ກອງທຶນບ້ານທາດມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ

  ໂດຍສຸມໃສ່ປະຕິບັດຕາມແນວທາງຂອງພັກລັດທີ່ວາງອອກໃຫ້ເຂົ້າສູ່ຊີວິດຕົວຈິງ ແລະເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງຄອບຄົວໃນໄລຍະຍາວພ້ອມທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນດ້ວຍການເພີ່ງຕົນເອງກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

  ທ່ານ ສົມພານ ຍົດບຸນ ປະທານກອງທຶນບ້ານທາດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງທຶນແມ່ນມີຄວາມສຳຄັນ ແລະຈຳເປັນເພື່ອສ້າງພື້ນຖານທາງດ້ານເສດຖະກິດຂອງບ້ານໃຫ້ມີຄວາມເຂັ້ມແຂງບ້ານທາດຈຶ່ງໄດ້ສ້າງຕັ້ງກອງທຶນພັດທະນາຂັ້ນບ້ານຂຶ້ນໃນວັນທີ 7 ສິງຫາ 2008 ພາຍໃຕ້ການການຊີ້ນຳຂອງໜ່ວຍງານພັດທະນາຊົນນະບົດຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂດຍໄດ້ແຕ່ງຕັ້ງຄະນະກອງທຶນ ບ້ານລວມມີ 7 ທ່ານ ປະກອບມີປະທານ 1 ທ່ານ, ຄະນະ 2 ທ່ານ, ການບັນຊີ 1 ທ່ານ, ຄັງເງິນ 1 ທ່ານ ແລະກວດກາ 2 ທ່ານ ຄະນະດັ່ງກ່າວໄດ້ພາກັນລະດົມທຶນຈາກພໍ່ແມ່ປະຊາຊົນທີ່ສະໝັກໃຈເຂົ້າເປັນສະມາຊິກຄັ້ງທໍາອິດມີຈໍານວນສະມາຊິກ 134 ຄົນ, ລວມເງິນຝາກໄດ້ 11,13 ລ້ານກີບໄດ້ປ່ອຍໃຫ້ສະມາຊິກຕາມລະບຽບການກອງທຶນທີ່ໄດ້ກໍານົດໄວ້ດ້ວຍອັດຕາດອກເບ້ຍໄລຍະນັ້ນຄື: ປ່ອຍກູ້ສໍາລັບການຄ້າຂາຍ ແລະບໍລິການ 2% ຕໍ່ເດືອນ,ປ່ອຍກູ້ສໍາລັບການຜະລິດປູກຝັງ-ລ້ຽງສັດ 1% ຕໍ່ເດືອນ ແລະ ປ່ອຍກູ້ສໍາລັບການປິ່ນປົວພະຍາດເວລາເຈັບເປັນ 0,75% ຕໍ່ເດືອນ.

ສະໜັບສະໜຸນໂດຍ: HONDA

  ຜ່ານການຈັດຕັ້ງປະຕິບັດ ແລະສະຫຼຸບຖອດຖອນບົດຮຽນໃນແຕ່ລະປີໄດ້ພົບດ້ານອ່ອນທີ່ຈໍາເປັນຈະຕ້ອງໄດ້ແກ້ໄຂເພື່ອເຮັດໃຫ້ກອງທຶນໄດ້ມີການຂະຫຍາຍຕົວ ແລະກ້າວຕໍ່ໄປ, ຄະນະກອງທຶນຈຶ່ງໄດ້ປັບປຸງ ແລະແກ້ໄຂບັນດາຂໍ້ກໍານົດລະບຽບຕ່າງໆເພື່ອໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນໃນແຕ່ລະໄລຍະໂດຍການແບ່ງປັນອັດຕາດອກເບ້ຍມາເປັນ 1% ຕໍ່ເດືອນເທົ່າກັນໝົດແຕ່ສໍາລັບສະມາຊິກທີ່ກູ້ຢືມໄປປິ່ນປົວພະຍາດແມ່ນນະໂຍບາຍບໍ່ເກັບດອກເບ້ຍ 3 ເດືອນ, ຜ່ານການປະຕິບັດພາຍ ຫຼັງທີ່ມີການປັບປຸງແກ້ໄຂເຫັນວ່າກອງທຶນມີການຂະຫຍາຍຕົວຂຶ້ນເລື້ອຍໆ ຊຶ່ງສ້າງຄວາມເຊື່ອໝັ້ນໃຫ້ແກ່ສະມາຊິກໃນການຝາກອອມແຕ່ລະເດືອນເປັນປົກກະຕິພ້ອມທັງດອກເບ້ຍແບ່ງປັນຜົນທີ່ສະສົມຜົນໃຫ້ສະມາຊິກເຮັດໃຫ້ກອງທຶນມີຄວາມເຂັ້ມແຂງປີ 2019 ກອງທຶນມີສະມາຊິກທັງໝົດ 620 ຄົນ ມີທຶນທັງໝົດ 2,59 ຕື້ກີບ, ປ່ອຍກູ້ 2,5 ຕື້ກີບ.

  ສຳລັບການປັນຜົນກອງທຶນພັດທະນາບ້ານແມ່ນປັນຜົນປີລະ 1 ຄັ້ງ ແມ່ນໄດ້ປັນຜົນແມ່ນດອກເບ້ຍທັງໝົດມາຕີເປັນ 100% ແລ້ວປັນຜົນຄື: 70% ແມ່ນເປັນດອກເບ້ຍໃຫ້ສະມາຊິກຕາມການຝາກໃນແຕ່ລະເດືອນ 30% ແມ່ນແບ່ງເຂົ້າໃນທຶນສະສົມກອງທຶນ 15% ແລະແບ່ງໃຫ້ຄະນະກຳມະການກອງທຶນ 15%, ປະຈຸ ບັນກອງທຶນບ້ານທາດມີທຶນສໍາຮອງກອງທຶນ 73,63 ລ້ານກີບ, ທຶນສະສົມກອງທຶນ 63,63 ລ້ານກີບ ແລະທຶນພັດທະນາບ້ານ: 13,9 ລ້ານກີບ

  ເຫັນວ່າກອງທຶນພັດທະນາບ້ານແມ່ນມີການຂະຫຍາຍຕົວເພີ່ມຂຶ້ນພົ້ນເດັ່ນໃນປີຜ່ານມາກອງທຶນພັດທະນາບ້ານທັງໄດ້ສົມທົບທຶນເຂົ້າໃນກິດຈະກຳຕ່າງໆຂອງບ້ານເປັນຕົ້ນແມ່ນການສົມທົບທຶນການກໍ່ສ້າງຫ້ອງການບ້ານ ແລະຊື້ອຸປະກອນຮັບໃຊ້ຫ້ອງການລວມມູນຄ່າ 32,8 ລ້ານກີບ.      

  ສະຫຼຸບໄດ້ວ່າກອງທຶນບ້ານທາດນີ້ແມ່ນກອງທຶນຂອງພໍ່ແມ່ປະຊາຊົນພ້ອມທັງເປັນການປະກອບສ່ວນຊ່ວຍເຫຼືອສະມາຊິກດ້ວຍກັນຈາກການຝາກຂອງສະມາຊິກຜູ້ລະ 10 - 20 ພັນກີບ ຫຼື ຫຼາຍກວ່ານັ້ນໃນແຕ່ລະເດືອນແລ້ວທ້ອນໂຮມເຂົ້າເປັນກ້ອນທຶນເພື່ອໃຫ້ເພື່ອນສະມາຊິກດ້ວຍກັນທີ່ມີຄວາມຈຳເປັນກູ້ຢືມໄປໃຊ້ຈ່າຍແກ້ໄຂຊີວິດການເປັນຢູ່ເປັນການຊ່ວຍເຊິ່ງກັນ ແລະກັນແບບເພື່ອນຊ່ວຍເພື່ອນພ້ອມນັ້ນກໍເປັນການປະກອບສ່ວນທຶນຮອນໃຫ້ແກ່ການພັດ ທະນາຄອບຄົວ ແລະ ບ້ານອີກດ້ວຍ.

--------------

ຂຽນໂດຍ: ດອນ ຂຽວພະນາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ