະກຳໄລຍະ II ຂອງໂຄງການພັດທະນາກະສິກຳຊຸມຊົນຢູ່ເມືອງທ່າແຕງແຂວງເຊກອງ ແຕ່ປີ 2017-2019 ໂດຍສົ່ງຜົນເຮັດໃຫ້ປະຊາຊົນ 12 ບ້ານເປົ້າໝາຍໄດ້ມີຊີວິດການເປັນຢູ່ດີຂຶ້ນ.

ທ່ານ ຈຳປາທອງ ຄຳມະນີວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງຕາງໜ້າຜູ້ປະສານງານໂຄງການຂັ້ນເມືອງກ່າວໃນໂອກາດເຂົ້າຮ່ວມ ພິທີປິດໂຄງການພັດທະນາກະສິກຳຊຸມຊົນໄລຍະ II ທີ່ສະໂມສອນເມືອງທ່າແຕງໃນວັນທີ 5 ທັນວາ 2019 ວ່າ: ໂຄງການພັດທະນາກະສິກຳຊຸມຊົນໄລຍະ II ໄດ້ຮັບການສະໜັບສະໜູນທຶນໂດຍອົງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫຼື (SFE) ມາແຕ່ປີ 2017ເຖິງປະຈຸບັນມີຈຳນວນ 3,83 ຕື້ກີບ ໂດຍເນັ້ນໃສ່ 3 ຂະແໜງການຫຼັກຄື: ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງສຶກສາທິການ ແລະ ກີລາ ແລະ ຂະແໜງສາທາລະນະສຸກຊຶ່ງມີເປົ້າໝາຍສົ່ງເສີມຊີວິດການ ເປັນຢູ່ຂອງປະຊາຊົນ 12 ບ້ານ 1.017 ຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າເຊັ່ນ: ບ້ານແສນ, ບ້ານໂທນນ້ອຍ, ບ້ານປາຫຼາຍ, ບ້ານຈຸງຮຸງເໜືອ, ບ້ານຈະຫຼາມເກົ່າ, ບ້ານກົກພຸງໄຕ້, ບ້ານສະທົວເໜືອ, ບ້ານຈຸງຮຸງໄຕ້, ບ້ານປ່າໄລ່, ບ້ານຕຸ້ມຍໍ, ບ້ານໂທນໃຫຍ່ ແລະ ບ້ານກໍາກອກໃນຂະນະທີ່ໄດ້ຈັດຕັ້ງປະຕິບັດກິດຈະກຳຍົກລະດັບຄວາມອາດສາມາດ ແລະ ສົ່ງເສີມການປູກ-ການລ້ຽງ, ການສຸຂະພິບານ ແລະ ນໍ້າລວມໄປເຖິງການປະຕິບັດກິດຈະກຳການ ສຶກສາ ແລະ ບໍລິຫານອື່ນໆໃຫ້ແກ່ຊຸມຊົນຕາມຫຼັກວິຊາການສຳເລັດ 100 %.

ສະໜັບສະໜຸນໂດຍ: HONDA

  ໃນຂະນະດຽວກັນ ທ່ານ ແສງລາຕີ ຫຼອມຍະເດດ ຫົວໜ້າຄະນະຈັດຕັ້ງເມືອງ, ໄດ້ມີຄຳເຫັນວ່າ: ຜົນສຳເລັດການເຄື່ອນໄຫວວຽກງານຂອງໂຄງການພັດທະນາກະ ສິກຳຊຸມຊົນໄລຍະ II ແມ່ນເປັນພື້ນຖານອັນໜັກແໜ້ນ ແລະໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ເມືອງທ່າແຕງໃຫ້ນັບມື້ສູງຂຶ້ນໂດຍສະເພາະແມ່ນດ້ານບຸກຄະລາກອນ, ອຸປະກອນ ແລະລະບົບພື້ນຖານໂຄງລ່າງຕ່າງໆແຕ່ເຖິງຢ່າງໃດກໍຕາມເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການບໍລິການປະຊາ ຊົນແລ້ວຍັງມີຫຼາຍອັນທີ່ຈະຕ້ອງສືບຕໍ່ພັດທະນາ ແລະ ແກ້ໄຂດ້ານອຸປະກອນ ແລະ ອື່ນໆທີ່ຈໍາເປັນ.

------------------

ໜັງສືພີມເສດຖະກິດ-ສັງຄົມ