ເຈົ້າເມືອງສາມັກຄີໄຊ ຮຽກຮ້ອງໃຫ້ປະຊາຊົນເພີ່ມການເຝົ້າລະວັງ ພະຍາດໂຄວິດ-19

  ປະຕິບັດຕາມຄຳແນະນຳຂອງກະຊວງສາທາລະນະສຸກກໍ່ຄືຄຳສັ່ງຂອງເຈົ້າແຂວງ ແລະແຈ້ງການເລັ່ງດ່ວນຂອງພະແນກສາທາລະນະສຸກແຂວງກ່ຽວການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ເພື່ອຍົກລະດັບໃຫ້ພໍ່ແມ່ປະຊາຊົນເວົ້າສະເພາະຢູ່ໃນເມືອງສາມັັກຄີໄຊ ແຂວງອັດຕະປື ໄດ້ກຽມຄວາມພ້ອມໃນການຮັບມື ຕອບໂຕ້ໄວ້ກ່ອນເນື່ອງຈາກວ່າສະຖານະການຂອງໂລກ ແລະຍຸດທະສາດການຕອບໂຕ້ກັບພະຍາດໂຄວິດ-19.

  ທ່ານ ບຸນທະມາລີ ໝັ້ນອານົງ ເຈົ້າເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນທົ່ວເມືອງຂອງຕົນຈຳນວນ 28 ບ້ານ ແລະ42 ຄຸ້ມມີຈຳນວນພົນລະເມືອງທັງໝົດ 7.926 ຄົນ ໃຫ້ຮັບຊາບຢ່າງຮີບດ່ວນ, ຜ່ານທາງນັກຂ່າວທ້ອງຖິ່ນແຂວງອັດຕະປື ລະວ່າງວັນທີ 17 ມີນາ 2020 ເຖິງວ່າແຂວງອັດຕະປື ຍັງບໍ່ພົບກໍລະນີສົງໄສຜູ້ຕິດເຊື້ອພະຍາດນີ້ເທື່ອກໍ່ຕາມແຕ່ໃນປະຈຸບັນ ຫຼືອະນາຄົດກໍ່ຄືທຸກຄົນໄດ້ຮັບຮູ້ນຳກັນແລ້ວວ່າສະຖານະການຂອງເຊື້ອ ພະຍາດເປັນພະຍາດທີ່ອັນຕະ ລາຍຮ້າຍແຮງຕໍ່ຊີວິດ ແລະຊັບສິນຂອງ ຄົນພວກເຮົາ, ສະພາບການລະບາດຂອງເຊື້ອພະຍາດດັ່ງກ່າວຍັງໄດ້ສືບຕໍ່ແຜ່ລາມໄປທຸກທົ່ວປະເທດ ແລະ ຫຼາຍປະເທດຖືກຕິດເຊື້ອ ແລະເຮັດໃຫ້ຊີວິດຂອງຄົນເຮົາລົ້ມຕາຍໄປຢ່າງຫຼວງຫຼາຍແລ້ວໃນນີ້ປະເທດລາວຂອງພວກເຮົາຍັງຖືວ່າເປັນປະເທດທີ່ມີຄວາມສ່ຽງສູງຢູ່ ແລະແຂວງອັດຕະປື ກໍ່ເປັນແຂວງທີ່ໃກ້ຄຽງກັບປະເທດທີ່ມີຄວາມສ່ຽງສະນັ້ນພໍ່ແມ່ປະຊາຊົນຊາວເມືອງສາມັກຄີໄຊຈົ່ງໃຫ້ມີສະຕິລະວັງຕົວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໄວຣັດດັ່ງ ກ່າວໃຫ້ເພີ່ມທະວີຕໍ່ການຮັກສາສຸຂະພາບໃຫ້ດີ, ສິ່ງສຳຄັນພວກເຮົາຕ້ອງຮັບປະກັນບໍ່ໃຫ້ຢູ່ໃກ້ເຂດທີ່ມີຊຸມຊົນເເອັດເພາະວ່າເຊື່ອພະຍາດທີ່ວ່ານີ້ສາມາດຕິດຈາກຄົນສູ່ຄົນໄດ້ກໍ່ຕໍ່ເມື່ອມີການສຳຜັດດ້ວຍມື ແລະ ລະບົບຮ່າງກາຍຕ່າງໆພໍ່ແມ່ປະຊາຊົນຖ້າບໍ່ຈຳເປັນກໍ່ຫຼີກເວັ້ນການໄປຮ້ານບັນເທີງ ແລະ ການພົບປະຜູ້ຄົນທີ່ເດີນທາງໄປສະຖານທີ່ຕ່າງໆ.  

   ນັບແຕ່ນີ້ເປັນຕົ້ນໄປພະນັກງານວິຊາການຂອງຫ້ອງການສາທາລະນະສຸກເມືອງໂດຍສົມທັບກັບພາກສ່ວນກ່ຽວຂ້ອງຈະໄດ້ເພີ່ມຄວາມເຂັ້ມງວດໃນການລົງເຄື່ອນໄຫວເຮັດການໂຄສະນາຜ່ານທາງສື່ຕ່າງໆ ແລະການໂຄສະນາເຄື່ອນທີ່ເຊື່ມສານເຮັດສຸຂະສຶກສາແນະນຳວິທີປ້ອງກັນໃຫ້ໄດ້ຄົບມາດຕະການຕ່າງໆຂອງແຕ່ລະຂັ້ນຕອນການປ້ອງກັນໃຫ້ຄົບໃນຈໍານວນ 28 ບ້ານຢ່າງໄວທີ່ສຸດ, ອໍານາດການປົກຄອງເມືອງຍັງຕ້ອງໄດ້ສືບຕໍ່ບໍ່ທຸ້ມເທ່ເຂົ້າໃນການປ້ອງກັນເຊື້ອພະຍາດໂຄວິດ-19 ນີ້ ຢ່າງ ຈິງຈັງຈົນກວ່າການລະບາດສາມາດຢູ່ໃນການຄວບຄຸມໄດ້.

   ດ້ວຍຄວາມເປັນຫວ່າງເປັນໄຍຕໍ່ຊາຕາກຳຂອງພໍ່ແມ່ປະຊາຊົນ ທ່ານ ບຸນທະມາລີ ໝັ້ນອານົງ ຍັງໄດ້ນຳເອົາວິທີປ້ອງກັນກະຊວງສາ ທາລະນະສຸກກຳນົດໄວ້ແນະນຳໃຫ້ທຸກຄົນໄດ້ນຳໄປຈັດຕັ້ງປະຕິບັດຄື: ໝັ່ນລ້າງມືດ້ວຍນໍ້າສະບູ ແລະນຳສະອາດ ຫຼືໃຊ້ເຢວລ້າງມືເປັນປະຈຳ, ຫຼີກເວັ້ນການສຳຜັດ, ດັງ, ປາກຖ້າບໍ່ໄດ້ລ້າງມື, ຫຼີກເວັ້ນການສໍາຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະຫາຍໃຈຍາກ;  ຖ້າມີອາການສົງໄສໃຫ້ໄປພົບແພດທີ່ຢູ່ໃກ້ຄຽງ,ເມື່ອມີອາການໄອ, ຈາມຕ້ອງປິດປາກ, ດັງດ້ວຍເຈ້ຍອະນາໄມ ແລະຖິ້ມເຈ້ຍໃສ່ຖັງຂີ້ເຫຍື້ອທັນທີຫຼັງໃຊ້ແລ້ວ, ຫຼີກເວັ້ນການສຳຜັດທາງ ສັດທີ່ເຫງົາ ຫຼື ສັດບໍ່ມີເຈົ້າຂອງໂດຍສະເພາະແມ່ນຢູ່ຕະຫຼາດ, ຫຼີກເວັ້ນການເດີນທາງໄປເຂດທີ່ເເອອັດຖ້າບໍ່ຈໍາເປັນ, ບໍ່ຄວນໄປວຽກ ຫຼືໄປໂຮງຮຽນຖ້າທ່ານບໍ່ສະບາຍ, ເບິ່ງແຍງຄົນທີ່ມີອາການສະເເດງອອກຄວນໃສ່ຜ້າອັດປາກ, ດັງ ແລະຕ້ອງຮັບປະກັນວ່າຕົນເອງມີຄວາມປອດໄພ, ຫາກມີອາການໄຂ້, ເຈັບຄໍ ຫຼືຫາຍໃຈຍາກໃຫ້ໄປພົບແພດທີ່ໃກ້ເຮືອນເພື່ອກວດການ, ປິ່ນປົວ, ຖ້າມີຄວາມຂ້ອງໃຈໃຫ້ໂທລະສັບສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ.

____________

ຂຽນໂດຍສາຍນໍ້າ

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511