ປີນີ້ທົ່ວປະເທດຈະສູ້ຊົນໃຫ້ການຜະລິດເຂົ້າບັນລຸ 4,4 ລ້ານໂຕນ

  ເພື່ອສືບຕໍ່ເຮັດໃຫ້ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນກະສິກຳ ແລະປາໄມ້ຂະຫຍາຍຕົວໃນລະດັບ 2,8% ຂຶ້ນໄປ, ກວມເອົາປະມານ 15,3% ຂອງໂຄງປະກອບເສດຖະກິດແຫ່ງຊາດ, ປະກອບສ່ວນໃຫ້ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວໃນລະດັບ 6,7% ຂຶ້ນໄປ, ກະຊວງກະສິກຳ ແລະ ປ່າ ໄມ້ຈິ່ງໄດ້ວາງຄາດໝາຍໃນການຜະລິດເຂົ້າໃຫ້ໄດ້ 4,4 ລ້ານໂຕນ ເພື່ອສົ່ງອອກໃຫ້ໄດ້ 4 ແສນໂຕນໃນປີດຽວກັນ.

ເຕັກນິກການປູກໝາກຂຽບ

  ໝາກຂຽບເປັນໝາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ແລະນິຍົມປູກໃນເຂດອາກາດຮ້ອນ, ເຂດອົບອຸ່ນໃນສ່ວນຕ່າງໆຂອງໂລກ, ພ້ອມທັງນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະຕ່າງປະເທດຊຶ່ງເໝາະສົມຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ, ເພາະວ່າໃນປະຈຸບັນການປູກໝາກໄມ້ເປັນສິນຄ້າຢູ່ພາຍໃນປະເທດເຮົາຍັງຖືວ່າໜ້ອຍຢູ່ເມື່ອທຽບກັບຕ່າງປະເທດ.

ເມືອງມະຫາໄຊ ປະກາດ 7 ບ້ານ ແບບຢ່າງກະສີກໍາ

 ພິທີປະກາດຮັບຮອງບ້ານເວີນ, ບ້ານອີລານ, ບ້ານນາຕຸງ, ບ້ານດ້າງ, ບ້ານນາກຽວ, ບ້ານນາທານ ແລະບ້ານນາດີເປັນບ້ານທີ 02–08 ຂອງເມືອງມະຫາໄຊ ແລະ ເປັນບ້ານທີ 38–48 ຂອງແຂວງ ຄຳມ່ວນ, ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2019 ຢູ່ທີ່ໂຮງຮຽນມັດ ທະຍົມສົມບູນບ້ານນາທານໂດຍ ການເຂົ້າຮ່ວມຂອງທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ຄໍາດີ ອາດຈະເລີນສັກຮອງເຈົ້າເມືອງໆມະຫາໄຊ, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ

ວິທີປູກໝາກນາວ ໃຫ້ໄດ້ຜົນຜະລິດສູງ

ໝາກນາວເປັນໝາກໄມ້ຊະນິດໜຶ່ງທີ່ມີວິຕາມິນຊີສູງ ແລະນິຍົມບໍລິໂພກຫຼາຍໃຫ້ຄຸນປະໂຫຍດໄດ້ທັງນ້ຳ ແລະເປືອກເພາະໝາກນາວມີກົດອິນຊີຫຼາຍຊະນິດເຊັ່ນ: ກົດຊີຕິກ, ກົດມາລິດ ແລະວິຕາມິນຊີ, ຍັງຊ່ວຍເສີມສ້າງໃຫ້ຮ່າງກາຍແຂງແຮງ, ຕ້ານທານກັບພະຍາດໄດ້ດີ, ໝາກນາວຍັງມີຄຸນປະໂຫຍດທາງການຢາເປັນຕົ້ນຊ່ວຍຮັກສາໂລກເລືອດອອກຕາມແຂ້ວ, ອາການທ້ອງອືດ, ຂັບລົມ, ແກ້ວິນວຽນ, ນອກຈາກນີ້ຍັງມີຄຸນປະໂຫຍດດ້ານຄວາມງາມນຳອີກ .

ຝຸ່ນຂີ້ກະເດືອນ

  ຂີ້ກະເດືອນນອກຈາກຈະໃຊ້ເປັນເຫຍື່ອຕຶກປາທີ່ປະຕິບັດກັນມາແຕ່ບູຮານຈົນເຖິງປະຈຸບັນກໍຍັງໃຊ້ກັນຢູ່ໃນບາງທ້ອງຖິ່ນແລ້ວຍັງເປັນສັດປະເພດທີ່ດີ ແລະສຳຄັນຫຼາຍສຳລັບລະບົບນິເວດຕໍ່ພືດ,ພ້ອມທັງສາມາດລ້ຽງເພື່ອເຮັດຝຸ່ນໄດ້ອີກດ້ວຍ,ຊຶ່ງປະຈຸບັນຢູ່ບ້ານເຮົາກໍມີບໍລິສັດທີ່ລ້ຽງ ແລະ ຈຳໜ່າຍໂຕຂີ້ກະເດືອນ, ຝຸ່ນຈາກຂີ້ກະເດືອນແລ້ວ

ເມືອງວຽງໄຊປູກພືດລະດູແລ້ງໄດ້ບໍ່ເຖິງແຜນ

  ເມືອງວຽງໄຊ ແຂວງຫົວ ພັນ ໄດ້ກຳນົດການປູກພືດລະດູ ແລ້ງໃຫ້ໄດ້ທັງໝົດ 375 ກວ່າເຮັກ ຕາ ຜ່ານການຈັດຕັ້ງປະຕິບັດຕົວ ຈິງໄດ້ພຽງ 358 ເຮັກຕາ, ໃນນັ້ນ ລວມມີໝາກແຕງ, ໝາກອຶ, ສາລີ ຫວານ,ໝາກເຜັດ ແລະອື່ນໆ.

ເມືອງຮຸນ ເກັບກູ້ຜົນຜະລິດໄດ້ 60 ພັນກວ່າໂຕນ

ໂດຍ: ຄານມະນີ ຮຽນດໍຈັນ 

  ໃນປີ 2018 ຜ່ານມາເມືອງຮຸນ ແຂວງອຸດົມໄຊ ສາມາດເກັບກູ້ຜົນຜະລິດພືດເປັນສິນຄ້າ ທັງພືດລະດູຝົນ ແລະລະດູແລ້ງໄດ້ຕາມແຜນການທີ່ກໍານົດໄວ້.

ສະຫະກອນສົ່ງເສີມກະສິກຳເມືອງຫົງສາ ຝຶກອົບຮົມປ່ຽນຮູບໝາກເມລ່ອນ

ໂດຍ: ນໍ້າເໝີຍ 

 ຝ່າຍພັດທະນາສັງຄົມບໍລິສັດ ໄຟຟ້າຫົງສາ ຈຳກັດ ຮ່ວມກັບມະຫາວິທະຍາໄລເຕັກໂນໂລຊີມົງ ຄົນລ້ານນານ່ານປະເທດໄທຈັດຝຶກອົບຮົມ “ການປ່ຽນຮູບພະລິດຕະພັນຈາກໝາກເມລ່ອນ” ໃຫ້ກັບສະມາຊິກຜູ້ປຸງແຕ່ງຜະລິດຕະພັນຂອງສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ

ປະຊາຊົນ 4 ບ້ານ ເມືອງຮຸນ ຮັບໃບຕາດິນກະສິກຳຖາວອນ

ໂດຍ: ຄານມະນີ ຮຽນດໍຈັນ - ນສພ ເສດຖະກິດ-ສັງຄົມ

  ທ້າຍເດືອນມັງກອນຜ່ານ ມາທີ່ຫ້ອງການບ້ານຈັນໄຕ ເມືອງຮຸນ ແຂວງອຸດົມໄຊ ໄດ້ມີພິທີສະ ຫຼຸບປິດການອອກໃບຕາດິນ ແລະ ມອບໃບຕາດິນເປັນລະບົບ (ດິນນາ ) ຂອງກຸ່ມນຳໃຊ້ນ້ຳໃນໂຄງການຍ່ອຍຊົນລະປະທານນ້ຳອຸ່ນໃຫ້ກຽດເຂົ້າໂດຍທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ, ມີຄະນະພະແນກກະສິ ກຳ ແລະປ່າໄມ້ແຂວງ,ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ການນຳເມືອງ, ຜູ້ປະສານງານໂຄງການ  ADB  ປະຈໍາແຂວງອຸດົມໄຊ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປູກຝັງ-ລ້ຽງສັດພາໃຫ້ຄອບຄົວມີລາຍຮັບດີຂື້ນ

ໂດຍ: ບຸນທີ

   ຄອບຄົວຂອງລຸງ ໜູພັນ ວໍລະວຸດ ອາຍຸ 68 ປີ ປະຈຸບັນຢູ່ບ້ານ ເມືອງຮໍາ ເມືອງບໍ່ແຕນ ແຂວງໄຊຍະບູລີ ເປັນຄອບຄົວໜຶ່ງທີ່ມີລາຍຮັບໃນການປູກຜັກປອດສານຜິດ, ລ້ຽງສັດ ແລະຂາຍຜົນຜະລິດເຂົ້ານາປີ, ປີໜຶ່ງສ້າງລາຍຮັບເຂົ້າໃນຄອບຄົວບໍ່ຕໍ່ກວ່າ 40 ລ້ານກີບ.