ເມືອງນອງສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 44 ປີ

    ໃນວັນທີ 7 ທັນວາຜ່ານມາເມືອງນອງໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 44 ປີ (2 ທັນ ວາ 1975-2 ທັນວາ 2019), ຢູ່ເດີ່ນສະໂມສອນຂອງເມືອງນອງຊຶ່ງໃຫ້ກຽດເປັນປະທານຂອງທ່ານ ລຳແກ້ວ ແສງໜູທອງ ຮັກສາການເລຂາພັກເມືອງເຈົ້າເມືອງ ນອງ, ທ່ານ ບົວໄລ ພານຸວົງ ຮອງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວທີມງານກາຍະສິນທີ່ມາຈາກສູນກາງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງຕະຫຼອດຮອດປະຊາຊົນຊາວບ້ານນອງວິໄລເຂົ້າຮ່ວມໃນງານຢ່າງຄຶກຄື້ນມ່ວນຊື່ນ.

ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງກ່າວວ່າ: ຕະ ຫຼອດໄລຍະ 44 ປີ ທີ່ຜ່ານມາພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວພ້ອມ ນັ້ນຍັງໄດ້ຫວນຄືນການເສີມຂະຫຍາຍມູນເຊື້ອຮັກຊາດຄວາມອົງອາດກ້າຫານ ແລະ ເດັດດ່ຽວບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້ກູ້ຊາດ ແລະ ເປັນຂີດໝາຍແຫ່ງການລຶບລ້າງລະບອບສັກດີນາລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ຢ່າງຊິ້ນເຊີງ.

ຈາກນັ້ນກໍ່ໄດ້ມີການມອບໃບສັນລະເສີນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ, ຊຶ່ງໃນຄ່ຳຄືນຂອງວັນດັ່ງກ່າວໄດ້ມີການສະແດງສິລະປະພື້ນເມືອງຂັບລລຳທ້ອງຖິ່ນຂອງຊົນເຜົ່າຜູ້ໄທບ້ານນອງວິໄລ, ການສະແດງສິລະປະວັນນະຄະດີຂອງໂຮງຮຽນ ມສ ນອງ, ມຕ ຕັງອາໄລ ແລະ ຮັບຊົມການສະແດງກາຍະສິນທີ່ມາຈາກສູນກາງມີ 9 ລາຍການທີ່ນຳມາສະແດງ ແລະ ຈາກນັ້ນກໍ່ໄດ້ມີການມອບຂັນລາງວັນກີລາປະເພດຕ່າງໆຄື: ທີມຊະນະເລີດບານເຕະຊາຍໄດ້ແກ່ທີມທະນາຄານເຈ ດີບີຮັບຂັນລາງວັນພ້ອມເງິນສົດ 1,5 ລ້ານກີບ, ທີ 2 ທີມນໍ້າດື່ມ ປາຂະຫຍອງຮັບລາງວັນເປັນເງິນ 1 ລ້ານກີບ, 3 ທີມແດນວິໄລຮັບ ລາງວັນ 8 ແສນກີບ, ທີມ ທລຍ ຮັບລາງວັນ 3 ແສນກີບ, ກີລາເປ ຕັງຊາຍທີມຊະນະເລີດໄດ້ແກ່ທີມສຶກສາຮັບຂັນລາງວັນເປັນເງິນ 1 ລ້ານກີບ, ທີ 2 ທະນາຄານ ເຈດີບີ     8 ແສນກີບ, ທີ 3 ຍທຂ 6 ແສນ ກີບ, ທີ 4 ແກ້ງລີ້ນ 2 ແສນກີບ, ເປຕັງຍິງຊະນະເລີດໄດ້ແກ່ທີມກອງ                          ບັນຊາການທະຫານເມືອງຮັບຂັນພ້ອມເງິນສົດ 8 ແສນກີບ, ທີ 2 ມສ ນອງ 6 ແສນກີບ, ທີ 3 ກໍາ ມະບານເມືອງ 4 ແສນກີບ, ທີ 4 ມສ ນອງ 1 ແສນກີບ ທາມກາງບັນຍາກາດໃນຄ່ໍາຄືນທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ຂອງພໍ່ແມ່ປະຊາຊົນຊາວເມືອງນອງທີ່ມາຮັບຊົມກິດຈະກຳຕ່າງໃນງານສະເຫຼີມສະຫຼອງວັນດັ່ງກ່າວຢ່າງອີ່ມອົກອີ່ມໃຈ.

-----------------

ຂ່າວ:  ສະເຫຼີມໄຊ