2 ແຂວງ ລາວ-ຫວຽດ ແລກປ່ຽນວັດທະນະທໍາ

  ງານສະແດງສິລະປະ-ວັນນະຄະດີແລກປ່ຽນວັດທະນະທຳ 2 ແຂວງຂອງປະເທດລາວ-ຫວຽດນາມ ຄື: ແຂວງອັດຕະປື ແລະແຂວງດັກລັກໄດ້ຈັດຂຶ້ນໃນລະຫວ່າງວັນທີ 28 ພະຈິກ ຫາ ວັນທີ 1 ທັນວາ 2019 ທີ່ແຂວງອັດຕະປື ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 44 ປີ

ຫຼວງນໍ້າທາ ເປີດນຳໃຊ້ຫໍກອງວັດສາມັກຄີໄຊ

 ຄະນະໜ່ວຍສາມັກຄີຊາວພຸດ ແຂວງຫຼວງນໍ້າທາ ໄດ້ເປີດນຳໃຊ້ຫໍກອງວັດສາມັກຄີໄຊຢ່າງເປັນທາງການໃນວັນທີ 30 ພະຈິກຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີຫົວໜ້າພະແນກການອ້ອມຂ້າງແຂວງ, 

ງານສະແດງສຽງແຄນເຊື້ອຊາດລາວ ມໍລະດົກໂລກ ຈະຈັດຂຶ້ນໄວໆນີ້

   ສະມາຄົມສິລະປະແຄນລາວຮ່ວມກັບກົມສິລະປະການສະແດງກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ແລະກອງເລຂາແຫ່ງຊາດເພື່ອອຸຍເນສໂກກະຊວງສຶກສາທິການ ແລະກີລາຈະຈັດງານສະແດງສຽງແຄນເຊື້ອຊາດລາວມໍລະດົກໂລກເພື່ອສະເຫຼີມສະຫຼອງຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ 

ຜົນແຂ່ງຂັນສິລະປະໂຄງການກູດເນເບີດ

  ການແຂ່ງຂັນສິລະປະ-ວັນນະຄະດີຂອງນ້ອງນ້ອຍນັກຮຽນ 13 ໂຮງຮຽນເປົ້າໝາຍຂອງໂຄງການກູດເນເບີດຢູ່ເມືອງໝອກ ແຂວງຊຽງຂວາງ ໄດ້ສຳເລັດລົງໃນເມື່ອບໍ່ດົນມານີ້ພາຍຫຼັງທີ່ດຳເນີດເປັນເວລາ 1 ວັນເຕັມທີ່ສະໂມສອນຫ້ອງການປົກຄອງເມືອງໝອກ 

ຮັບຮອງ 4 ບ້ານ ກຸ່ມຊຽງແຂງ ເປັນບ້ານວັດທະນະທໍາ.

  ໃນທ້າຍເດືອນພະຈິກຜ່ານມາຢູ່ທີ່ໂຮງຮຽນປະຖົມບ້ານກໍເພນ ເມືອງສິງ ແຂວງຫຼວງນໍ້າທາໄດ້ຈັດພິທີປະກາດຮັບຮອງເອົາ 4 ບ້ານຄື:ບ້ານກໍເພນ, ບ້ານໂລກູ, ບ້ານເອີຫຼ້າ ແລະບ້ານຈ່າເຂີນ ກຸ່ມຊຽງ ເປັນບ້ານວັດທະນະທຳ,

ຫ້ວຍເພາະເມືອງ ເປັນບ້ານວັດທະນະທຳທີ 70 ຂອງໄຊຍະບູລີ

ພິທີປະກາດບ້ານຫ້ວຍເພາະເປັນບ້ານວັດທະນະທຳບ້ານທີ 70 ຂອງເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນວັນທີ 22 ພະຈິກ 2019 ທີ່ເດີ່ນໂຮງຮຽນປະຖົມຂອງບ້ານດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແທນທີ ແກ້ວ ເຈົ້າເມືອງໄຊຍະບູລີ, 

ຫົງສາ ປະກາດກົມກອງ ແລະບ້ານວັດທະນະທຳ

 ຫວ່າງບໍ່ດົນຜ່ານມານີ້ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ-ຮອງຮັບຮອງບ້ານວັດທະນະທໍາໃໝ່ 4 ບ້ານ, ກົມກອງວັດທະນະທໍາ 17 ກົມກອງ ແລະບ້ານປອດຢາເສບຕິດ 5 ບ້ານ,ຂຶ້ນທີ່ເມືອງດັ່ງກ່າວໂດຍເປັນປະທານຂອງທ່ານ ຄໍາຫຼ້າ ຜິວວັນນາ ວ່າການເຈົ້າເມືອງໆຫົງສາ,

ບຸນກິນຈຽງ ແລະປະກວດສາວມົ້ງລາວ ຈັດຂຶ້ນທ້າຍເດືອນທັນວາ

  ງານບຸນກິນຈຽງຊົນເຜົ່າມົ້ງຄັ້ງທີ 4 ທີ່ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຂອງການສະເຫຼີມສະຫຼອງຜົນງານຜະລິດໃນຮອບທຸກໆປີ, ການ ເຜີຍແຜ່ຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງເຜົ່າດັ່ງກ່າວແມ່ນຈະຈັດຂຶ້ນແຕ່ວັນທີ 27 ທັນວາ 2019 ຫາວັນທີ 5 ມັງກອນ 2020.

“ບ້ານເມືອງໃນທ່າມກາງພູຂຽວນໍ້າໃສ-ເພື່ອອຸດົມການ ອັນດຽວກັນ” ຈະອອກອາກາດໃໝ່

  ສາລະຄະດີເລື່ອງ “ບ້ານເມືອງໃນທ່າມກາງພູຂຽວນໍ້າໃສ-ເພື່ອອຸດົມການອັນດຽວກັນ” ເປັນສາລະຄະດີຮ່ວມກັນຖ່າຍທຳລະຫວ່າງສະຖານີວິທະຍຸໂທລະພາບກວາງຊີຈີນ ແລະໂທລະພາບແຫ່ງຊາດລາວ, ຊຶ່ງໃນວັນທີ 1 ຕຸລາ ຜ່ານມາທັງສອງສະຖານີໄດ້ອອກອາກາດໃນເວລາດຽວກັນ,

ເທສະການຮູບເງົາເອີຣົບຄັ້ງທຳອິດໃນລາວ ຈະຈັດຂຶ້ນທ້າຍເດືອນນີ້

  ເມື່ອວັນທີ 19 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ, ສະຫະພາບເອີຣົບປະຈຳ ສປປ ລາວ ຮ່ວມກັບບັນດາປະເທດສະມາຊິກເອີຣົບໄດ້ຖະແຫຼງການກ່ຽວກັບງານເທສະການຮູບເງົາເອີຣົບ ຄັ້ງທຳອິດໃນ ສປປ ລາວ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 26-30 ພະຈິກ ທີ່ມາເຖິງນີ້.