ມາຮູ້ຈັກກັບສາວ MVT02 ສິລິພາພອນ ວໍລະຈັກ (ປູເປ່)

 ນາງ ສິລິພາພອນ ວໍລະຈັກ (ປູເປ່), ອາຍຸ 19 ປີ, ອາໄສຢູ່ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເປັນລູກສາວດຽວ ປະຈຸບັນກຳລັງສຶກສາ ຢູ່ທີ່ວິທະຍາໄລລາວ-ອາເມລິກາ, ສາຂາວິຊາບໍລິຫານທຸລະກິດພາສາອັງກິດປີທີ 2 ແລະເປັນຜູ້ຊ່ວຍ ອາຈານສອນພາສາອັງກິດຢູ່ທີ່ Vientiane Collegeກ

  ປູເປ່ ເປັນຄົນທີ່ຫຼົງໄຫຼກັບພູຜາປ່າໄມ້ ແລະຫ້ວຍນໍ້າລໍາເຊ, ພຽງ ແຕ່ຄິດເຖິງອາກາດຍາມເຊົ້າຕອນທີ່ຕື່ນມາຢູ່ເທິງພູ, ເຫັນທຳມະຊາດ, ທິວທັດກໍສະບາຍໃຈ ແລະມີຄວາມສຸກແລ້ວ, ຊຶ່ງປູເປ່ກໍຢາກໃຫ້ເຮົາທຸກຄົນຊ່ວຍກັນຮັກສາສິ່ງແວດລ້ອມຂອງເຮົາໃຫ້ຍັງຄົງສວຍງາມ ຢູ່ສະເໝີເພາະປະເທດລາວເຮົາ ເປັນປະເທດທີ່ອຸດົມສົມບູນ ແລະ ສວຍງາມໄປດ້ວຍແຫຼ່ງທ່ອງທ່ຽວ,ປູຊະນີຍະສະຖານພ້ອມທັງວັດທະນາທຳຮີດຄອງປະເພນີອັນດີງາມ ມີສະຖານທີ່ທ່ອງທ່ຽວທັງໃນນະ ຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ພະທາດຫຼວງ, ອານຸສາວະລີ ແລະ ວັດວາອາຮາມອີກຫຼາກຫຼາຍແຫ່ງ ພ້ອມທັງສະຖານທີ່ຕ່າງໆໃນທົ່ວ ທຸກແຂວງຂອງປະເທດທີ່ສວຍ ງາມ, ຈຶ່ງຢາກໃຫ້ຄົນລາວນຳກັນ ຮັກສາສິ່ງທີ່ເປັນເອກະລັກນີ້ໄວ້ ຈົນໄປເຖິງລຸ້ນລູກ, ລຸ້ນຫຼານ.

  ເຫດຜົນທີ່ເລືອກເຂົ້າປະກວດໃນເວທີນາງສາວນະຄອນຫຼວງ: ຢາກຮຽນຮູ້ ແລະພັດທະນາຕົນເອງ, ເວທີນີ້ເປັນເວທີອັນຊົງກຽດທີ່ແມ່ຍິງລາວຫຼາຍໆຄົນໄຝ່ຝັນ ຊຶ່ງປູເປ່ເອງກໍເປັນຜູ້ໜຶ່ງທີ່ຢາກເຮັດຄວາມຝັນຂອງຕົນໃຫ້ສຳເລັດ, ພ້ອມທີ່ຈະພັດທະນາຕົນເອງ, ຮຽນຮູ້ສິ່ງໃໝ່ໆ, ເປັນແບບຢ່າງທີ່ດີໃຫ້ກັບໄວໝຸ່ມລາວ, ທີ່ສຳຄັນກໍແມ່ນຢາກຮັກສາ ແລະເຜີຍແຜ່ວັດທະນະທຳຂອງບ້ານເມືອງເຮົາ, ສະນັ້ນປູ ເປ່ ຢາກຮຽນໃຫ້ຈົບ ແລະຢາກມີ ໂອກາດໄປສຶກສາຕໍ່ທີ່ຕ່າງປະເທດ, ເຮັດວຽກນໍາອົງການຕ່າງໆທີ່ຈະສາມາດພັດທະນາຕົນເອງ, ພັດທະນາສັງຄົມ, ຫາລ້ຽງຊີບ, ລ້ຽງພໍ່ແມ່ ແລະຄອບຄົວໄດ້.

----

ໂດຍ: ຟ້າ