ໜອງບົກເຜີຍແຜ່ ແຜນພັດທະນາ ເສດຖະກິດ-ສັງຄົມ

  ເມື່ອອາທິດຜ່ານມານີ້ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງໜອງບົກໄດ້ຈັດກອງປະຊຸມເຜີຍແຜ່ແນະນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດທະກິດ-ສັງ ຄົມ ແລະແຜນການລົງທຶນຂອງລັດປະຈຳປີ 2020 ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມໃຈ ພານີຈັນ ເຈົ້າເມືອງໜອງບົກເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

  ກອງປະຊຸມຍັງໄດ້ມີການຮັບຟັງການຜ່ານດຳລັດຂອງນາຍົກລັດຖະມົນຕີເລກທີ 473/ນຍ ລົງວັນທີ 30 ທັນວາ 2019 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງ ຊາດ ແລະແຜນງົບປະມານແຫ່ງ ລັດ ປະຈຳປີ 2020 ຄຳສັ່ງຂອງ ທ່ານເຈົ້າແຂວງໆຄຳມ່ວນເລກທີ 01/ຈຂ.ຄມ ລົງວັນທີ 13 ກຸມພາ 2020 ແລະບົດແນະນຳຂອງ ພະແນກແຜນການ ແລະການລົງ ທຶນ, ຜ່ານແຈ້ງການແນະນຳຂອງກະຊວງແຜນການ ແລະການລົງທຶນເລກທີ 0214/ກຜທ ກຜ6 ລົງວັນທີ 6 ກຸມພາ2020 ວ່າ ດ້ວຍການການລົງທຶນຂອງລັດ ເພື່ອຟື້ນຟູໄພພິບັດ ປະຈຳປີ 2020 ສຳລັບໂຄງການໄພພິບັດປີ 2019 ບ້ວງ 300 ຕື້ກີບແລະໃບມອບໂຄງການໃນມູນຄ່າບໍ່ເກີນ 5 ຕື້ ໃຫ້ເມືອງຈັດຕັ້ງປະຕິບັດບັນດາຜູ້ເຂົ້າຮ່ວມໄດ້ມີການຄົ້ນຄວ້າ ແລະປະກອບຄຳຄິດຄຳເຫັນໃສ່ໃນກອງປະຊຸມຢ່າງມີຄວາມໝາຍຄວາມສຳ ຄັນໂດຍສະເພາະແມ່ນວຽກງານຂອງການຈັດຕັ້ງປະຕິບັດໃນບັນດາໂຄງການຕ່າງໆພາຍໃນເມືອງໃຫ້ມີຄວາມຖືກຕ້ອງ ແລະ ສອດຂ້ອງໃຫ້ມີຄວາມໂປງໃສພ້ອມນັ້ນຍັງມີຄວາມຮຽກຮ້ອງໃຫ້ບັນດາທ່ານຈົ່ງເອົາໃຈໃສ່ເຝົ້າລະວັງກ່ຽວກັບການແຜ່ລະບາດຂອງພະຍາດໂຄ ວິດ 19 ທີ່ມີການລະບາດຫຼາຍໃນທົ່ວໂລກ.

__________________

ຂຽນໂດຍ: ສົມສະໄຫວ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ