ກ້ອງໂຊນີເອ 6400 ມີລະບົບໂຢກັສທີ່ແມ່ນຢຳ

(ນສພ ເສດຖະກິດ-ສັງຄົມ )

    ກ້ອງດິຈິຕອລຂອງ Sony ນັ້ນຂຶ້ນຊື່ເລື່ອງລະບົບໂຟກັສມາຕະຫຼອດກໍຕັ້ງແຕ່ Sony a6300 ທີ່ອອກມາຕັ້ງແຕ່ປີ 2016.ຈຸດເດັ່ນຂອງ Sony a6400 ຄືໂປຣເຊສເຊີ ແລະລະບົບໂຟກັສທີ່ພັດທະນາຕໍ່ຈາກໂມດູລທີ່ຢູ່ໃນ Sony A9 ກ້ອງຕົວທອປເລື່ອງຄວາມໄວຂອງໂຊນີເຖິງແມ່ນວ່າ Sonya 6400 ມີຈຸດໂຟກັສແບບ phase-detection ແລະແບບ Contrast-detection 425

                                                                   

ກຽມເປີດໂຕເກີບມັດເຊືອກອັດຕະໂນມັດເຊື່ອມຕໍ່ສະມາດໂຟນ

  Nike ໄດ້ເລີ່ມໂຄສະນາເກີບໃສ່ຫຼິ້ນບານບ້ວງມັດເຊືອກອັດຕະໂນມັດຜ່ານທາງ Twitter ກ່ອນທີ່ຈະເປີດໂຕຈິງໃນໄວໆນີ້. ວິດີໂອດັ່ງກ່າວໄດ້ເປີດເຜີຍໃຫ້ເຫັນນັກກີລາບານບ້ວງລຸຸ້ນໃໝ່ຊື່ດັງຫຼາຍຄົນເຊັ່ນ: ເຈສັນເທທຳ, ເດອາຣອນຟອກ ແລະໄຄລຄຸຊມາເປັນຕົ້ນທີ່ຕ່າງກໍສະແດງຄວາມປະຫຼາດໃຈ ແລະສົນໃຈເກີບດັ່ງກ່າວຢ່າງເຫັນໄດ້ຊັດ ແລະເຜີຍວ່າໃຊ້ງານເຊື່ອມຕໍ່ກັບສະມາດໂຟນນັ້ນເຮັດໃຫ້ໜ້າສົນໃຈເກີບໃສ່ຫຼິ້ນບານບ້ວງມັດເຊືອກອັດຕະໂນມັດຈະໄດ້ຮັບຄວາມສົນໃຈໃນການເປີດໂຕຢ່າງເປັນທາງການຫຼາຍພຽງໃດ.

ຫູຟັງໄຮ້ສາຍ Xiaomi ຂາຍວັນທຳອິດສ້າງສະຖິຕິ ໝົດກ້ຽງໃນ 4 ນາທີ

   ໄດ້ຮັບຄວາມນິຍົມສູງຕາມທີ່ຄາດຄະເນໄວ້ສຳລັບ XiaomiMiAirDots Pro ຫູຟັງໄຮ້ສາຍທີ່ໜ້າຕາຄ້າຍຄື AirPods ຂອງ Apple ຊຶ່ງຕາມລາຍງານຈາກ GizChina ລະບຸວ່າທັນທີທີ່ວາງຈຳໜ່າຍໃນມື້ທຳອິດໃນ ສປ ຈີນສິນຄ້າກໍໝົດຢ່າງວ່ອງໄວໃນເວລາພຽງ3ນາທີ 59 ວິນາທີ.

ຜູ້ພະລິດຈີນຈະພັດທະນາລະບົບ 6 ຈີ

(ນສພ ເສດຖະກິດ-ສັງຄົມ)  

  ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ສປຈີນ ໄດ້ໃຊ້ຈ່າຍຫຼາຍກວ່າອາລິກາປະມານ 24 ຕື້ໂດລາ ສະຫະລັດໃນເລື່ອງໂຄງສ້າງພື້ນຖານດ້ານສື່ສານໂທລະຄົມນາຄົມໄຮ້ສາຍ (ໂດຍທີ່ມີຈຳນວນອີກ 400 ຕື້ໂດລາລໍຢູ່ໃຫ້ໃຊ້ໄດ້ເພີ່ມເຕີມຕໍ່ໄປອີກ) ປະເທດຍັກໃຫຍ່ແຫ່ງອາຊີລາຍນີ້ໄດ້ຈັດສ້າງເຄືອຂ່າຍໃຫຍ່ລະດັບຊາດສຳເລັດແລ້ວໂດຍມີທີ່ຕັ້ງເສົາຮັບສົ່ງສັນຍານໂທລະສັບມືຖືແຫ່ງໃໝ່ໆເປັນຈຳນວນ 350.000 ແຫ່ງເມື່ອປຽບທຽບກັນແລ້ວອາເມລິກາມີຈຳນວນນ້ອຍກວ່າຫຼາຍໂດຍຍັງມີບໍ່ເຖິງ 30.000 ແຫ່ງ.

XIAOMI ຕັ້ງເປົ້າຂາຍ REDMI NOTE 7 ໃຫ້ໄດ້ 1 ລ້ານໜ່ວຍ

(ນສພ ເສດຖະກິດ-ສັງຄົມ)

    Xiaomi ໄດ້ປະກາດແຍກແບຣນ Redmi ອອກສູ່ຕະຫຼາດສະມາດໂຟນຢ່າງເຕັມຕົວໂດຍ  Red-mi Note 7 ໄດ້ຮັບການເປີດໂຕໄປເມື່ອວັນທີ 10 ມັງກອນ 2019 ທີ່ຜ່ານມາໂດຍມາພ້ອມກັບກ້ອງຫຼັງ 48 ລ້ານພິກເຊລ ແລະຊິບເຊຕ Snapdragon 660 ໂດຍລາຄາພຽງ 999 ຢວນ.

7 ເຕັກນິກຊ່ວຍຖະໜອມດວງຕາເມື່ອຢູ່ໜ້າຈໍຄອມພິວເຕີ

 (ນສພ ເສດຖະກິດ-ສັງຄົມ)

  ຮູ້ ຫຼື ບໍ່ວ່າການນັ່ງເຮັດວຽກຢູ່ໜ້າຈໍຄອມພິວເຕີຕິດຕໍ່ກັນວັນລະຫຼາຍຊົ່ວໂມງນອກຈາກຈະເຮັດໃຫ້ເກີດອາການປວດເມື່ອຍຕາມເນື້ອຕາມໂຕແລ້ວຍັງເຮັດໃຫ້ດວງຕາຂອງເຮົາອ່ອນລ້າ ແລະອາດເສື່ອມສະພາບໄດ້ເໝືອນກັນວັນນີ້ເຮົາໄດ້ລວບລວມຄຳແນະນຳດີໆມາໃຫ້ທ່ານຊາບ.

ເກີດເຫດໄອໂຟນ XS Max ລະເບີດ ຢູ່ໃນຖົງສົ້ງ

(ໜັງສືພິມເສດຖະກິດ-ສັງຄົມ)

  ກາຍເປັນປະເດັນຂຶ້ນມາແລ້ວຫຼ້າສຸດມີລາຍງານວ່າພົບ iPhone XS Max ເກີດລະເບີດຂຶ້ນໃນຖົງສົ້ງຂອງພົນລະເມືອງລັດໂອໄຮໂອໂດຍເລື່ອງເກີດຂຶ້ນໃນວັນທີ 12 ທັນວາ ທີ່ຜ່ານມາແຕ່ຫາກໍປະກາດຂ່າວຢ່າງເປັນທາງການເມື່ອບໍ່ດົນມານີ້.

ພົບກ້ອງ GoPro ໃນແມ່ນ້ຳຍັງບໍ່ເພ-ຮູບຢູ່ຄົບ

 ນ.ສ.ພ ເສດຖະກິດ-ສັງຄົມ  

     ສາວທີ່ເຮັດກ້ອງ GoPro ຕົກນ້ຳຄິດວ່າເສຍແລ້ວແຕ່ໃຜຈະຄາດຄິດວ່າຈະມີຄົນເກັບໄດ້ແຖມຍັງຢູ່ໃນສະພາບດີຮູບຖ່າຍ 1.600 ຮູບຍັງຢູ່ຄົບແລະເຂົາກໍບໍ່ລໍຊ້າໃຊ້ພະລັງໂຊຊຽວເພື່ອຊອກຫາເຈົ້າຂອງທີ່ແທ້ຈິງ.

ປ່ຽນໂທລະສັບເກົ່າເປັນກ້ອງວົງຈອນປິດດ້ວຍແອັບ Alfred

 ແອັບທີເຮົາຈະເວົ້າເຖິງໃນວັນນີ້ຄົງຖືກໃຈຫຼາຍໆຄົນທີ່ມີສັດລ້ຽງ ຫຼື ມີເດັກນ້ອຍຢູ່ໃນເຮືອນເພາະເປັນແອັບຈະເຮັດໜ້າທີ່ເປັນກ້ອງ CCTV ຂະໜາດນ້ອຍໃຫ້ເຮົາບໍ່ຕ້ອງມີອຸປະກອນຫຍັງ ຫຼື ບໍ່ຈຳເປັນເສຍເງິນຫຼາຍພຽງແຕ່ມີໂທລະສັບມືຖືທີ່ເຮົາໃຊ້ໃນປະຈຸບັນກັບໂທລະສັບໜ່ວຍເກົ່າອີກໜ່ວຍໜຶ່ງທີເຮົາບໍ່ໃຊ້ຈາກນັ້ນກໍພຽງມີແອັບ ”Alfred” ຕິດເຄື່ອງໄວ້ພຽງເທົ່ານີ້ກໍໄດ້ເບິ່ງຄວາມເຄື່ອນໄຫວຂອງສັດລ້ຽງເຮົາໄດ້ຕະຫຼອດເວລາແລ້ວ.

Google Clips ກ້ອງອັດສະລິຍະຈັບພາບອັດຕະໂນມັດ

 (ໜັງສືພິມເສດຖະກິດ-ສັງຄົມ)

Google ເປີດໂຕ Google Clips  ກ້ອງຖ່າຍພາບທີ່ມາພ້ອມ ລະບົບປັນຍາປະດິດ ຫຼື AI ສາມາດຈັບພາບໄລຍະເວລາສຳຄັນໄດ້ແບບອັດຕະໂນມັດ.