ມສ ນາລວມ ປະກວດສິລະປະວັນນະຄະດີ ແລະນັກຮ້ອງສຽງດີ

ຮຽບຮຽງໂດຍ:ບຸນຈັນທ່າວ

   ໃນວັນທີ 19 ທັນວາ 2018, ໂຮງຮຽນ ມສ ນາລວມເມືອງໄຊຍະບູລີ ໄດ້ຈັດພິທີປະກວດສະແດງສິລະປະວັນນະຄະດີແລະນັກຮ້ອງສຽງດີຄັ້ງທີ III ລະຫ່ວາງຫ້ອງແຂ່ງຫ້ອງຂຶ້ນທີ່ໂຮງຮຽນດັ່ງກ່າວ,ໂດຍການເປັນປະທານຂອງທ່ານອິນປັນໄຊຍະເດດຜູ້ອໍານວຍການໂຮງຮຽນ ມສ ນາລວມ,ໃຫ້ກຽດເຂົ້າຮ່ວມໂດຍທ່ານພົງສະ    ຫວັນລັກຊີວີຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງໄຊຍະບູລີ,ມີສະມາຄົມພໍ່ແມ່ນັກ ຮຽນ,ອໍານາດການປົກຄອງບ້ານ,ແຂກຖືກເຊີນ,ຄູ-ອາຈານ,ພໍ່ແມ່ຜູ້ປົກຄອງພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

“ແມ່ເຈົ້າດາລາໄລ” ແລະ“ດອກຄູນ” ສອງບົດບາດໜ້າຈັບຕາຂອງ ລູກນໍ້າ ທິດາລັດ

 (ເສດຖະກິດ-ສັງຄົມ)  

 ຖືວ່າເປັນອີກສອງບົດບາດທີ່ໜ້າຈັບຕາໃນການສະແດງຮູບເງົາຂອງລູກນໍ້າ ທິດາລັດ ນາງສາວລາວໃນຮູບເງົາ “ສິ້ນລາຍຫົງ” ແລະ“ ດອກຄູນສຽງແຄນ” ທີ່ໄດ້ສະແດງຮ່ວມກັບເຫຼົ່າດາລານັກສະແດງປະເທດເພື່ອບ້ານ, ຊຶ່ງອອກສູ່ສາຍຕາທ່ານຜູ້ຊົມທັງສອງຝັ່ງແມ່ນໍ້າຂອງລາວ - ໄທໄປແລ້ວໂດຍຜ່ານໂທລະພາບຊ່ອງ 8 ຂອງໄທໃນຮູບເງົາ “ສິ້ນລາຍຫົງ”  ຮັບບົດເປັນແມ່ເຈົ້າດາລາໄລ.