3 ເດືອນ ການນຳເຂົ້າ ແລະສົ່ງອອກ ປະຕິບັດໄດ້ເກືອບ 20 ພັນຕື້ກີບ

  ລາວເປັນປະເທດທີ່ມີທ່າແຮງໃນການຜະລິດເພື່ອສົ່ງອອກຫຼາຍ ແລະໃນຂະນະດຽວກັນເມື່ອເວົ້າເຖິງການພັດທະນາຂອງປະເທດແລ້ວລາວກໍຍັງເປັນປະເທດທີ່ມີການນຳເຂົ້າສິນຄ້າເປັນຈຳນວນຫຼາຍເຊັ່ນກັນ, ດັ່ງນັ້ນຈິ່ງເຮັດໃຫ້ຕົວເລກຂອງການນຳເຂົ້າ ແລະ ສົ່ງອອກຂອງລາວໄລຍະ 3 ເດືອນ ຕົ້ນປີປະຕິບັດໄດ້ເກືອບ 20 ພັນ ຕື້ກີບ.

  ຕາມຂໍ້ມູນຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ຮູ້ວ່າ: ເມື່ອເວົ້າເຖິງວຽກການນຳເຂົ້າ ແລະສົ່ງອອກສຳລັບປະເທດລາວເຮົາກໍນັບວ່າບໍ່ໜ້ອຍໜ້າ ຫຼື ຫຼຸດລື່ນປະເທດອື່ນໃນໃນໂລກໂດຍສະເພາະຖ້າເວົ້າເຖິງທ່າແຮງໃນການຜະລິດເປັນສິນຄ້າເພື່ອສົ່ງອອກແລ້ວຖືວ່າຍັງມີທ່າແຮງສູງສົມຄວນ, ສະນັ້ນຈິ່ງບໍ່ເປັນເລື່ອງແປກ ທີ່ນັບແຕ່ເດືອນມັງກອນມາເຖິງ ເດືອນມີນາ 2019, ມູນຄ່າການ ນຳເຂົ້າ ແລະສົ່ງອອກຂອງລາວ ຈະສາມາດປະຕິບັດໄດ້ 2.317 ລ້ານໂດລາ ຫຼື ເທົ່າກັບ 19,69 ພັນຕື້ກີບ, ຊຶ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ, ໃນນັ້ນເປັນມູນຄ່ານຳເຂົ້າ 1.229 ລ້ານໂດລາ ແລະ ມູນຄ່າສົ່ງອອກ 1.08 6 ລ້ານໂດລາ, ແຕ່ທັງນີ້ທັງນັ້ນລາວ ເຮົາຍັງເປັນປະເທດພວມພັດທະ ນາແນ່ນອນວ່າການນຳເຂົ້າຕ່າງໆ ທີ່ກ່ຽວພັນກັບການພັດທະນາກໍຍັງມີທ່າອ່ຽງສູງສົມຄວນຢູ່ ໂດຍ ສະເພາະສິນຄ້າທີ່ນຳເຂົ້າໃນໄລຍະ 3 ເດືອນ ຫຼັກໆຍັງແມ່ນຈຳພວກນໍ້າມັນກາຊວນ, ພາຫະນະທາງບົກນອກຈາກລົດໄຖນາ ແລະລົດຈັກ, ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສາຍໄຟຟ້າ, ເຄເບີ້ລ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຫຼັກເສັ້ນ ແລະເຫຼັກຮູບປະພັນຕ່າງໆ, ພລາສະຕິກ ແລະເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ອຸປະກອນຖ່າຍພາບ, ອຸປະກອນສື່ສານ, ສິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ນໍ້າມັນແອັດຊັງ ແລະແອັດຊັງພິເສດ.

ສໍາລັບສິນຄ້າທີ່ລາວເຮົາສົ່ງອອກໃນໄລຍະ 3 ເດືອນມານີ້ແມ່ນຈຳພວກແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ມັນຕົ້ນ, ເຍື່ອໄມ້ ແລະເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ ແລະ ອື່ນໆ), ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະອຸປະກອນເຄື່ອງໃຊ້ໄຟຟ້າ, ໂຄງຮ່າງ, ສິ້ນສ່ວນກ້ອງບັນທຶກພາບ, ໝາກກ້ວຍ, ຄຳປະສົມ, ຄຳແທ່ງ, ຢາສູບ ແລະຜະລິດຕະພັນຢາສູບ, ຢາງພາລາ, ນໍ້າຕານ, ໝາກໄມ້ ແລະ ໝາກໄມ້ເປືອກແຂງທີ່ບໍລິໂພກໄດ້

ໃນຂໍ້ມູນຍັງໃຫ້ຮູ້ອີກວ່າ: ສຳລັບຕະຫຼາດທີ່ລາວເຮົາໄດ້ສົ່ງສິນຄ້າໄປນັ້ນຫຼັກໆແມ່ນບັນດາປະເທດຈີນ, ໄທ, ຫວຽດນາມ, ອິນເດຍ, ເຢຍລະມັນ, ຍີ່ປຸ່ນ, ສິງກະ ໂປ, ອົດສະຕາລີ, ອັງກິດ ແລະສະວິດເຊີ ແລນ, ກຳປູເຈຍ, ສະວີເດນ ແລະ ສ.ອາເມລິກາ, ສ່ວນບັນດາປະເທດທີ່ລາວໄດ້ນໍາເຂົ້າສິນຄ້າໂດຍສ່ວນຫຼາຍແລ້ວແມ່ນປະເທດໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ສ.ເກົາ ຫຼີ, ອິນໂດເນເຊຍ, ໂອຕຣິສ, ສ.ອາ ເມລິກາ, ເຢຍລະມັນ, ອິນເດຍ ແລະ ສິງກະໂປ.

   ສຳລັບການສົ່ງອອກໃນໄລຍະ 3 ເດືອນມານີ້ເຫັນວ່າເດືອນມີນາສາມາດສົ່ງອອກໄດ້ຫຼາຍກວ່າ 2 ເດືອນທີ່ຜ່ານມາ, ໃນນີ້ແຮ່ທອງ ກວມເອົາ 16,33%, ທອງແດງ ແລະເຄື່ອງຂອງທີ່ເຮັດດ້ວຍທອງແດງກວມ 10,12%, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆກວມ 5,50%, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ ແລະອື່ນໆ) ກວມ 4,99%, ເຄື່ອງນຸ່ງຫົ່ມ ກວມເອົາ 4,53%, ເຄື່ອງໄຟຟ້າ ແລະອຸປະກອນເຄື່ອງໃຊ້ໄຟຟ້າ ກວມ 3,84%, ໝາກກ້ວຍ ກວມ 5,16% ຄຳປະສົມ ແລະຄຳແທ່ງກວມເອົາ 4,90% ໝາກໄມ້ ແລະໝາກໄມ້ເປືອກແຂງທີ່ບໍລິໂພກໄດ້ກວມເອົາ 5,73% ມັນຕົ້ນກວມເອົາ 2,9 9%, ນອກນັ້ນຍັງມີໂຄງຮ່າງ, ສິ້ນສ່ວນກ້ອງບັນທຶກພາບ, ຢາສູບ ແລະຜະລິດຕະພັນຢາສູບ, ຢາງພາລາ ແລະນໍ້າຕານ, ພ້ອມນັ້ນຍັງມີສິນຄ້າອື່ນໆ ກວມ 35,91% ທີ່ບໍ່ໄດ້ຄິດໄລ່ອອກມາເປັນສ່ວນຮ້ອຍທີ່ລາວສົ່ງອອກອີກດ້ວຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ