ປູກຫຍ້າລ້ຽງງົວ ພາໃຫ້ຄອບຄົວຫຼຸດພົ້ນຄວາມທຸກຍາກ

ບຸກຄົນຫຼຄອບຄົວໃດຖ້າຫາກມີຄວາມດຸໝັ່ນຂະຫຍັນພຽນຫ້າວຫັນໃນການທໍາມາຫາກິນຄອບຄົວນັ້ນກໍຈະມີຢູ່ມີກິນສາມາດກ້າວໄປສູ່ຄວາມສໍາເລັດ ແລະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ດັ່ງຄອບຄົວຂອງທ່ານ ເຊຍຈາຊົງ ອາຍຸ 40 ປີ,

ວິທີປູກ ແລະຮັກສາຜັກສະຫຼັດ

  ຜັກສະຫຼັດ ເປັນຜັກທີ່ບໍລິໂພກໃບມີຖິ່ນກຳເນີດໃນທະວີບອາຊີ ແລະເອີຣົບເປັນຜັກໃນຕະກຸນ Compositae ມີຊື່ທາງວິທະຍາ ສາດວ່າLactuca sativa Lin n, ຊຶ່ງມີ 3 ກຸ່ມໃຫຍ່ຄື:  ຜັກສະ ຫຼັດທີ່ຫໍ່ຫົວຄ້າຍຄືກັບກະລໍ່າປີ (Head lectuce), ຜັກສະ ຫຼັດຊະນິດທຳມະດາບໍ່ຫໍ່(Leaf lectuce)

ຂັ້ນຕອນປູກກ້ວຍຫອມຕາມເຕັກນິກ

  ກ້ວຍຫອມເປັນໝາກໄມ້ທີ່ບໍລິໂພກງ່າຍ ແລະມີວິຕາມິນສູງຕໍ່ຮ່າງກາຍຊ່ວຍລະບາຍງ່າຍບໍ່ວ່າເດັກນ້ອຍ ຫຼືຄົນສູງອາຍຸກໍ່ສາມາດບໍລິໂພກໄດ້ເພື່ອເປັນຂອງຫວານຫຼັງຮັບປະ ທານອາຫານສິ່ງສຳຄັນຍັງສາມາດແປຮູບໄດ້ຫຼາຍຢ່າງເຊັ່ນກ້ວຍອົບແຫ້ງນໍ້າຫວານກ້ວຍ ລະອື່ນໆອີກຫຼາຍຢ່າງ.

ເຕັກນິກ ການປູກໝາກຂຽບ

 ໝາກຂຽບເປັນໝາກໄມ້ທີ່ມີລົດຊາດຫວານພໍດີກິນນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະຕ່າງປະເທດທັງເປັນໝາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີຊຶ່ງເໝາະສົມຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ ແລະໃນປະຈຸບັນກຳລັງກ້າວເຂົ້າສູ່ລະດູຝົນຊຶ່ງເປັນໂອກາດດີສໍາລັບການປູກໝາກຂຽບ.

ຊາວກະສິກອນ ເມືອງປາກລາຍ ລ້ຽງສັດໃຫຍ່ເພີ່ມຂຶ້ນ 21%

   ການປູກຝັງ-ລ້ຽງສັດ ຂອງຊາວກະສິກອນເມືອງປາກລາຍໃນປະຈຸບັນແມ່ນເປັນຂະບວນຟົດຟື້ນ ແລະຂະຫຍາຍອອກເປັນວົງກວ້າງສະເພາະການຜະລິດພືດລະດູຝົນໃນປີນີ້ມີເນື້ອທີ່ທັງໝົດ 41.028 ເຮັກຕາ ຄາດຄະເນຜົນຜະລິດໄດ້ 5,23 ແສນໂຕນສ່ວນການລ້ຽງສັດໃຫຍ່ປະຈຸບັນມີທັງໝົດ 4,90 ແສນກວ່າໂຕທຽບໃສ່ປີຜ່ານມາເພີ່ມຂຶ້ນ 21%.

ເມືອງຜາອຸດົມ ພວມຕົກກ້ານາປີໄດ້ 45%

 ການຜະລິດເຂົ້ານາປີຂອງຊາວນາຢູ່ເມືອງຜາອຸດົມ, ແຂວງບໍ່ແກ້ວ ໃນປີນີ້ແມ່ນມີຄວາມຫຼ້າຊ້າກວ່າປີຜ່ານມາໂດຍສາເຫດແມ່ນດິນຟ້າອາກາດບໍ່ເອື້ອຍອໍານວຍຝົນຕົກໜ້ອຍຊຶ່ງນັບແຕ່ເດືອນມິຖຸນາມາຮອດປະຈຸບັນພວມຕົກກ້າໄດ້ 45%

ເມືອງໄຊຍະບູລີ ເລີ່ມປັກດໍາເຂົ້ານາປີ

 ພາຍຫຼັງທີ່ຊາວກະສິກອນພາຍໃນເມືອງໄຊຍະບູລີ, ແຂວງໄຊຍະບູລີ ໄດ້ສໍາເລັດການເກັບກ່ຽວມ້ຽນມັດພືດລະດູແລ້ງເປັນທີ່ຮຽບຮ້ອຍແລ້ວ, ກໍ່ໄດ້ສືບຕໍ່ສຸມໃສ່ໃນການຜະລິດພືດລະດູຝົນ, ເປັນຕົ້ນແມ່ນການປູກເຂົ້ານາປີຊຶ່ງມາຮອດປະຈຸບັນແມ່ນຕົກກ້າສໍາເລັດແລ້ວ 95% ແລະປັກດໍາສໍາເລັດແລ້ວ 1,44%.

ຊາວນາແຂວງໄຊຍະຕົກກ້ານາປີສຳເລັດ 84,36%

    ແຂວງໄຊຍະບູລີມີແຜນຜະລິດເຂົ້າ ແລະປູກພືດໃນລະດູຝົນໃນປີນີ້ທັງໝົດ 156.767 ເຮັກຕາ ຄາດຄະເນຜົນຜະລິດ 1,4 ລ້ານກວ່າໂຕນ ໃນນີ້ເຂົ້ານາປີມີແຜນເນື້ອທີ່ 44.767 ເຮັກຕາ ແລະແຜນການປູກພືດ 1,12 ແສນເຮັກຕາ ປະຈຸບັນຕົກກ້າໄດ້ 84,63% ແລະ ປັກດຳໄດ້ 1,4 ແສນເຮັກຕາ.

ອີມາເມັກຕິນ ເບນໂຊເອທ ສານກຳຈັດບົ້ງຝູງສາລີ

 ບົ້ງຝູງສາລີແມ່ນສັດຕູພືດຊະນິດໜຶ່ງທີ່ມີພືດຫຼາຍກວ່າ 80 ຊະນິດເປັນແຫຼ່ງອາຫານແຕ່ພືດທີ່ບົ້ງຊະນິດມັກອາໄສຢູ່ແມ່ນສາລີ (ໃບ, ລຳຕົ້ນ ແລະຝັກ), ໂດຍບົ້ງຊະນິດດັ່ງກ່າວຖືກຄົ້ນພົບທຳອິດຢູ່ອາຊີໃນປີ 2018 ຢູ່ປະເທດອິນເດຍ,

ຊາວກະສິກອນທົ່ວປະເທດ ປູກພືດລະດູຝົນໄດ້ 83%

  ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໂດຍສະເພາະເລັ່ງໃສ່ການຜະລິດທີ່ມີຄຸນນະພາບຕິດພັນກັບການຂາຍເປັນສິນຄ້ານັ້ນ, ຊາວກະສິກອນໃນຂອບເຂດທົ່ວປະເທດໄດ້ລົງສູ່ການປູກພືດລະດູຝົນຢ່າງ ເປັນຂະບວນກ້ວາງຂວາງຊຶ່ງມາຮອດປະຈຸບັນການປູກພືດສໍາເລັດແລ້ວ 153,397 ເຮັກຕາຂອງເນື້ອທີ່ປູກພືດທັງໝົດ 185,000 ເຮັກຕາ ເທົ່າກັບ 83% ຂອງແຜນການ.