ການຜະລິດນໍ້າສະກັດຊີວະພາບດ້ວຍພືດຜັກ

  ນໍ້າສະກັດຊີວະພາບເປັນຝຸ່ນບົ່ມຊະນິດໜຶ່ງຊ່ວຍເລັ່ງການຈະເລີນເຕີບໂຕຂອງຕົ້ນພືດ, ຊ່ວຍກະຕຸ້ນການງອກຂອງຮາກເຮັດໃຫ້ໃບພືດແຂງແຮງສາມາດຕ້ານທານຕໍ່ການລະບາດຂອງພະຍາດພືດ ແລະແມງໄມ້, ທັງເຮັດໃຫ້ຜົນຜະລິດເພີ່ມຂຶ້ນ, ສີສັນ ແລະລົດຊາດດີກວ່າເກົ່າ ແລະຊ່ວຍຮັກສາຜົນຜະລິດໄວ້ໄດ້ດົນ.

  ອີງຕາມຂໍ້ມູນຈາກກົມສົ່ງເສີມກະສິກໍາ ແລະສະຫະກອນ ແລະກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາ ໃຫ້ຮູ້ວ່າ: ນໍ້າສະກັດຊີວະ ພາບທີ່ໄດ້ມາຈາກການໝັກເສດ ພືດຜັກ ທີ່ຜ່ານຂະບວນການຍ່ອຍ ສະຫຼາຍຂອງກຸ່ມຈຸລິນຊີທີ່ມີຄຸນ ສົມບັດພິເສດເພີ່ມປະສິດທິພາບ ການຍ່ອຍໂປຣຕີນ, ໄຂມັນຊ່ວຍ ດັບກິ່ນເໝັນລະຫວ່າງການໝັກ ແລະເພີ່ມການລະລາຍທາດອາ ຫານພືດ, ຊຶ່ງວັດຖຸສໍາລັບເຮັດນໍ້າ ສະກັດຊີວະພາບ ທີ່ຜະລິດຈາກພືດຜັກ ຫຼືໝາກໄມ້ ໃນລິປະມານ 50 ລິດ ຊຶ່ງໃຊ້ເວລາໃນການໝັກ 1 ອາທິດ ມີສ່ວນປະກອບຄື: ພືດຜັກປະເພດຕ່າງໆປະສົມກັນປະມານ 40 ກິໂລ, ກາກນໍ້າຕານ 10 ກິໂລ, ຖັງໝັກທີ່ບັນຈຸຂະໜາດ 50 ກິໂລ ແລະEM ຈໍານວນ 1 ລິດ.

  ສ່ວນວິທີເຮັດນໍ້າສະກັດປະກອບດ້ວຍ 4 ຂັ້ນຕອນຄື: 1) ຕັດ ຫຼື ຊອຍຜັກ ຫຼືໝາກໄມ້ໃຫ້ ເປັນຕ່ອນນ້ອຍໆຈາກນັ້ນເອົາໄປຖອກລົງຖັງໝັກ, 2) ລະລາຍ ນໍ້າຕານໃນນໍ້າ 10 ລິດຄົນ ໃຫ້ ເຂົ້າກັນ ແລະຖອກລົງຖັງ, 3) ນໍາເອົານໍ້າ EM ມາປະສົມກັບນໍ້າ(ເຈືອຈາງ) ໃນອັດຕາສ່ວນ 1 ລິດຕໍ່ນໍ້າ 3-4 ລິດ ແລ້ວຖອກລົງ ຖັງໝັກທີ່ກຽມໄວ້, 4) ປະສົມ ທຸກຢ່າງລົງໃນຖັງຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ ແລະໃຊ້ມືຂົ່ມໃຫ້ນໍ້າ ຖ້ວມມືແມ່ນພໍດີ ຖ້າບໍ່ຖ້ວມໃຫ້ຕື່ມ ນໍ້າໃສ່, ຫຼັງຈາກນັ້ນປິດຝາຖັງບໍ່ ໃຫ້ແຈບ ເກັບໄວ້ໃນບ່ອນຮົມໃຊ້ໄມ້ຄົນປີ້ນທຸກມື້, ນໍ້າສະກັດທີ່ເປັນດີຈະບໍ່ມີກິ່ນເໝັນ,ຖ້າມີດິ່ນເໝັນໃຫ້ຕື່ມກາກນໍ້າຕານລົງອີກ (ກາກນໍ້າຕານແທນດ້ວຍນໍ້າຕານຊາຍຂາວກໍໄດ້).

ສະໜັບສະໜຸນໂດຍ: HONDA 

ສໍາລັບອັດຕາການນໍາໃຊ້: ປະສົມນໍ້າສະກັດຊີວະພາບກັບນໍ້າໃນອັດຕາ 1 ສ່ວນ 500 ລິດ (ນໍ້າສະກັດຊີວະພາບ 1 ລິດ ປະສົມນໍ້າ 500 ລິດ ສີດທຸກ 10 ວັນ ຕໍ່ຄັ້ງ), ການໃຊ້ນໍ້າສະກັດຊີວະພາບຄວນສີດໃນເວລາແສງແດງອ່ອນ (ຕອນເຊົ້າ ຫຼື ແລງກໍໄດ້), ສ່ວນການເກັບຮັກສານໍ້າສະກັດຊີວະພາບທີ່ເປັນແລ້ວຕ້ອງໃສ່ຕຸກ ຫຼື ຖັງໂດຍປິດຝາໃຫ້ແຈບເກັບຮັກສາໄວ້ບ່ອນຮົ່ມສາມາດນໍ້າໃຊ້ໄດ້ 1 ປີ, ການຕໍ່ເຊື້ອແມ່ນນໍາໃຊ້ນໍ້າສະກັດຊີວະພາບ 1 ລິດ ແລະຜະລິດຕໍ່ໄປໄດ້ບໍ່ເກີນ 3 ເທື່ອ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 ___________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444