ຕ່າຍ ອາກາດ ສ້າງປະກົດການເກີນຄາດ 1 ເດືອນ ຍອດເຂົ້າຊົມ 2 ລ້ານວິວ

 ໃນໄລຍະນີ້ວົງການເພງລາວບໍ່ວ່າຈະເປັນເພງລູກທົ່ງ, Pop,Rock ແລະ Rap ລາວກໍເປັນທີ່ນິຍົມຫຼາຍບໍ່ວ່າຢູ່ໃນຮ້ານບັນເທີງ ແລະໂດ່ງດັງຢູ່ໃນໂລກດຽວນີ້ແມ່ນມີປະກົດການໃໝ່ໃນວົງການເພງລາວປະຈຸບັນເນື່ອງຈາກໄດ້ຮັບຄວາມນິຍົມຈາກຜູ້ຟັງຢ່າງຫຼວງຫຼາຍບໍ່ວ່າຈະເປັນຄົນລາວດ້ວຍກັນ ຫຼືຄົນຕ່າງປະເທດລວມທັງປະເທດເພື່ອນບ້ານເພາະເຫັນໄດ້ຈາກຍອດວິວຂອງເພງແຕ່ລະເພງທີ່ປ່ອຍອອກມາໃນ You Tube ຖືໄດ້ວ່າມີຍອດວິວສູງພໍສົມຄວນ.

  ຕ່າຍ ອາກາດ ນັກຮ້ອງສາຍ ຄວາມຮັກ ແລະສາຍອົກຫັກທີ່ມີ ຄວາມສາມາດດ້ານການຮ້ອງ ເພງ ແລະແຕ່ງເພງ ໂດຍຜ່ານມາຕ່າຍ ອາກາດ ໄດ້ມີຜົນງານເພງຫຼາກຫຼາຍແຕ່ເພງທີ່ເຮັດໃຫ້ເປັນປະກົດການໃໝ່ຄືເພງພາບ ເຄື່ອນໄຫວ TAIY AKARD Feat.OLA Blackeyes ທີ່ສ້າງຍອດເຂົ້າຊົມໃນ You Tube ເຖິງ 2 ລ້ານກວ່າວິວ ພາຍໃນ 1 ເດືອນ ຊຶ່ງຜົນງານເພງນີ້ໄດ້ເປັນ ກະແສໃນວົງການເພງລາວປະຈຸບັນເນື່ອງຈາກເນື້ອເພງແຕ່ລະຄຳທີ່ຂຽນອອກມາມັນມີຄວາມໝາຍທຳນອງເສົ້າກິນໃຈພ້ອມທັງຖືກກັບຄວາມຮູ້ສຶກຂອງຜູ້ຟັງ ຫຼາຍ ຄົນ, ອີກສ່ວນໜຶ່ງກໍຄື MV ເພງທີ່ສະແດງໄດ້ສົມຈິງ ແລະແສນເສົ້າ.

   MV ເພງແມ່ນເວົ້າເຖິງຄວາມຮັກຂອງຝ່າຍຊາຍກັບແຟນເກົ່າທີ່ໄດ້ເສຍຊີວິດໄປແລ້ວແຕ່ພາບແຟນເກົ່າຍັງນຳມາຫຼອກຫຼອນເຖິງແມ່ນຈະມີແຟນໃໝ່ແຕ່ໃນໃຈກໍຍັງຄິດຮອດແຟນເກົ່າ ແລະຍັງເຫັນພາບ ເຄື່ອນໄຫວຂອງແຟນເກົ່າທີ່ຍັງບໍ່ລືມຖືໄດ້ວ່າເປັນຄວາມຮັກທີ່ເຈັບປວດທັງຝ່າຍຊາຍ ແລະຝ່າຍຍິງທີ່ເປັນແຟນໃໝ່, ສຳລັບໃຜທີ່ຍັງບໍ່ທັນໄດ້ຟັງສາມາດຟັງໄດ້ທີ່ YouTube.

_____________

ຂຽນໂດຍ: ຟ້າ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511