ພາບຫຼຸດເຄສໄອໂຟນ 12 ສະແດງໃຫ້ເຫັນໂຄງສ້າງແມ່ເຫຼັກທີ່ສາກບໍ່ມີສາຍ

  ຈາກແຫຼ່ງຂ່າວໃນ ສປ ຈີນມີການປ່ອຍພາບຫຼຸດເຄສ iPhone 12 ທີ່ເຜີຍໃຫ້ເຫັນໂມດູລຂອງລະບົບສາກບໍ່ມີສາຍທີ່ມີການຈັດວາງແມ່ເຫຼັກຈຳນວນ 36 ໜ່ວຍພ້ອມຂົ້ວແມ່ເຫຼັກ “NSNS” ເປັນວົງແຫວນ ແລະຍັງມີໂມດູລແທັກເອເລັກໂຕຣນິກ NFC ຊຶ່ງປະກອບດ້ວຍແຜງວົງຈອນແບບຍືດຍຸ່ນສີຄຳ ແລະຂົດລວດ.

  ຊຶ່ງບໍ່ແມ່ນເລື່ອງໜ້າແປກໃຈທີ່ iPhone12 ຈະສະໜັບສະໜູນການສາກບໍ່ມີສາຍເພາະເປັນຟັງຊັນທີ່ມີມາຕັ້ງແຕ່ປີ 2017 ກັບ iPhone 8, iPhone 8 Plus ແລະiPhone X ແຕ່ການຕິດຕັ້ງວົງແຫວນແມ່ເຫຼັກຂະໜາດໃຫຍ່ຍັງສ້າງຄວາມສົງໄສວ່າມີໜ້າທີ່ແນວໃດ.

  ແຕ່ຄາດວ່າອາດຈະມີໄວ້ຢຶດຕິດກັບອຸປະກອນສາກແບັດເຕີຣີບໍ່ມີສາຍເພື່ອໃຫ້ຜູ້ໃຊ້ງານວາງ iPhone ໃນຕຳແໜ່ງທີ່ເໝາະສົມ.

----

ໜັງສືພິມ ເສດຖະກິດ-ສັງຄົມ