ເມືອງທ່າປາງທອງລວມຍອດຜະລິດຕະພັນພາຍໃນບັນລຸ 382 ຕື້ກີບ

   ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງທ່າປາງທອງ ຄັ້ງທີ 7 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 18 ມີນາ 2020 ທີ່ສະໂມສອນຂອງເມືອງໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສັນຕິພາບ ພົມວິຫານ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວັນນະເຂດ,  ສະຫາຍ ຄໍາປະສົງ ຂົງຄໍາ ວ່າການເລ ຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທ່າປາງທອງ, ມີບັນດາ ເລຂາພັກເມືອງອ້ອມຂ້າງ, ພະແນກ ການຕ່າງໆອ້ອມຂ້າງແຂວງ, ພິເສດມີການນໍາເມືອງລະຄອນເພັງ, ເມືອງວາປີ ແລະເມືອງຕຸ້ມລານ ແຂວງສາລະວັນເຂົ້າຮ່ວມສ່ວນສະມາຊິກພັກທີ່ເປັນຜູ້ແທນສົມບູນ ມີຈໍານວນ 133 ສະຫາຍ, ຍິງ 21 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງທັງໝົດຈໍາ ນວນ1.043, ຍິງ 206 ສະຫາຍ

ສະໜັບສະໜູນໂດຍ: HONDA

 ໃນກອງປະຊຸມ ສະຫາຍ ຄໍາປະສົງ ຂົງຄໍາ ວ່າການເຂລາຄະນະບໍລິຫານງານພັກເມືອງເຈົ້າເມືອງທ່າປາງທອງກໍ່ໄດ້ກ່າວໄຂກອງປະຊຸມວ່າ: ກ່ອນກອງປະຊຸມ ໃຫຍ່ຄັ້ງນີ້ຈະໄຂຂຶ້ນບັນດາສະຫາຍສະມາຊິກພັກ-ພະນັງານ, ທະຫານ-ຕໍາຫຼວດ ແລະປະຊາຊົນບັນດາເຜົ່າພາຍໃນເມືອງໄດ້ຕື່ນຕົວເປັນເຈົ້າການອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງສູນກາງ ພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ຢ່າງ ເປັນຂະບວນຟົດຟື້ນ ແລະໄດ້ຮັບ ໝາກຜົນຢ່າງເພີ່ງພໍໃຈໃນຂະບວນ ການຕ່າງໆ, ພ້ອມກັນເປັນເຈົ້າການ ໃນການປົກປັກຮັກສາສະຖຽນລະ ພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບສຸກ-ສັງຄົມ ຂອງເມືອງມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າດີຂຶ້ນ ແລະມີ ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເພີ່ມຂຶ້ນ ພ້ອມກັນນັ້ນກໍ່ ຍັງຈະໄດ້ສັງເກດຕີລາຄາຄືນເຖິງບັນດາຜົນງານໄຊຊະນະ, ຈຸດດີ- ອ່ອນ ຫຼື ຂໍ້ຂົງຄ້າງພ້ອມທັງຄົ້ນຄວ້າທິດຊີ້ນໍາໃນຂົງເຂດແຕ່ລະວຽກງານເພື່ອຮັບຮອງນໍາໄປຈັດ ຕັ້ງປະຕິບັດ 5 ປີຂ້າງໜ້າໃຫ້ເກີດຜົນເປັນຈິງ.

ພາບຂ່າວ:

   ໂອກາດດຽວກັນ ສະຫາຍ ຄໍາປະສົງ ຂົງຄໍາ ກໍ່ໄດ້ຜ່ານບົດລາຍງານການເມືອງພາກ 1 ແລະ ພາກ 2 ໃຫ້ຮູ້ວ່າ:ໃນໄລຍະ 5 ປີ ຜ່ານມາສະພາບແວດລ້ອມ ຊຶ່ງມີ ທາງກາລະໂອກາດ-ສິ່ງເອື້ອອໍານວຍທ່າແຮງທາງດ້ານຊັບພະຍາກອນທຳມະຊາດ, ທີ່ດິນ, ແຫຼ່ງນໍ້າ, ປ່າໄມ້,ປ່າສະຫງວນ, ການ ລ້ຽງສັດ, ແຫຼ່ງທ່ອງທ່ຽວທາງ ທຳມະຊາດ, ປະຫວັດສາດ ແລະມີ ທັງດ້ານທີ່ເປັນສິ່ງທ້າທາຍທົດສອບນາໆປະການ ສະພາບຢູ່ພາຍ ໃນກໍ່ມີຄວາມຫຍຸ້ງຍາກຈຳນວນໜຶ່ງ,ສະເພາະຢູ່ເມືອງທ່າປາງ ທອງກໍ່ໄດ້ຖືກຜົນກະທົບຈາກຄຸນນະພາບທາງດ້ານຊັບພະຍາກອນມະນຸດຍັງຈໍາກັດ, ໄພທຳມະຊາດ, ພະຍາດລະບາດ ແລະປາກົດການ ຫຍໍ້ທໍ້ຕ່າງໆ ໄດ້ສ້າງຄວາມຫຍຸ້ງ ຍາກຕໍ່ການພັດທະນາເສດຖິດ-ສັງຄົມ.

  ຢ່າງໃດກໍ່ຕາມ ພາຍໃຕ້ການຊີ້ ນຳໆພາຂອງອົງຄະນະພັກແຂວງ ແລະການຊີ້ນຳໆ ພາຂອງຄະນະບໍລິຫານງານພັກເມືອງພວກ ໄດ້ຕັ້ງໜ້າຜັນຂະຫຍາຍຈັດຕັ້ງປະຕິບັດ ເຂົ້າສູ່ການເຄື່ອນໄຫວວຽກງານ ຕົວຈິງມີຜົນສຳເລັດ ຊຶ່ງເສດຖະກິດມີການຂະຫຍາຍຕົວຢູ່ໃນລະດັບ 4,10% ຕໍ່ປີ, ລວມຍອດຜະລິດ ຕະພັນພາຍໃນ (GDP) ບັນລຸໄດ້ 382,43 ຕື້ກີບ ທຽບໃສ່ແຜນການເຫັນວ່າລື່ນແຜນ 7,85%, ທຽບໃສ່ປີ 2014 ເພີ່ມຂຶ້ນ 140,77 ຕື້ກີບ ເທົ່າກັບ 63,19% ສະເລ່ຍໃສ່ຫົວຄົນບັນລຸໄດ້ 8,52 ລ້ານກີບ ຫຼື ເທົ່າກັບ 1.014 ໂດ ລາຕໍ່ຄົນຕໍ່ປີ.