ໄຊຈຳພອນຈະສູ້ຊົນໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ

 ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊຈຳພອນ ຄັ້ງທີ III ໄດ້ ໄຂຂຶ້ນໃນວັນທີ 17 ມີນາ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 18 ມີນາ 2020 ຢູ່ຫ້ອງວ່າ ການເມືອງໄຊຈຳພອນ ພາຍໃຕ້ ການເປັນປະທານຂອງສະຫາຍ ຄຳພັດ ສຸລິຂັນ ວ່າການເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກອງ ແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ-ແຂວງ ບໍລິຄຳໄຊ ມີຜູ້ແທນສົມບູນ 87 ສະຫາຍ, ຍິງ 8 ສະຫາຍ, ແຂກຖືກ ເຊີນຈາກບັນດາເມືອງ ແລະ ພະແນກການຂັ້ນແຂວງ, ຫ້ອງການ ອ້ອມຂ້າງເມືອງເຂົ້າຮ່ວມ.

ກອງປະຊຸມໃຫຍ່ໄດ້ຮັບຟັງ ລາຍງານການເມືອງທັງສອງພາກ ຊຶ່ງສະເໜີໂດຍສະຫາຍ ຄຳພັດ ສຸລິຂັນ ຊຶ່ງໄດ້ຕີລາຄາເຖິງຜົນ ງານ ແລະໄຊຊະນະຂອງການຈັດ ຕັ້ງປະຕິບັດແນວທາງແຜນນະໂຍ ບາຍ, ມະຕິຄັ້ງທີ X ຂອງພັກ, ມະຕິຄັ້ງທີ VI ອົງຄະນະພັກແຂວງ ແລະອົງຄະນະພັກເມືອງທີ່ຜ່ານມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆ ຊຶ່ງຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ ແກ່ການນຳພາຂອງຕົນ, ພ້ອມນີ້ຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ເມືອງໄຊຈໍາ ພອນມີຄວາມສະຫງົບໜັກແໜ້ນ ແລະເປັນລະບຽບຮຽບຮ້ອຍໃນ ທົ່ວສັງຄົມ, ສູ້ຊົນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ດ້ວຍອັດຕາສະເລ່ຍ 5,6%, ລາຍຮັບສະເລ່ຍຕໍ່ຄົນໃຫ້ໄດ້ 9,9 ລ້ານ ກີບ ຫຼື ປະມານ 1.114 ໂດລາ, ສະເລ່ຍເຂົ້າກິນໄດ້ 380 ກິໂລ ກຣາມຕໍ່ຄົນຕໍ່ປີ, ຊຸກຍູ້-ສົ່ງເສີມຂະບວນການຜະລິດເປັນສິນຄ້າດ້ວຍ ການປູກຝັງ-ລ້ຽງສັດ ຄວບຄູ່ກັບ ການສ້າງຄອບຄົວຕົວແບບການ ຜະລິດໃຫ້ຫຼາຍຂຶ້ນ, ສູ້ຊົນເກັບ ລາຍຮັບເຂົ້າງົບປະມານໃຫ້ເພີ່ມ ຂຶ້ນ 10% ຕາມການແບ່ງປັນ ຂອງແຂວງ.

  ສ່ວນດ້ານການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງທີ່ສຳຄັນ ແລະຈຳເປັນ, ສຸມໃສ່ແກ້ໄຂຄວາມ ທຸກຍາກໃຫ້ໄດ້ 1.257 ຄອບຄົວ, ເທົ່າກັບ 67%, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະເອົາໃຈໃສ່ສ້າງບ້ານໃຫຍ່ໃຫ້ ກາຍເປັນສີສັນຕົວເມືອງນ້ອຍໃນຊົນນະບົດ, ສຸມໃສ່ພັດທະນາຊັບພະຍາກອນມະນຸດ, ສ້າງໄດ້ບຸກ ຄະລາກອນທີ່ມີຄວາມຮູ້-ຄວາມສາມາດ, ມີສີມືແຮງງານ, ສຸຂະພາບແຂງແຮງ, ປັບປຸງຄຸນນະພາບການສຶກສາດີຂຶ້ນ ແລະໄດ້ຢັ້ງຢືນເປັນເມືອງຈົບຊັ້ນມັດທະຍົມບຳລຸງຕອນຕົ້ນໃນປີ 2016, ປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາໃນຂະແໜງ ການສຶກສາ, ສາທາລະນະສຸກ ໄດ້ບາງຄາດໝາຍ, ປັບປຸງກົງຈັກ ບໍລິຫານລັດຂັ້ນເມືອງ ແລະບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ, ສ້າງສະຕິເຄົາລົບ ແລະປະຕິບັດລະບຽບ-ກົດໝາຍ, ມີຄວາມສາມັກຄີເປັນປຶກແຜ່ນ, ຄວາມສະເໝີພາບ ແລະມີຄວາມຍຸຕິທໍາໃນສັງຄົມ, ປັບປຸງລະບົບ ການເມືອງຢູ່ຂັ້ນຮາກຖານ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ ໃນທຸກດ້ານຂອງສະມາຊິກພັກ-ພະນັກງານ, ສຸມໃສ່ສ້າງໜ່ວຍພັກໃຫ້ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໄດ້ 80%,ສ້າງພະນັກງານສືບທອດແຕ່ລະຂັ້ນເພື່ອບັນຈຸເຂົ້າຕາມໂຄງປະກອບໃຫ້ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງພັກ ແລະ ສືບຕໍ່ຫັນລົງກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດຮອບດ້ານ,ປະຕິບັດຕາມທິດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ຫັນວຽກ, ຫັນພະນັກງານ ແລະ ທຶນຮອນລົງສູ່ການພັດທະນາຮາກຖານບ້ານ, ນໍາພາປະຊາຊົນປະຕິ ບັດຕົວຈິງ ແລະສ້າງໃຫ້ໄດ້ຕົວ ແບບແຕ່ລະດ້ານຫຼາຍຂຶ້ນ.

  ກອງປະຊຸມ ຜູ້ແທນຍັງໄດ້ໃຊ້ ສິດປະຊາທິປະໄຕຂອງຕົນປ່ອນ ບັດຄັດເລືອກເອົາຄະນະບໍລິຫານ ພັກເມືອງສະໄໝທີ III, ໂດຍເລືອກ ໄດ້ 21 ສະຫາຍ, ຍິງ 3 ສະຫາຍ ແລະໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກ ເມືອງໄຊຈຳພອນ ສະໄໝທີ III ໄດ້ເປັນເອກະສັນກັນເລືອກເອົາ:ສະຫາຍ ໂກ່ ໄຊສົມບັດ ເປັນເລ ຂາຄະນະພັກ, ສະຫາຍ ອຸດົມ ໄຊ ຍວນຕາ ເປັນຮອງເລຂາ ແລະ ສະຫາຍ ສ່ອຍມະນີຈັນ ເນັ່ງປ່າວ ເປັນຮອງເລຂາທັງເປັນປະທານ ກວດກາ, ສະຫາຍ ກອງສີ ໄຊ ຍະວົງ, ສະຫາຍ ບຸນພອນ ເລີດບຸດດີ, ສະຫາຍ ສົມແພງ ໄຊມູນ ແກ້ວ ແລະສະຫາຍ ພິສິດ ອິນບຸນພອນ ເປັນຄະນະປະຈຳພັກເມືອງ. ພ້ອມດຽວກັນກອງປະຊຸມຍັງໄດ້ ເລືອກຕັ້ງເອົາຜູ້ແທນສົມບູນ 13 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ, ຍິງ 1 ສະຫາຍເພື່ອເຂົ້າຮ່ວມກອງປະຊຸມ ໃຫຍ່ຄັ້ງທີ VII ອົງຄະນະພັກ ແຂວງບໍລິຄຳໄຊ.

------

ໜັງສືພິມເສດຖະກິດ-ສັງຄົມ