ທ່າແຕງການຜະລິດສະບຽງອາຫານ ມີທ່າຂະຫຍາຍຕົວ

 ທ່ານ ຈໍາປາທອງ ຄໍາມະນີວົງຮອງຫົວໜ້າຫ້ອງການກະສີກຳ ແລະປ່າໄມ້ ເມືອງທ່າແຕງ ແຂວງເຊກອງລາຍງານໃຫ້ຮູ້ວ່າ: ເພື່ອສຸມໃສ່ການຈັດຕັ້ງປະຕິບັດແຜນຍຸດທະສາດຂອງຂະແໜງກະສີກໍາປ່າໄມ້ໃຫ້ສອດຄ່ອງກັບນະໂຍບາຍທິດນໍາສາມສ້າງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດໃນນີ້ແມ່ນໄດ້ເລັ່ງໃສ່ການປັບປຸງກຸ່ມການຜະລິດເປັນຕົ້ນກຸ່ມປູກເຂົ້າ, ປູກກາເຟ, ສາລີອາຫານສັດ, ຖົ່ວດິນ, ໝາກແໜ່ງ, ມັນຕົ້ນທາດແປ້ງ ແລະລ້ຽງສັດນ້ອຍອື່ນໆ.

 ເອົາໃຈໃສ່ຍູ້ແຮງການຜະລິດເປັນສິນຄ້າເປັນມິດກັບສິ່ງແວດລ້ອມເພື່ອຄຸ້ມຄອງປ່າໄມ້ ແລະຊັບພະຍາກອນປ່າໄມ້ໃຫ້ມີຄວາມຍຶນຍົງຄຽງຄູ່ກັບການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກໃຫ້ເຂົ້າສູ່ລວງເລິກເຊິ່ງເມືອງ ທ່າແຕງວາງຄາດໝາຍສູ້ຊົນຜະລິດເຂົ້າໃຫ້ໄດ້ 21.506 ໂຕນໃນເນື້ອທີ່ 4.232 ເຮັກ ຕາສະເລ່ຍໃສ່ຫົວຄົນ 503,87 ໂຕນ, ຜະລິດພຶດຜັກ ແລະທາດແປ້ງໃຫ້ໄດ້ 1.936 ໂຕນ, ສະເລ່ຍໃສ່ຫົວຄົນ 45 ກິ ໂລຕໍ່ຄົນ,ການຜະລິດທາດຊີ້ນ ແລະ ປາເພື່ອສະບຽງອາກຫານໃຫ້ໄດ້ 1.909 ໂຕນ, ເທົ່າກັບ44 ກິໂລຕໍ່ ຄົນໃນເນື້ອທີ່ 1.918 ເຮັກຕາ, ຄາດຄະເນລວມຍອດມູນຄ່າການຜະລິດ (GO) ຂອງກະສີກໍາບັນລຸ 425 ຕື້ກວ່າກີບ, ສະເລ່ຍ 10,15 ລ້ານກີບ ຫຼື ເທົ່າກັບ 1.269 ໂດລາຕໍ່ຄົນ.

 ທ່ານຮອງຫົວໜ້າຫ້ອງການກະສີກໍາ  ແລະປ່າໄມ້ເມືອງທ່າແຕງຍັງບອກອີກວ່າ: ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະໂພຊະນາການມີຄຸນນະພາບ, ສະອາດ, ໝັ້ນຄົງ, ຍືນຍົງ, ຕ້ອງໄດ້ສຸມໃສ່ການຜະລິດສະບຽງອາຫານໃຫ້ເປັນສິນຄ້າຊຶ່ງມາຮອດປະຈຸບັນໃນທົ່ວເມືອງທ່າແຕງມີສັດລ້ຽງປະ ເພດຄວາຍມີ: 3.100 ໂຕ, ງົວ 16.389 ໂຕ, ໝູ 22.198 ໂຕ, ແບ້ 1.581 ໂຕ, ສັດປີກ 53.189 ໂຕ, ເພື່ອສະໜອງດ້ານສະບຽງອາຫານພາຍໃນເມືອງທ່າແຕງໃຫ້ໄດ້ 1.909 ໂຕນ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 44 ກິໂລຕໍ່ຄົນ, ໃນນັັ້ນການຜະລິດພາຍໃນ 1.800 ໂຕນ ແລະນໍາເຂົ້າ 109 ໂຕນ.

 ສໍາລັບການຜະລິດສະບຽງອາຫານສໍາຮອງທາງຫ້ອງການກະສິກໍາ ແລະປ່າໄມ້ແມ່ນໄດ້ເລັງໃສ່ການຜະລິດທັງສອງລະດູແລ້ງເພື່ອຄໍ້າປະກັນສະບຽງອາຫານ ແລະມີສ່ວນແຮໄວ້ໃນນີ້ສາມາດຜະລິດໄດ້ປະມານ 1.611 ເຮັກຕາ ຜົນຜະລິດ1.936 ໂຕນ, ສາລີຫວານ 2.760 ໂຕນ, ໃນເນືື້ອທີ່ 460 ເຮັກຕາ, ສະມັດຕະ ພາບ 550 ໂຕນຕໍ່ເຮັກຕາ,ພຶດຜັກຕ່າງໆ 4.651 ໂຕນໃນເນື້ອທີ່ 646 ເຮັກຕາ,ໝາກຖົ່ວຍາວ 240 ໂຕນ,ໃນເນື້ອທີ່ 32 ເຮັກຕາສະມັດຕະພາບ 7,5 0 ໂຕນຕໍ່ເຮັກຕາ, ໝາກສະເວີ່ 400 ໂຕນ, ເນື້ອທີ່ 40 ເຮັກຕາ ສະມັດຕະພາບ 10 ໂຕນຕໍ່ເຮັກຕາ, ເຜືອກມັນຕ່າງໆ 3,900 ໂຕນ, ໃນເນື້ອທີ່ 325 ເຮັກຕາ, ສະມັດຕະພາບ 12 ໂຕນ ຕໍ່ເຮັກຕາ, ມັນຕົ້ນພັນພື້ນເມືອງ 6.825 ໂຕນ, ເນື້ອທີ່ 325 ເຮັກ ຕາ, ສະມັດຕະພາບ 21 ໂຕນຕໍ່ເຮັກຕາ, ໝາກໄມ້ໃຫ້ໝາກ1.080 ໂຕນ, ເນື້ອທີ່ 90 ເຮັກຕາ,ສະມັດຕະພາບ 12 ໂຕນຕໍ່ເຮັກຕາ,ນອກນີ້ຍັງໄດ້ວາງຄາດໝາຍປູກຕົ້ນໄມ້ໃຫ້ໄດ້ 50 ເຮັກຕາ,ດິນລັດ10 ເຮັກຕາ, ພາກສວ່ນປະຊາຊົນ 10 ເຮັກຕາ ແລະພາກສ່ວນບໍລິສັດ 30 ເຮັກຕາຕື່ມ

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ