ອພສ ເມືອງຍົມມະລາດ ສຳເລັດກອງປະຊຸມໃຫຍ່ຄັ້ງທີ V

 ອົງການພຸດທະສາສະໝາສຳພັນລາວ ເມືອງຍົມມະລາດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນໃນອາທິດຜ່ານມາທີ່ສະໂມສອນເມືອງດັ່ງກ່າວພາຍໃຕ້ການເປັນປະທານຂອງຍາພໍ່ຄຳເຜີຍ ສີລັດດາ ຮັກສາການປະທານ ອພສ ເມືອງຍົມມະລາດ, 

ພະທາດຫຼວງຊຽງຕຶງ ສູນລວມສັດທາຂອງຊາວເມືອງສິງ

   ພະທາດຫຼວງຊຽງຕຶງ ເປັນພະທາດເກົ່າແກ່, ເປັນສູນລວມຄວາມສັດທາຂອງຊາວເມືອງສິງມາແຕ່ບູຮານນະການ, ຊຶ່ງຕັ້ງຢູ່ເທິງຈອມພູທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງສິງ ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທຳທີ່ຖືກຮັບຮອງເອົາເປັນມູນມໍລະດົກວັດທະນະທຳຂອງແຂວງຫຼວງນໍ້າທາ.

ປະຫວັດວັດສີສະຫວ່າງວົງສ໌ ເມືອງໄຊຍະບູລີ

 ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການອຸປະຖຳຈາກ 3 ໝູ່ບ້ານຄື: ບ້ານສີເມືອງບ້ານຖິ່ນ ບ້ານສີມຸງຄຸນ ແລະອອກຕົນຍາດໂຍມຫຼາຍບ້ານທັງພາຍໃນ ແລະຕ່າງປະເທດໄດ້ອຸປະຖຳບຳລຸງຕາມກຳລັງສັດທາ, 

ພະທາດຈອມພູສີ ນະຄອນຫຼວງພະບາງ

  ພະທາດຈອມພູສີ ເປັນພະທາດທີ່ເກົ່າແກ່ ແລະມີຊື່ສຽງ, ເປັນສູນກາງວັດທະນະທໍາປະເພນີ ແລະມິ່ງຂວັນຂອງຊາວນະຄອນຫຼວງພະບາງ, ພະທາດມີຄວາມສູງ 20 ແມັດຕັ້ງຢູ່ເທິງຈອມພູສີຊຶ່ງເປັນທັງສະຖານທີ່ຊົມທິວທັດຂອງນະຄອນຫຼວງພະບາງ.

ປະຫວັດຄວາມເປັນມາຂອງ “ ຫໍຄໍາ ”

 ຫໍຄໍາ ແມ່ນຊື່ຂອງຫໍຜາສາດໃນພະລາດຊະວັງທີ່ພະເຈົ້າໄຊເສດຖາທິລາດໄດ້ນໍາພາສ້າງຂຶ້ນໃນໄລຍະທີ່ເມືອງວຽງຈັນ ໄດ້ຮັບການສະຖາປະນາເປັນນະຄອນຫຼວງຂອງລາ ຊະອານາຈັກລາວລ້ານຊ້າງ ປີ 1560, 

ຄວາມເຊື່ອຂອງວັດທະນະທໍາລາວ ກ່ຽວກັບໄມ້ຈັນຫອມ

  ໄມ້ຈັນຫອມ ເປັນຕົ້ນໄມ້ມຸງຄຸນທີ່ຄົນລາວ ຫຼືຄົນໃນປະເທດໃນຊົມພູທະວີ ແລະປະເທດຕາເວັນອອກສ່ຽງໃຕ້ເຊັ່ນ: ມຽນມາ, ໄທ, ລາວ, ກໍາປູເຈຍ.

ວັດເມືອງກາງ ສິລະປະ ປະສົມຕາເວັນອອກສ່ຽງໃຕ້ ແລະຕາເວັກຕົກ

  ວັດເມືອງກາງ ຫຼືເອີ້ນອີກຊື່ໜຶ່ງວ່າວັດພຸດທະວັນນາຣາມເປັນວັດທີ່ເກົ່າແກ່ທີ່ສຸດຢູ່ໃນເມືອງຈຳປາສັກ ແຂວງຈຳປາສັກ ສ້າງຂຶ້ນໃນສັດຕະວັດທີ 19 ວັດທີ່ສຳຄັນ ແລະໜ້າປະທັບໃຈແຫ່ງນີ້ເປັນສັນນາລັກແຫ່ງຄວາມຈະເລີນຮຸ່ງເຮືອງທາງພຸດທະສາດສະໜາຂອງດິນແດນແຫ່ງນີ້ປະກອບມີອາຄານ 5 ຫຼັງ 

ເມືອງບົວລະພາ ຫາລືກຽມປະກາດບ້ານວັດທະນະທໍາ

ໃນວັນທີ 15 ມິຖຸນາ ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງວ່າ ການປົກຄອງເມືອງບົວລະພາ ແຂວງຄຳມ່ວນ ຄະນະຊີ້ນຳການສ້າງຄອບຄົວ ແລະບ້ານວັດທະນະທຳຂັ້ນເມືອງໄດ້ຈັດກອງປະຊຸມປືກສາຫາລືກະກຽມຄວາມພ້ອມໃນການຈັດພິທີປະກາດຮັບຮອງເອົາ 9 ບ້ານ 

ພະທາດສາມປາງ ສັນຍາລັກຄວາມຮຸ່ງເຮືອງອະລິຍະທຳຂອມ

  ພະທາດສາມປາງ ເປັນສະຖາປັດຕະຍະກຳຫີນແບບຂອມບູຮານໃນທຸກໆປີມື້ຂຶ້ນ 15  ຄໍ່າເດືອນ 2 (ເດືອນຍີ່) ບັນດາຊາວບ້ານ, ຊາວເມືອງຈະມີການຈັດພິທີສະເຫຼີມສະຫຼອງພະທາດແຫ່ງນີ້ຊຶ່ງຖືເປັນປະເພນີທີ່ໄດ້ສືບທອດກັນມາ.

ຫໍໄຕ ວັດຈັນທະສາໂຣ ສະຖາປັດຕະຍະກຳເຄື່ອງໄມ້

ຫໍໄຕ ທີ່ວັດຈັນທະສາໂຣ ຫຼື ທີ່ຊາວບ້ານເອີ້ນວ່າວັດໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນສະຖາປັດຕະຍະກຳເຄື່ອງໄມ້ທີ່ສະທ້ອນສີມື ຊ່າງ, ຊາວບ້ານລ້ານຊ້າງໃນອາດີດປະກາດຄວາມຍິ່ງໃຫຍ່ທາງພູມ ປັນຍານາຍຊ່າງທີ່ຖ່າຍທອດກັນມາຫຼາຍຊົ່ວອາຍຸຄົນຖ້າຈະເວົ້າເຖິງຄວາມໂດດເດັ່ນທາງ