ຈາກແຫຼ່ງຂ່າວໃນ ສປ ຈີນມີການປ່ອຍພາບຫຼຸດເຄສ iPhone 12 ທີ່ເຜີຍໃຫ້ເຫັນໂມດູລຂອງລະບົບສາກບໍ່ມີສາຍທີ່ມີການຈັດວາງແມ່ເຫຼັກຈຳນວນ 36 ໜ່ວຍພ້ອມຂົ້ວແມ່ເຫຼັກ “NSNS” ເປັນວົງແຫວນ ແລະຍັງມີໂມດູລແທັກເອເລັກໂຕຣນິກ NFC ຊຶ່ງປະກອບດ້ວຍແຜງວົງຈອນແບບຍືດຍຸ່ນສີຄຳ ແລະຂົດລວດ.
Nikkei Asia Review ໄດ້ລາຍງານຂໍ້ມູນຈາກແຫຼ່ງຂ່າວໃນສາຍການຜະລິດລະບຸວ່າ Apple ໄດ້ເລີ່ມຜະລິດສະມາດໂຟນຊີຣີ iPhone 12 ຢ່າງຈິງຈັງແລ້ວ ແລະແຜນການຜະລິດເພີ່ມຂຶ້ນໃນທ້າຍເດືອນກັນຍາ ຫຼືຕົ້ນເດືອນຕຸລາ 2020 ນີ້.
ວັນນີ້ໄດ້ມີ Matt Mullen weg ນັກພັດທະນາແອັບຜູ້ກໍ່ຕັ້ງ WordPress ລາຍງານວ່າເຂົາຖືກ Apple ປະຕິເສດການອັບເດດແອັບ WordPress ບົນ iOS ຈົນກວ່າຈະເພີ່ມ” ການຊື້ພາຍໃນແອັບ” ພ້ອມກັບຍອມຮັບກັບສ່ວນແບ່ງ 30% ທີ່ຈະຕ້ອງແບ່ງໃຫ້ກັບ Apple.
ມີລາຍງານຈາກ My Drivers ວ່າ Apple ມີແຜນທີ່ອາດຈະເປີດໂຕໃນເດືອນມີນາ 2021 ທີ່ມາພ້ອມກັບຊິບປະມວນຜົນ A14
ໃນບໍ່ກີ່ວັນຜ່ານມາມີລາຍງານວ່າໃບອະນຸຍາດຊົ່ວຄາວຂອງ Huawei ໄດ້ໝົດອາຍຸລົງທາງກະຊວງການຄ້າຂອງອາເມລິກາກໍຢືນຢັນວ່າໝົດອາຍຸຈິງໂດຍ Google ລະບຸວ່າເພາະໃບອະນຸຍາດຊົ່ວຄາວນີ້ເອງທີ່ເຮັດໃຫ້ບໍລິສັດຍັງສາມາດສົ່ງຊອຟແວຣອັບເດດໃຫ້ Huawei ໄດ້ຢູ່
ກາຍເປັນເລື່ອງໜັກໃຈຂອງຫົວເຫວີຍແທ້ໆລ້າສຸດລັດຖະບານອາເມລິກາອອກຄຳສັ່ງເລື່ອງການຊື້ຊິບປະມວນຜົນຫຼາຍຂຶ້ນຈາກເດີມພຽງແຕ່ TSMC ຫ້າມເຮັດການຄ້າກັບຫົວເຫວີຍກາຍເປັນຫ້າມຫົວເຫວີຍຊື້ຊິບເຊັດຈາກບໍລິສັດຕ່າງໆທີ່ອອກແບບຊິບປະມວນຜົນໂດຍໃຊ້ເຕັກໂນໂລຊີຂອງອາເມລິກາ.
ໃນປີນີ້ Apple Watch Series 6 ຈະມີການໃຊ້ໜ້າຈໍແບບ OLED ເໝືອນກັບລຸ້ນກ່ອນຍັງຄົງບໍ່ທັນໄດ້ໃຊ້ເຕັກໂນໂລຊີໜ້າຈໍສຸດລໍ້າດັ່ງ microLED Display ທີ່ມີການພັດທະນາຢູ່.
Vivo ໄດ້ແຕກຂະຫຍາຍແບຣນຍ່ອຍໃນຊື່ iQOO ໃນເດືອນກຸມພາ 2019 ແລະໄດ້ເປີດໂຕສະມາດໂຟນທີ່ເນັ້ນປະສິດທິພາບສູງສຳລັບຫຼິ້ນເກມຈົນໃນປະຈຸບັນມີການວາງຈຳໜ່າຍຢູ່ໃນ ສປ ຈີນ ຫຼາຍກວ່າ 10 ລຸ້ນ ແລະລ້າສຸດມີລາຍງານວ່າ iQOO ກຳລັງຂະຫຍາຍຕະຫຼາດໄປຍັງກຸ່ມແທັບເລັດ ແລະແລບທອບ.
ເມື່ອປີທີ່ແລ້ວ Apple ໄດ້ເປີດໂຕ Mac Pro ຫຼື ທີ່ຊຸດຊິສທີ່ເຮົາເອີ້ນກັນທີ່ມາພ້ອມກັບລໍ້ທີ່ມີມູນຄ່າຫຼາຍກວ່າ 322 ໂດລາສະຫະລັດແຕ່ຫຼ້າສຸດມີລໍ້ທາງເລືອກຂອງ Mac Pro ອອກມາໃຫ້ຈັບຈ່ອງເປັນເຈົ້າຂອງກັນແລ້ວໃນລາຄາທີ່ຖືກກວ່າຂອງ Apple ຫຼາຍກວ່າເຄິ່ງໜຶ່ງ.
ຫຼັງຈາກມີຂ່າວລືວ່າ Apple ອາດວາງຈຳໜ່າຍ MacBook ທີ່ໃຊ້ຊິບ Apple Silicon ປະມານໃນທ້າຍປີນີ້ກໍມີນັກຄາດການ ແລະນັກເຜີຍຂໍ້ມູນອອກມາໃຫ້ຂໍ້ມູນກ່ຽວກັບ MacBook ຕົວໃໝ່ຢູ່ເລື້ອຍໆ ຫຼ້າສຸດເບິ່ງຄືວ່າເຮົາຈະເລີ່ມຊາບລາຍລະອຽດລາຄາທຳອິດກັນ ແລ້ວ.