ການປະສົມພັນປາປາກ

  ປາປາກ ເປັນປາທີ່ປະຊາຊົນນິຍົມລ້ຽງຫຼາຍທີ່ສຸດເພາະປາຊະນິດນີ້ລ້ຽງງ່າຍ, ໃຫຍ່ໄວ ແລະບໍ່ຫຍຸ້ງຍາກໃນການບົວລະບັດຮັກສາທັງເປັນປາທີ່ຕະຫຼາດຕ້ອງການຫຼາຍເປັນພິເສດເພາະຊີ້ນປາມີລົດຊາດແຊບ.

  ອີງຕາມຂໍ້ມູນຈາກຄູ່ມື້ການ ປະສົມພັນປາໃຫ້ຮູ້ວ່າ: ການຈະ ປະສົມພັນປາປາກກ່ອນອື່ນຕ້ອງ ຄັດເລືອກພໍ່ພັນ ແລະແມ່ພັນຢ່າງ ລະມັດລະວັງ ເພາະສິ່ງສໍາຄັນແມ່ນ ຕ້ອງເລືອກເອົາປາທີ່ພ້ອມປະສົມ ພັນເທົ່ານັ້ນ ຊຶ່ງລັກສະນະທີ່ປາ ພ້ອມປະສົມພັນແມ່ນສັງເກດໄດ້ງ່າຍໆເລີຍວ່າແມ່ພັນຈະໃຫຍ່ ກວ່າພໍ່ພັນ ແລະຄີຫູຂອງມັນຈະລຽບ, ບາງ, ທ້ອງຂະຫຍາຍອອກ ໜ້ອຍໜຶ່ງເມື່ອປາໃຫຍ່ເຕັມທີ່; ສ່ວນໂຕຜູ້ ຕ້ອງມີຜິວຂອງຄີຫູຊາ ເມື່ອຈັບປາຫງາຍທ້ອງຂຶ້ນແລ້ວຄ່ອຍໆໃຊ້ມືຮີດລະຫວ່າງທ້ອງ ລົງໄປຫາພື້ນທ້ອງລະຫວ່າງຄີຫູ ແລະຄີທ້ອງ ຈະສັງເກດເຫັນນໍ້າ ເຊື້ອຂາວໆໄຫຼອອກມາ; ຈາກນັ້ນກໍກະກຽມຢາເພື່ອໃຊ້ໃນການປະສົມພັນປາຊຶ່ງປະກອບມີ: ຢາໂມຕິລຽມ ແລະຢາຊູພລີເຟັກເປັນຢາຊະນິດແຫຼວທັງສອງເປັນສ່ວນປະສົມຂອງຢາກະຕຸ້ນຮໍໂມນໂດຍຢາຊູພລີເຟັກຈະບໍ່ມີປະສິດທິຜົນໃດໆຖ້າບໍ່ປະສົມກັບຢາໂມຕິລຽມ.

  ສໍາລັບຂັ້ນຕອນການປະສົມຢາແມ່ນນໍາເອົາຢາໂມຕິລຽມ 1 ເມັດໃສ່ລົງໃນຄົກ (ຢາໂມຕິລຽມ 1 ເມັດ ສາມາດໃຊ້ກັບປາ 2 ໂຕ) ຕໍາໃຫ້ລະອຽດແລະກຽມສານລະລາຍ ຫຼື ນໍ້າກັ່ນ 1 ມິນລີລິດ ຫຼັງຈາກນັ້ນມາປະສົມເຂົ້າກັນເປັນນໍ້າຢາຊູພລີເຟັກ; ກຽມຢາຊູພລີເຟັກ 1 ມິນລີລິດ ແລ້ວເຈືອຈາງຢາຊູພລີເຟັກຈໍານວນດັ່ງກ່າວດ້ວຍສານລະ ລາຍ ຫຼືນໍ້າກັ່ນ 99 ມິນລີລິດ ຈາກນັ້ນໃຊ້ເຂັມສັກຢາດູດເອົານໍ້າຢາທີ່ປະສົມໄວ້ແລ້ວກໍເອົາປາທີ່ພ້ອມປະສົມພັນຂຶ້ນມາສັກ.  

ສະໜັບສະໜຸນໂດຍ: HONDA

  ການສັກຢາຕ້ອງລະມັດລະວັງດ້ວຍການປັກເຂັມເຂົ້າກ້າມເນື້ອບໍລິເວນຄີຫູແລ້ວຄ່ອຍໆສີດຢາເຂົ້າໄປຊ້າໆ ແຕ່ຕ້ອງໝັ້ນໃຈວ່າເຂັມຢາຖືກສັກເຂົ້າບໍລິເວນກ້າມເນື້ອກ້ອງຄີຫູ ເພາະຖ້າບໍ່ ລະມັດລະວັງ ຫຼື ເຮັດແຮງເກີນໄປອະໄວຍະວະພາຍໃນຂອງປາເຊັ່ນ: ຫົວໃຈ, ອະໄວຍະວະຍ່ອຍອາຫານ ແລະຕັບຈະຖືກກະທົບກະເທືອນໂດຍຫຼັງຈາກສັກຢາແລ້ວກໍຄ່ອຍໆຖອດເຂັມຢາອອກແລ້ວປ່ອຍປາລົງອ່າງນໍ້າທີ່ມີອົກຊີກ່ອນຈະເຄື່ອນຍ້າຍປາໄປໄວ້ໃນອ່າງປະສົມພັນ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 

____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444