ບ້ານໄຊສີ ເກັບກ່ຽວເຂົ້ານາປີສໍາເລັດ 50%

   ເພື່ອເຮັດການເກັບກ່ຽວເຂົ້າ ນາປີໆນີ້ໃຫ້ທ່ວງທັນກັບລະດູການ ແລະບໍ່ໃຫ້ຜົນຜະລິດຕົກເຮ່ຍເສຍຫາຍທັງເປັນການກະກຽມຜະລິດ ລະດູແລງ, ເພື່ອຮັບປະກັນໄດ້ທາງ ດ້ານສະບຽງອາຫານ ຊຶ່ງໃນປະຈຸບັນນີ້ຊາວກະສິກອນບ້ານໄຊສີ ເມືອງໄຊເສດຖາແຂວງອັດຕະປື ໄດ້ຂຸ້ນຂ້ຽວເກັບກ່ຽວມ້ຽນມັດເຂົ້ານາປີໂດຍສຳເລັດແລ້ວ 50% ແລະ ຄາດຈະສຳເລັດທັງໝົດໃນຕົ້ນ ເດືອນພະຈິກ.

ທ່ານ ສຸກດີ ໄຊຍະແສງ ຮອງ ນາຍບ້ານຫົວໜ້າກຸ່ມການຜະລິດ ບ້ານໄຊສີໃຫ້ຮູ້ວ່າ: ການຜະລິດ ເຂົ້ານາປີໆນີ້ພໍ່ແມ່ປະຊາຊົນຜະລິດຕົວຈິງທັງໝົດ 271 ຄອບຄົວ ມີເນື້ອທີ່ປັກດໍາ 548 ເຮັກຕາ ຊຶ່ງ ເລີ່ມຕົ້ນການປັກດໍາມາແຕ່ເດືອນ ມິຖຸນາຜ່ານມາ ແລະແນວພັນທີ່ ໃຊ້ແມ່ນເຂົ້າກໍຂໍຂາວ, ແນວພັນພື້ນ ເມືອງແລະອື່ນໆ; ຄາດຄະເນສະ ເລ່ຍສະມັດຕະພາບຜົນຜະລິດບໍ່ຫຼຸດ 3 ໂຕນຕໍ່ເຮັກຕາ, ຍ້ອນການຊຸກຍູ້ ຂອງຫ້ອງການກະສິກໍາເມືອງສົບທົບກັບອໍານາດການປົກຄອງບ້ານ ບວກກັບມູນເຊື້້ອ, ຄວາມດຸໝັ່ນຂະ ຫຍັນພຽນຂອງປະຊາຊົນບ້ານ ໄຊສີ ທີ່ເຄີຍມີມາກ່ອນຈິ່ງເຮັດໃຫ້ການເກັບກ່ຽວມ້ຽນມັດເຂົ້ານາປີຂອງເຂົາເຈົ້າມາຮອດປະຈຸບັນໄດ້ ສໍາເລັດ 50% ແລະຄາດຈະໃຫ້ ສໍາເລັດໃນຕົ້ນເດືອນພະຈິກນີ້.

ສະໜັບສະໜຸນໂດຍສ່ວນບຸກຄົນ

 

ສໍາລັບແຜ່ນການຜະລິດລະດູ ແລງສົກປີ 2019-2020 ຄາດຄະເນວ່າ: ຈະມີຊາວກະສິກອນເຂົ້າຮ່ວມທັງໝົດ 85 ຄອບຄົວມີ ເນື້ອ ທີ່ການຜະລິດ 48 ເຮັກຕາ ໂດຍ ສະເພາະແມ່ນເຂດຄອງຊົນລະປະທານ.

-------------------

ໜັງສືພິມເສດຖະກິດ-ສັງຄົ