ທ່ານຜູ້ວ່າການ ທຫລ ຊີ້ແຈງສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະມາດຕະການແກ້ໄຂ

 ໃນມື້ທີ 2 (25 ມິຖຸນາ 2020) ຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ VIII; ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ການຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ- ອັດຕາເງິນເຟີ້ ແລະມາດຕາການແກ້ໄຂໂດຍນັບແຕ່ທ້າຍປີ 2018 ເປັນຕົ້ນ ມາ,ການຮັກສາສະເຖຍລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ໄດ້ປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍມາຢ່າງຕໍ່ເນື່ອງໂດຍສະເພາະໃນໄລຍະທີ່ຄ່າເງິນໂດລາ ແລະຄ່າເງິນບາດແຂງຄ່າແຮງຢ່າງຕໍ່ເນື່ອງໃນຕະຫຼາດສາກົນໃນຂະນະທີ່ພື້ນຖານເສດຖະກິດພາຍໃນຂອງປະເທດເຮົາຍັງອາໄສການນໍາເຂົ້າສິນຄ້າແລະການບໍລິການຈາກຕ່າງປະເທດໃນລະດັບສູງ ແລະພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດສືບຕໍ່ເພີ່ມຂຶ້ນແຕ່ແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດເຂົ້າມາປະເທດພັດມີທ່າອ່ຽງຫຼຸດລົງເປັນຕົ້ນກະແສເງິນຊ່ວຍເຫຼືອລ້າ, ເງິນລົງທຶນຈາກຕ່າງປະເທດທີ່ໄດ້ຮັບຜົນຈາກສະພາບເສດຖະກິດໂລກທີ່ຝືດເຄືອງຫຼາຍດ້ານໃນຫຼາຍຂົງເຂດໃນຂະນະທີ່ການແຂ່ງຂັນຍາດແຍ່ງເງິນທຶນຈາກຕ່າງປະເທດກັບບັນດາປະເທດທີ່ກໍາລັງພັດທະນາທີ່ມີເງື່ອນໄຂໃກ້ຄຽງກັບປະເທດເຮົາກໍມີສູງເຮັດໃຫ້ໃນປີ 2019 ມີກະແສເງິນລົງທຶນໂດຍກົງຈາກຕ່າງປະເທດສຸດທິເຂົ້າ ສປປ ລາວ ພຽງແຕ່ປະມານ 755 ລ້ານໂດລາ ຫຼຸດລົງເກືອບ 44% ເມື່ອທຽບໃສ່ປີ 2018 (ປະມານ 1,3 ຕື້ໂດລາ) ແລະຫຼຸດລົງ 55% ເມື່ອທຽບໃສ່ປີ 2017 (ປະມານ 1,7 ຕື້ໂດລາ).
  ຈາກສະພາບຄວາມຕ້ອງການເງິນຕາຕ່າງປະເທດຂອງປະເທດເຮົາທີ່ຍັງສືບຕໍ່ມີສູງໃນຂະນະທີ່ແຫຼ່ງເງິນຕາຕ່າງປະເທດຂອງປະເທດພັດຫຼຸດລົງຄືດັ່ງກ່າວແມ່ນເປັນໄປໄດ້ຍາກທີ່ສຸດທີ່ປະເທດຈະສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດທີ່ເປັນໝາກຜົນຂອງການເຄື່ອນໄຫວໃນໂຄງປະກອບເສດຖະກິດມະຫາພາກຂອງປະເທດເຮັດ ໃຫ້ຄວາມສາມາດໃນສະໜອງເງິນຕາຕ່າງປະເທດຂອງຂະແໜງການທະນາຄານກໍຄືພາກລັດມີຈໍາກັດເຫັນໄດ້ຈາກປະລິມານເງິນຕາຕ່າງປະເທດທີ່ທະນາຄານທຸລະກິດສາມາດເກັບຊື້ໄດ້ຈາກສັງຄົມສະເລ່ຍໃນແຕ່ລະປີນັບແຕ່ປີ 2018 ເປັນຕົ້ນມາສະເລ່ຍໄດ້ບໍ່ເກີນ 2 ຕື້ໂດລາ ທຽບເທົ່າຕໍ່ປີຫຼຸດລົງເກືອບ 53% ເມື່ອທຽບໃສ່ລະດັບທີ່ສາ ມາດເກັບຊື້ໄດ້ສະເລ່ຍໃນແຕ່ລະປີຂອງ 3 ປີກ່ອນໜ້ານັ້ນ;ແຕ່ຄວາມຕ້ອງການເງິນຕາຕ່າງປະເທດຂອງສັງຄົມເພື່ອນໍາເຂົ້າສິນຄ້າຈາກຕ່າງປະເທດມີສະເລ່ຍບໍ່ຫຼຸດ 4 ຕື້ໂດລາຕໍ່ປີຊຶ່ງມູນຄ່ານີ້ຍັງບໍ່ລວມການນໍາເຂົ້າການບໍລິການ ແລະ ພັນທະໃນການຊໍາລະໜີ້ສິນກັບຕ່າງປະເທດ. ຈາກສະພາບປັດໄຈພາຍນອກແລະພາຍໃນປະເທດເຫຼົ່ານີ້ໄດ້ສ້າງແຮງກົດດັນໃຫ້ເງິນກີບອ່ອນຄ່າລົງທຽບໃສ່ເງິນໂດລາ ແລະເງິນບາດຢ່າງຫຼີກລ່ຽງບໍ່ໄດ້.
   ສະເພາະ 6 ເດືອນຕົ້ນປີ 2020, ຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດ-ສັງຄົມ ໃນທົ່ວໂລກນັ້ນຍິ່ງເປັນສິ່ງທ້າທາຍໃນການຮັກສາສະເຖຍລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຢ່າງໜັກໜ່ວງຂຶ້ນໄປຕື່ມອີກ. ໃນສະພາບຄວາມບໍ່ແນ່ນອນຢ່າງຫຼວງຫຼາຍໃນເສດຖະກິດໂລກນັ້ນໄດ້ສົ່ງຜົນໃຫ້ລາຄາຮຸ້ນ, ລາຄາຄໍາ, ລາຄານ້ໍາມັນ ແລະຄ່າເງິນຢູ່ຕະຫຼາດສາກົນມີຄວາມຜັນຜວນແຮງຫຼາຍເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກກໍໄດ້ຫຼຸດລົງຢ່າງມະຫາສານເນື່ອງຈາກທຸກປະເທດຕ້ອງສຸມທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູສະພາບເສດຖະກິດພາຍໃນຂອງຕົນທົດແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດຢຸດການດໍາເນີນການຜະລິດ ແລະກິດຈະກໍາທາງທຸລະກິດ,ສະພາບດັ່ງກ່າວໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນໂດຍສະເພາະສະກຸນເງິນໂດລາຍັງເປັນສະກຸນເງິນທີ່ໄດ້ຮັບຄວາມເຊື່ອໝັ້ນສູງສຸດໃນສາ ກົນ ແລະເຮັດໃຫ້ເງິນໂດລາແຂງຄ່າທຽບກັບເງິນເອີໂຣ ແລະ ທຽບ ກັບ 6 ສະກຸນຫຼັກ (ເອີໂຣ, ເຢນ, ປອນສະເຕີຣິງ, ໂດລາການາດາ, ສະເວດິສໂຄຣນາ ແລະ ສະວິຊ໌ ຟຣັງ). ພ້ອມກັນນີ້, ເງິນບາດກໍເປັນອີກສະກຸນເງິນໜຶ່ງທີ່ໄດ້ຮັບຄວາມເຊື່ອໝັ້ນສູງໃນພາກພື້ນເຮັດໃຫ້ເງິນບາດແຂງຄ່າທຽບກັບເງິນໂດລາຢ່າງຕໍ່ເນື່ອງເລີ່ມແຕ່ເດືອນ ເມສາເປັນຕົ້ນມາ.
  ໃນສະພາບສາກົນເປັນຄືດັ່ງກ່າວ, ການຮັກສາສະເຖຍລະພາບເງິນຕາແຫ່ງຊາດຍິ່ງໄດ້ຮັບຜົນກະທົບຢ່າງໜັກ; ເນື່ອງຈາກປັດໄຈພາຍໃນຂອງປະເທດເຮົາຍັງມີຄວາມສ່ຽງສູງໃນຫຼາຍດ້ານຈາກພື້ນຖານເສດຖະກິດຍັງບໍ່ເຂັ້ມແຂງເພິ່ງພາການນໍາເຂົ້າສິນຄ້າ-ການບໍລິການເປັນສ່ວນໃຫຍ່ມີມູນຄ່າການຂາດດຸນການຄ້າ-ການບໍລິການໃນເດືອນພຶດສະພາ 2020 ເກືອບ 60 ລ້ານໂດລາ (ລະດັບສະເລ່ຍໃນ 5 ປີກ່ອນໜ້າຂາດດຸນປະມານ 106 ລ້ານໂດລາຕໍ່ເດືອນຫຼຸດລົງຍ້ອນຢູ່ໃນໄລຍະທີ່ບັນດາປະເທດຍັງປະຕິບັດມາດຕະການຈໍາກັດການເຄື່ອນຍ້າຍຜູ້ຄົນ) ຊຶ່ງຄູ່ຄ້າຕົ້ນຕໍແມ່ນປະເທດໄທ. ຄວາມຕ້ອງການນໍາເຂົ້າສິນຄ້າສະເລ່ຍຕໍ່ເດືອນໃນປີ 2020 ເຖິງຈະຫຼຸດລົງເລັກ ນ້ອຍຍ້ອນມາດຕະການປິດປະເທດເມື່ອທຽບໃສ່ປີຜ່ານມາແຕ່ກໍ່ຢູ່ລະດັບປະມານ 432 ລ້ານໂດລາຕໍ່ເດືອນ (ສະເພາະຈາກປະເທດໄທສະເລ່ຍປະມານ 255 ລ້ານໂດລາຕໍ່ເດືອນ) ແລະພາລະການຊໍາລະໜີ້ສິນຕໍ່ຕ່າງປະເທດຂອງປະເທດເຮົາຢູ່ໃນລະດັບສູງ.
  ໃນຂະນະທີ່ແຫຼ່ງເງິນຕາຕ່າງປະເທດເຂົ້າປະເທດມີຈໍາກັດສະເລ່ຍກະແສເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າສຸດທິຜ່ານລະບົບທະນາຄານໃນ 5 ເດືອນຕົ້ນປີມີປະ ມານ 103 ລ້ານໂດລາຕໍ່ເດືອນແຕ່ພວກເຮົາຕ້ອງໄດ້ຮັບຮູ້ວ່າໃນການລົງທຶນໂດຍກົງຈາກຕ່າງປະເທດຈະປະກອບມີ 2 ສ່ວນ ຄື: ສ່ວນທີ່ເປັນເງິນລົງທຶນຮູບແບບຮ່ວມຮຸ້ນ (Equity) ແລະເງິນທີ່ກູ້ຢືມຈາກພາຍນອກມາລົງທຶນ (Debt) ຊຶ່ງໃນຫຼາຍໂຄງການລົງທຶນໃຫຍ່ນັ້ນກໍ່ເຫັນວ່າມີກະແສເງິນລົງທຶນໂດຍກົງໃນຮູບແບບເງິນຮ່ວມຮຸ້ນບໍ່ເກີນ 40%; ແລະ60% ຂອງມູນຄ່າການລົງທຶນນັ້ນເປັນການກູ້ຢືມທີ່ຕ້ອງມີພັນທະໃນການຊໍາລະໜີ້ຕໍ່ຕ່າງປະເທດ. ພ້ອມກັນນີ້, ທະນາຄານທຸລະກິດສາມາດ ເກັບຊື້ເງິນຕາຕ່າງປະເທດຈາກລູກຄ້າໄດ້ສະເລ່ຍພຽງແຕ່ 174 ລ້ານໂດລາຕໍ່ເດືອນ. ໃນສະພາບທີ່ການສະໜອງເງິນຕາຕ່າງປະເທດບໍ່ພຽງພໍກັບຄວາມຕ້ອງການໃນສະ ພາບທີ່ກໍາລັງແຮງດັດສົມຂອງ ທຫລ ມີຈໍາກັດຊຶ່ງໃນໄລຍະ 6 ເດືອນຕົ້ນປີ 2020 ການດັດສົມເງິນຕາຕ່າງປະເທດສະເລ່ຍຕໍ່ເດືອນໃຫ້ແກ່ການນໍາເຂົ້າສິນຄ້າທີ່ຈໍາເປັນ ຂອງ ທຫລ ຫຼຸດລົງເກືອບ 50% ແລະກໍາລັງການສະໜອງເງິນຕາຕ່າງປະເທດຂອງທະນາຄານທຸລະກິດສະເລ່ຍຕໍ່ເດືອນຫຼຸດລົງເກືອບ 41% ທຽບໃສ່ລະດັບສະເລ່ຍຕໍ່ເດືອນໃນໄລຍະ 5 ປີກ່ອນໜ້າ; ຈາກເມື່ອກ່ອນໃນໄລຍະແຕ່ປີ 2013- 2017 ແຫຼ່ງເງິນຕາຕ່າງປະເທດເພື່ອຮອງຮັບການນໍາເຂົ້າໂດຍສະເລ່ຍເກືອບ 80% ມາ ຈາກຂະແໜງການທະນາຄານ ແລະສ່ວນທີ່ເຫຼືອມາຈາກການສະໜອງກັນເອງຂອງສັງຄົມ.ແຕ່ມາໃນໄລຍະຕົ້ນປີ 2020, ຂະແໜງການທະນາຄານສາມາດສະໜອງເງິນຕາຕ່າງປະເທດເພື່ອຮອງຮັບການນໍາເຂົ້າໄດ້ສະເລ່ຍພຽງແຕ່ 50% ເຮັດໃຫ້ສັງຄົມຕ້ອງຊອກແຫຼ່ງສະໜອງກັນເອງສູງຂຶ້ນ. ສະພາບດັ່ງກ່າວໄດ້ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຂອງສັງຄົມຍິ່ງເພີ່ມສູງຂຶ້ນໂດຍສະເພາະເງິນໂດລາສົ່ງຜົນໃຫ້ຢູ່ຕະຫຼາດມີການສະເຫນີຂໍຊື້ໃນອັດຕາສູງກາຍ 9.700 ກີບ/ ໂດລາ ຊຶ່ງໄດ້ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານ ແລະຕະຫຼາດສະເລ່ຍ 6 ເດືອນຢູ່ໃນລະດັບ 5,52% ສໍາລັບເງິນກີບທຽບກັບໂດລາ.
  ຈາກສະພາບການອ່ອນຄ່າຂອງຄ່າເງິນກີບທຽບກັບໂດລາ ແລະທຽບເງິນບາດດັ່ງທີ່ໄດ້ກ່າວຜ່ານມາໃນເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ຍັງຈໍາເປັນຕ້ອງໄດ້ນໍາເຂົ້າສິນຄ້າທີ່ຈໍາເປັນຕໍ່ການດໍາລົງຊີວິດສ່ວນໃຫຍ່ຈາກຕ່າງປະເທດແນ່ນອນວ່າຕົ້ນທຶນໃນການນໍາເຂົ້າສິນ ຄ້າເຫຼົ່ານັ້ນກໍຍ່ອມໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ໃນອະນາຄົດ.ແຕ່ເຖິງຢ່າງໃດກໍຕາມ, ໃນປະຈຸບັນນີ້ການອ່ອນຄ່າຂອງອັດຕາແລກປ່ຽນບໍ່ແມ່ນປັດໄຈຕົ້ນຕໍທີ່ສົ່ງຜົນກະທົບຕໍ່ລະດັບລາຄາກໍຄືອັດຕາເງິນເຟີ້ຂອງ ສປປ ລາວ.
 ໃນການຄິດໄລ່ດັດສະນີລາຄາການຊົມໃຊ້ລວມຂອງ ສປປ ລາວ ນັ້ນ, ລາຍການສິນຄ້ານໍາເຂົ້າ (255 ລາຍການຈາກທັງໝົດ 485 ລາຍການ) ທີ່ຈະໄດ້ຮັບຜົນກະທົບຈາກການອ່ອນຄ່າຂອງອັດຕາແລກປ່ຽນນັ້ນກວມເອົານໍ້າໜັກພຽງແຕ່ 30,7% ໃນການຄິດໄລ່ດັດສະນີລາຄາການຊົມໃຊ້ລວມຊຶ່ງສະເລ່ຍ 5 ເດືອນຕົ້ນປີ 2020, ອັດ ຕາເງິນເຟີ້ສໍາລັບດັດສະນີຜະລິດຕະພັນນໍາເຂົ້າຢູ່ໃນລະດັບ 3,62%, ອັດຕາເງິນເຟີ້ສໍາລັບດັດສະນີຜະລິດຕະພັນສິນຄ້າພາຍໃນຢູ່ໃນລະດັບ 7,25% ເຮັດໃຫ້ອັດຕາເງິນເຟີ້ລວມຢູ່ໃນລະດັບ 6,12%. ອັດຕາເງິນເຟີ້ຂອງ ສປປ ລາວ ໂດຍລວມໄດ້ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ທ້າຍປີ 2018 ເປັນຕົ້ນມາ, ໄດ້ເໜັງຕີງກ້າວ ກະໂດດແຮງໃນໄລຍະເດືອນ 10/ 2019, ຈາກລະດັບ 3,92% ໃນເດືອນ 09/2009 ມາເປັນ 5,34% ໃນເດືອນ 10/2019 ແລະ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ ເນື່ອງ ແລະໄດ້ເພີ່ມຂຶ້ນສູງສຸດຮອດ 6,94% ໃນເດືອນ 01/2020 ຈາກລະດັບ 6,29% ໃນເດືອນ 12/2019.
ສາເຫດຫຼັກທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນແຮງຍ້ອນການເພີ່ມຂຶ້ນສູງຫຼາຍຂອງດັດສະນີລາຄາໝວດສະບຽງອາຫານ ແລະເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າທີ່ເປັນຜົນສະທ້ອນຈາກການເພີ່ມຂຶ້ນຂອງລາຄາຊີ້ນ, ເຂົ້າສານ, ປາຍ້ອນໄດ້ຮັບຜົນກະທົບຈາກໄພນ້ໍາຖ້ວມໃນໄລຍະກ່ອນໜ້າ, ໂລກລະບາດໃນສັດເຮັດໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການທີ່ຍັງຢູ່ໃນລະດັບສູງໂດຍສະເພາະໃນໄລຍະບຸນປີໃໝ່ຂອງຄົນຈີນ-ຫວຽດນາມ.
  ນອກຈາກນີ້, ດັດສະນີລາຄາໝວດສິນຄ້າ ແລະການບໍລິການອື່ນໆ ກໍໄດ້ປັບສູງຂຶ້ນຕາມລາຄາສິນຄ້ານໍາເຂົ້າທີ່ເພີ່ມຂຶ້ນຍ້ອນການອ່ອນຄ່າຂອງຄ່າເງິນກີບທຽບກັບເງິນໂດລາ ແລະເງິນບາດ ແລະການເພີ່ມຂຶ້ນສູງຂອງລາຄາຄໍາ ໃນໄລຍະເດືອນ 1/2020 ຕາມການໃຫ້ເຫດຜົນຂອງສູນສະຖິຕິແຫ່ງຊາດ-ກະຊວງແຜນການ ແລະການ ລົງທຶນ. ຈາກນັ້ນນັບແຕ່ໄລຍະເດືອນ 2/2020 ເປັນຕົ້ນມາຈາກນັ້ນອັດຕາເງິນເຟີ້ໄດ້ມີທ່າອ່ຽງຫຼຸດລົງເລັກນ້ອຍຕາມສະພາບລາຄານ້ໍາມັນຢູ່ສາກົນ ແລະພາຍໃນທີ່ໄດ້ ຫຼຸດລົງສົມທົບກັບລາຄາສະບຽງອາຫານຈໍານວນໜຶ່ງທີ່ໄດ້ປັບຫຼຸດລົງ; ພ້ອມກັນນັ້ນສະພາບການລະບາດຂອງພະຍາດໂຄວິດ-19 ກໍໄດ້ສົ່ງຜົນໃຫ້ດັດສະນີລາຄາໝວດ  ຮ້ານອາຫານ ແລະໂຮງແຮມ ແລະ ດັດສະນີລາຄາໝວດເຫຼົ້າ ແລະຢາສູບປັບຫຼຸດລົງເຊັ່ນກັນ.
   ສັງລວມແລ້ວໃນໄລຍະ 5 ເດືອນຕົ້ນປີ 2020, ປັດໄຈຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນແມ່ນໄດ້ຮັບແຮງກົດດັນຈາກທັງເບື້ອງຄວາມຕ້ອງການ (Demand Pull) ໃນສະພາບທີ່ພື້ນຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງສົມທົບກັບທຸກປະເທດປະຕິບັດມາດຕະການປິດປະເທດ ແລະ ສຸມໃສ່ແກ້ໄຂບັນຫາພະ ຍາດລະບາດໂຄວິດ-19 ໄດ້ ເຮັດໃຫ້ຄວາມຕ້ອງການໂດຍສະເພາະສະບຽງອາຫານ, ສິນຄ້າອຸປະໂພກບໍລິໂພກທີ່ຈໍາເປັນພື້ນຖານໃນຊີວິດປະຈໍາວັນ, ສິນຄ້າປະເພດຢາ ແລະອຸປະກອນປ້ອງກັນພະຍາດຍິ່ງມີສູງຂຶ້ນໃນຂະນະທີ່ຕ່ອງໂສ້ການຜະລິດ ແລະ ການຈໍລະຈອນຂອງຫຼາຍສິນຄ້າໄດ້ຮັບຜົນກະທົບ ແລະ ມີການຢຸດສະງັກ; ພ້ອມກັນນັ້ນ, ປັດໄຈຈາກແຮງກົດດັນດ້ານຕົ້ນທຶນ (Cost Push) ກໍມີຜົນເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສົມທົບກັບການອ່ອນຄ່າຂອງຄ່າເງິນກີບທຽບໃສ່ປີຜ່ານມາໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າເພີ່ມຂຶ້ນສົ່ງຜົນໃຫ້ຕົ້ນທຶນການຜະລິດສິນຄ້າບາງສ່ວນເພີ່ມຂຶ້ນຍ້ອນສິນຄ້າປະເພດວັດຖຸດິບຕ່າງໆເຊັ່ນ: ປຸ໋ຍວິທະຍາສາດ, ແນວພັນພືດ, ແນວພັນສັດ, ຢາປ້ອງກັນພະຍາດຍັງຕ້ອງໄດ້ອາໄສການນໍາເຂົ້າເປັນຫຼັກ. ນອກຈາກນີ້,ອັດຕາເງິນເຟີ້ຂອງ ສປປ ລາວ ຍັງໄດ້ຜົນມາຈາກປັດໄຈດ້ານຈິດຕະສາດທີ່ມີຜົນມາຈາກສະພາບຄວາມກັງ ວົນຕໍ່ສະ ພາບການລະບາດຂອງພະຍາດໂຄວິດ-19, ຄວາມກັງວົນຕໍ່ໄລຍະເວລາໃນການປິດປະເທດ, ຄວາມ ບໍ່ເຊື່ອໝັ້ນຕໍ່ພື້ນຖານການຜະລິດຂອງປະເທດ ແລະອື່ນໆທີ່ພາໃຫ້ເກີດມີປາກົດການກັກຕຸນສິນຄ້າອຸປະໂພກ-ບໍລິໂພກສົ່ງຜົນກະທົບໃຫ້ ສິນຄ້າບາງປະເພດຂາດຕະຫຼາດ ແລະມີລາຄາເພີ່ມສູງຂຶ້ນຢ່າງກ້າວກະໂດດ. ບັນດາປັດໄຈເຫຼົ່ານັ້ນໄດ້ສົ່ງຜົນໃຫ້ດັດສະນີລາຄາສິນຄ້າໃນໝວດສະບຽງອາຫານ ແລະເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າເພີ່ມຂຶ້ນສູງສະເລ່ຍກາຍ 10% ເປັນຕົ້ນແມ່ນລາຄາເຂົ້າສານທີ່ໄດ້ເພີ່ມຂຶ້ນສະເລ່ຍ 22%,ຊີ້ນໝູເພີ່ມຂຶ້ນສະເລ່ຍ 19%, ສັດປີກເພີ່ມຂຶ້ນສະເລ່ຍເກືອບ 12%; ພ້ອມທັງສົ່ງຜົນໃຫ້ດັດສະນີລາຄາໃນໝວດເຄື່ອງໃຊ້ໃນເຮືອນ, ໝວດເຄື່ອງນຸ່ງຫົ່ມ ແລະເກີບ, ໝວດຮັກສາສຸຂະພາບ ແລະຢາໄດ້ເພີ່ມຂຶ້ນສະເລ່ຍ 4,79%; 4,66%; 4,24% ຕາມລໍາດັບ.
 ຈາກສະພາບອັດຕາແລກປ່ຽນ ແລະອັດຕາເງິນເຟີ້ດັ່ງກ່າວນັ້ນ, ເພື່ອຫຼຸດຜ່ອນຜົນກະທົບທີ່ຈະສືບຕໍ່ເປັນສິ່ງທ້າທາຍຕໍ່ກັບການຮັກສາສະເຖຍລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ໃນເງື່ອນໄຂຂອງປະເທດເຮົາຄືດັ່ງໃນປະຈຸບັນ, ທຫລ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະອັດຕາແລກປ່ຽນໃຫ້ໄດ້ຕາມແຜນທີ່ກໍານົດໄວ້ເວົ້າສະ ເພາະກໍ່ຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນທັງສາມາດປະກອບສ່ວນຊຸກຍູ້ການຂະ ຫຍາຍຕົວຂອງເສດຖະກິດ, ໃນນີ້, ຈະຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດດ້ວຍການສະໜອງແຫຼ່ງທຶນຜ່ານທະນາຄານທຸລະກິດເພື່ອໄປປ່ອຍຕໍ່ໃຫ້ບຸກຄົນ-ນິຕິບຸກຄົນທີ່ເຮັດແທ້ທໍາຈິງໃຫ້ສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນຕໍ່າໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ,ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ ແລະອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງທ່ອງທ່ຽວ ແລະການບໍລິການປິ່ນອ້ອມ, ຫັດຖະກໍາ ແລະທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະການສົ່ງອອກ.
  ໄປຄຽງຄູ່ກັນນີ້, ທຫລ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການ ແລກປ່ຽນສະກຸນເງິນທ້ອງຖິ່ນກີບ/ຢວນກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະຫຼຸດຜ່ອນແຮງກົດດົນຈາກການເອື່ອຍອີງເງິນ ຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫຼາຍ; ແລະສືບຕໍ່ປະສານຂໍການຮ່ວມມືກັບທຸກພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດຢ່າງເຂັ້ມງວດເພື່ອຄຸ້ມຄອງກະແສເງິນ-ເຂົ້າອອກປະເທດໃຫ້ໄດ້ດີຍິ່ງຂຶ້ນ.
    ພ້ອມກັນນີ້, ເພື່ອເຮັດໃຫ້ນະໂຍບາຍເງິນຕາ ແລະນະໂຍບາຍການເງິນມີຄວາມກົມກຽວເປັນວິທະຍາສາດ ແລະສອດຄ່ອງກັບກົນໄກຕະຫຼາດ, ທຫລ ຈະປະສານສົມ ທົບກັບກະຊວງການເງິນເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນໂດຍຜ່ານການປະມູນຢູ່ ທຫລ ເພື່ອດຸ່ນດ່ຽງງົບປະມານ, ກົນໄກດັ່ງກ່າວນີ້ຈະສາມາດຫຼຸດ ຜ່ອນຜົນກະທົບ-ຄວາມກົດດັນຕໍ່ກັບຄວາມສ່ຽງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ທີ່ອາດຈະເພີ່ມສູງຂຶ້ນນັ້ນໄດ້. ໃນທາງກົງກັນຂ້າມຖ້າຫາກນໍາໃຊ້ກົນໄກດຸ່ນດ່ຽງດ້ວຍການລ່ວງໜ້າຈາກ ທຫລ ໂດຍກົງຄືດັ່ງທີ່ໄດ້ປະຕິບັດຜ່ານມາແມ່ນຍິ່ງຈະເພີ່ມຄວາມສ່ຽງທັງສອງດ້ານຂຶ້ນໄປອີກ.
 ນອກຈາກນີ້, ທຫລ ຈະສືບຕໍ່ປະສານສົມທົບ ແລະເຮັດວຽກຢ່າງເປັນປົກກະຕິກັບພາກສ່ວນຮັບຜິດຊອບເປັນຕົ້ນກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງກະສິກໍາ ແລະປ່າໄມ້, ນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະການລົງທຶນເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະເຖຍລະພາບທາງ ດ້ານລາຄາໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ; ເນື່ອງຈາກວ່າການຮັກສາສະເຖຍລະພາບທາງດ້ານລາຄາຂອງປະເທດໃດກໍຈະບໍ່ສາມາດບັນລຸໄດ້ດ້ວຍນະໂຍ ບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນເທົ່ານັ້ນຕ້ອງໄດ້ອາໄສການຮ່ວມມືຢ່າງກົມກຽວ ແລະ ສະໜິດແໜ້ນຈາກທຸກພາກສ່ວນກ່ຽວຂ້ອງຊຶ່ງທຸກພາກສ່ວນກ່ຽວ ຂ້ອງຕ້ອງຄວບຄຸມລາຄາສິນຄ້າທີ່ເປັນປັດໄຈເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັ້ນໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນພ້ອມທັງເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນຊຶ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຫຼາຍຂຶ້ນ ແລະກະທົບຕໍ່ຄ່າເງິນກີບ.
   ພ້ອມກັນນັ້ນ, ເນື່ອງຈາກວ່າການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເງິນຕາຕ່າງປະເທດ ແລະ ສ່ວນຕ່າງອັດຕາແລກປ່ຽນທີ່ແມ່ນໝາກຜົນຈາກສະພາບພື້ນ ຖານເສດຖະກິດຂອງປະເທດເຮົາບໍ່ສາມາດຈະແກ້ທີ່ປາຍເຫດໃນມື້ໜຶ່ງຍາມດຽວໄດ້ຖ້າຫາກປະເທດຍັງສືບຕໍ່ມີພັນທະໃນການຊໍາລະກັບຕ່າງປະເທດໃນລະດັບສູງຢ່າງ ຕໍ່ເນື່ອງຈາກສະພາບການຂາດດຸນການຄ້າ-ດຸນການບໍລິການ ແລະພັນທະໜີ້ສິນກັບຕ່າງປະເທດຂອງປະເທດຍັງສືບຕໍ່ສູງຕໍ່ເນື່ອງໃນຂະນະທີ່ແຫຼ່ງລາຍຮັບໃນຮູບແບບຍືນຍົງເປັນເງິນຕາຕ່າງປະເທດເຂົ້າປະເທດມີບໍ່ພຽງພໍແນ່ນອນວ່າພວກເຮົາບໍ່ມີທາງທີ່ຈະສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ເພີ່ມພູນຂຶ້ນໄດ້ໃນເມື່ອມີແຕ່ ການຂາດດຸນ. ຍິ່ງໄປກວ່ານັ້ນ, ໃນເມື່ອຄວາມຕ້ອງການມີຫຼາຍກວ່າການສະໜອງກົນໄກການພະຍາຍາມດັດສົມກັນເອງ ແລະ ປາກົດການຊອກເກງກໍາໄລຈາກຜູ້ທີ່ມີ ຄວາມສາມາດສະຫນອງໄດ້ໃນເງື່ອນໄຂທີ່ຈໍາກັດກໍຈະເກີດຂຶ້ນທຸກວິທີທາງຊຶ່ງການທີ່ຈະຢຸດຕິວົງຈອນນີ້ໄດ້ຢ່າງມີປະສິດທິຜົນແທ້ແມ່ນຂະແຫນງການທະນາຄານກໍຄືປະ ເທດຊາດຕ້ອງມີເງິນຕາຕ່າງປະເທດໃນລະດັບທີ່ສາມາດສະໜອງໃຫ້ພຽງພໍກັບຄວາມຕ້ອງການໃນການຊໍາລະກັບຕ່າງປະເທດຫຼາຍກວ່າທີ່ສັງຄົມຕ້ອງໄດ້ຂົນຂວາຍດັດສົມກັນເອງ. ສະນັ້ນ, ທຸກພາກສ່ວນຕ້ອງສືບຕໍ່ປະຢັດ-ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ບໍ່ຈໍາເປັນເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າທີ່ພາຍໃນມີທ່າແຮງສາມາດຜະລິດໄດ້ພ້ອມທັງສ້າງເງື່ອນໄຂອໍານວຍໃຫ້ຫົວໜ່ວຍການຜະລິດທີ່ມີທ່າແຮງນັ້ນຮອບດ້ານ ແລະສົ່ງເສີມການລົງທຶນໃສ່ການຜະລິດສິນຄ້າສະຫງວນຢ່າງຕັ້ງໜ້າເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດຜົນຜະລິດກະສິກໍາປ້ອນໂຮງງານອຸດສາຫະກໍາປຸງແຕ່ງ; ຮ່ວມກັນສືບຕໍ່ປັບປຸງຂອດຂັ້ນລວມທັງກົນໄກຄຸ້ມຄອງບໍລິ ຫານໃນການຂໍອະນຸມັດການລົງທຶນ ແລະຕິດຕາມການດໍາເນີນທຸລະກິດຂອງຕ່າງປະເທດໃຫ້ມີຄວາມວ່ອງໄວສະດວກ ແລະຄ່ອງຕົວຍິ່ງຂຶ້ນເພື່ອດຶງດູດ-ຍາດແຍ່ງເງິນ ຕາຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້; ພາກສ່ວນທີ່ຮັບຜິດຊອບຕ້ອງໄດ້ເລືອກເຟັ້ນຈັດລຽງບູລິມະສິດໃຫ້ຂະແໜງການລົງທຶນຈາກຕ່າງປະ ເທດທີ່ເປັນທ່າແຮງສ້າງລາຍໄດ້ເຂົ້າມາປະເທດຢ່າງແທ້ຈິງເພື່ອບໍ່ໃຫ້ເປັນການລົງທຶນຈາກຕ່າງປະເທດໃນຂະແໜງການທີ່ຍິ່ງສ້າງແຮງກົດດັນໃຫ້ມີການນໍາເຂົ້າ ແລະຂາດດຸນການຄ້າເພີ່ມຂຶ້ນແຕ່ບໍ່ສ້າງລາຍຮັບເຂົ້າປະເທດເທົ່າທີ່ຄວນ.

______________

ຂຽນໂດຍ: ຣັດສະໝີ ດວງສັດຈະ     

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ