ປະເພນີແຫ່ນາງສັງຂານມີຕຳນານເລົ່າສືບກັນມາວ່າ: ໃນສະ ໄໝພຸດທະການມີລູກຊາຍເສດຖີຄົນໜຶ່ງຊື່ວ່າທຳມະບານກຸມມານເປັນຄົນທີ່ມີຄວາມຮູ້ເໜືອມະນຸດທັງປວງ ຮູ້ຮອດພາສາສັດຕ່າງໆ, ຄວາມ ເກັ່ງກ້າສາມາດຂອງລາວໄດ້ຊ່າລື ໄປເຖິງສະຫວັນພະຍາກາບິນລະພົມ ຄິດຢາກລອງຄວາມຮູ້ຂອງທຳມະ ບານກຸມມານ ຈຶ່ງໄດ້ລົງມາ ແລະ ຕັ້ງຄຳຖາມວ່າ: 3 ສິລິ ຂອງຄົນ ຕອນເຊົ້າ, ຕອນສວຍ ແລະຕອນ ແລງຢູ່ໃສ? (ສິລິແມ່ນຈຸດສຳຄັນ ຂອງຮ່າງກາຍ) ຫຼັງຈາກນັ້ນກໍບອກວ່າອີກ 7 ວັນ ຈະລົງມາເອົາຄໍາ ຕອບ, ຖ້າຕອບບໍ່ໄດ້ຈະຖືກຕັດຄໍແຕ່ຖ້າຕອບຖືກພະຍາກາບິນລະພົມຈະຍອມໃຫ້ຕັດຄໍຂອງຕົນ.
ຫຼັງຈາກນັ້ນທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອ ຊອກຫາຄຳຕອບແຕ່ກໍ່ຊອກບໍ່ເຫັນ, ບໍ່ມີຄຳພີດີກາເຫຼັ້ມໃດເລີຍທີ່ກ່າວເຖິງຄຳວ່າສິລິຂອງຄົນ, ວັນເວລາລ່ວງ ໄປ 6 ມື້ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີ ເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າ ກິນນ້ຳເຮັດໃຫ້ຕົນໂຕເຂົາຈ່ອຍຜອມ ລ່າເຫຼືອງເຫຼືອແຕ່ໜັງຫຸ້ມດູກ.ເມື່ອຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນ ແລ້ວທຳມະບານກຸມມານຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ: (ເຮົາເປັນຄົນ ລະດັບນັກປາດມີຊື່ສຽງກັງວານກ້ອງທົ່ວໂລກຜູ້ໜຶ່ງຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ແໜງສູ້ໄປຕາຍເອງດີກວ່າ). ຂະນະ ນັ້ນເປັນເວລາຄ່ຳມືດແລ້ວທຳມະບານກຸມມານຍ່າງລົງຈາກຫໍປະ ສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າເມື່ອຍ່າງຕໍ່ໄປບໍ່ໄຫວເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງເພື່ອລໍເວລາຊິ້ນລົມຫາຍໃຈຢູ່ທີ່ນັ້ນແຕ່ສະຫວັນເປັນໃຈຢູ່ເທິງຕົ້ນຕານມີແຮ້ງສອງຜົວເມຍອາໄສຢູ່ ແລະໄດ້ລົມກັນ ເລື່ອງການໄປກິນອາຫານ ໂດຍເມຍຖາມຜົວວ່າມື້ອື່ນຈະໄປຫາກິນທາງ ໃດ?ຜົວຕອບມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກຖ້າກິນຊີ້ນມະນຸດຢູ່ເມືອງນີ້ແຫຼະ; ເມຍ: ຊິມີຊີ້ນມະນຸດມະນາມາແຕ່ ທາງໃດໃຫ້ພວກເຮົາກິນບໍ? ຜົວ:ພະຍາກະບິນລະພົມຊິລົງມາຕັດຄໍ ທຳມະບານກຸມມານ ແລະເຮົາຊິໄດ້ ກິນຊີ້ນເຂົາ; ເມຍ: ໄປຕັດຄໍເຂົາເຮັດ ຫຍັງ? ຜົວ: ຕັດລະບໍແນວວ່າຕອບບັນຫາເພີ່ນບໍ່ໄດ້; ເມຍ: ເພີ່ນຖາມ ວ່າແນວໃດ? ຍາກແທ້ຫວ໋ະ? ຜົວຕອບມັນຊິຍາກຫຍັງ! ເພີ່ນຖາມວ່າ ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວຍ, ຕອນແລງ? ຊຶ່ງຕອນເຊົ້າສິລິຂອງຄົນຢູ່ໜ້າຄົນຈຶ່ງມັກຊ້ວຍ ໜ້າລ້າງຕາ, ຕອນສວຍຢູ່ໜ້າເອິກຄົນທັງຫຼາຍຈຶ່ງມັກເອົານ້ຳລູບໜ້າ ເອິກ, ສ່ວນຕອນແລງສ່ວຍສິລິຢູ່ທີ່ຕີນ ເຂົາເຈົ້າ ຈຶ່ງພາກັນລ້າງຕີນໃຫ້ສະ ອາດກ່ອນຈຶ່ງເຂົ້ານອນ. ດັ່ງໄດ້ກ່າວຕອນຕົ້ນແລ້ວວ່າທຳມະບານກຸມມານຮູ້ພາສາສັດດັ່ງນັ້ນຄຳສົນທະ ນາຂອງແຮ້ງສອງຜົວເມຍຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ.
ເຊົ້າມື້ທີເຈັດເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານຢ່າງຖືກຕ້ອງແລ້ວເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດ ໄດ້ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້. ແຕ່ຍ້ອນພະຍາກະບິນລະພົມມີລິດເດດເກັ່ງກ້າເໝືອກວ່າເທວະດາແລະມະນຸດທັງຫຼາຍ ພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ ໂລກມະນຸດພິນາດໄປໄດ້ຖ້າຫາກ ປ່ອຍໃຫ້ຫົວ ແລະເລືອດຂອງພະຍາ ກະບິນລະພົມຕົກລົງດິນມັນຈະ ເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດແລະສັດສາວາສິ່ງໝົດອາກາດຫາຍໃຈ,ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າ ຄົງຄາມະຫາສະມຸດເຫືອດແຫ້ງເກີດໄພພິບັດແຫ້ງແລ້ງຂົ່ມຂູ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນເພື່ອຊ່ວຍມວນມະນຸດໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນກ່ອນຖຶກຕັດຄໍພະຍາກະບິນລະພົມຈຶ່ງເອີ້ນເອົາທິດາສາວທັງ 7 ນາງມາພົບເປັນການດ່ວນ. ລູກສາວທັງ 7ນາງແມ່ນແທນໃຫ້ 7ວັນໃນໜຶ່ງອາທິດຄື: ນາງ ທຸງສະເທວີວັນ ອາທິດ ຂີ່ຄຸດ, ນາງ ໂຄລະຄະເທວີ ວັນຈັນຂີ່ເສືອໂຄ່ງ, ນາງ ຮາກສະ ເທວີ ວັນອັງຄານ ພາຫະນະຂີ່ໝູ, ນາງ ມົນທາເທວີ ວັນພຸດຂີ່ມ້າ (ລໍ), ນາງ ກີລີນີເທວີ ວັນພະຫັດ ຂີ່ຊ້າງ, ນາງ ກິມີທາເທວີ ວັນສຸກ ຂີ່ຄວາຍ, ນາງ ມະໂຫທອນ ເທວີ ວັນເສົາ ຂີ່ນົກຍຸງ, ຈາກນັ້ນຜູ້ເປັນ ພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖືກຕັດ ຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບບໍ່ໃຫ້ເລືອດ ແລະຫົວຂອງພໍ່ຕົກລົງດິນຈາກນັ້ນໃຫ້ເອົາໄປໄວ້ ຢູ່ຖ້ຳເຂົາສຸເມນໂນລາດ. ເມື່ອເຖິງເດືອນຫ້າຟ້າລ່ວງ ຫຼື ກຸດສົງການປີໃດຖ້າສັງຂານລ່ວງຖືກວັນໃດໃຫ້ ລູກສາວປະຈຳວັນນັ້ນຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອຫົດສົງ, ສ່ວຍລ້າງ ດ້ວຍນ້ຳອົບນ້ຳຫອມໃຫ້ສະອາດແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ.
ຍ້ອນແນວນັ້ນເອງເມື່ອຮອດ ຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ນຳໄປ ຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ ເຖົ້າແກ່, ຄູບາ-ອາຈານແລະຍາດພີ່ນ້ອງເພື່ອນຝູງເພື່ອຄວາມເປັນສິລິມົງຄົນສືບຕໍ່ກັນມາຈົນເຖິງປະຈຸບັນນີ
ນສພ ເສດຖະກິດ-ສັງຄົມ