(ນສພ ເສດຖະກິດ-ສັງຄົມ)
ແຂວງສະຫວັນນະເຂດເປີດການທ່ອງທ່ຽວທຳມະຊາດແບບອະນຸລັກໂດຍປະຊາຊົນມີສ່ວນຮ່ວມເຂດປ່າສະຫງວນແຫ່ງຊາດດົງພູວຽງທີ່ບ້ານວົງສີແກ້ວ ແລະບ້ານຍາງເມືອງພີນທີ່ໄດ້ຮັບການສະໜັບສະໜູນຈາກໂຄງການຄຸ້ມຄອງທີ່ດິນ ແລະປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ ສປປ ລາວ ຊຶ່ງພິທີໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ມັງກອນ
ເມືອງຊະນະຄາມຫຼາຍໆຄົນກໍຄົງເຄີຍໄດ້ຍິນເພາະເມືອງຊະນະຄາມເປັນເມືອງທີ່ຂຶ້ນຊື່ດ້ານການທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາອັນຫຼາກຫຼາຍປະ ກອບດ້ວຍຫຼາຍຊົນເຜົ່ານອກຈາກ
ໂດຍ: ວົງມະນີ
ນ້ຳຕົກຕາດເຈົ້າຖືເປັນສະຖານທີ່ທ່ອງທ່ຽວທີ່ເໝາະສົມແກ່ການທ່ອງທ່ຽວແບບພັກຜ່ອນຢ່ອນໃຈເພາະອຸດົມສົມບູນໄປດ້ວຍທິວທັດທໍາມະຊາດ, ຊີວະນາໆພັນ, ມີສາຍລົມເຢັນພັດໂຊຍມາຕະຫຼອດເວລາ, ປະກອບກັບນໍ້າທີ່ໃສສະອາດ ແລະ ເຢັນດີໄຫຼລົງມາໜ້າຊະອອນສໍາຜັດແລ້ວມີຄວາມສຸກຈິດໃຈເພີດ
ໂດຍ: ສົມຄິດ
ແຂວງຜົ້ງສາລີ ເປັນແຂວງທີ່ຕັ້ງຢູ່ເໜືອສຸດໃນປະເທດລາວ, ເປັນເຂດພູດອຍ ແລະເປັນເຂດປ່າໄມ້ປົກຄຸມ, ມີຊາຍແດນຕິດກັບປະເທດຈີນ ແລະ ຫວຽດ ນາມນອກນັ້ນ, ແຂວງຜົ້ງສາລີ ຍັງມີຊັບພະຍາກອນ ທຳມະຊາດ ແລະຊີວະນາໆພັນທີ່ອຸດົມສົມບູນ, ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະວັດທະນະທຳຄ່ອຍຕ້ອນຮັບບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
(ນສພ ເສດຖະກິດ-ສັງຄົມ)
ຖ້າທ່ານໄດ້ໄປທ່ອງທ່ຽວທາງໃດແລ້ວກໍ່ບໍ່ຄວນພາດໂອກາດເພື່ອໄປຢ້ຽມຢາມບຸນນະມັດສະການພະທາດພະບາດໂພນສັນແມ່ນປາງບຸນໜຶ່ງທີ່ໄດ້ສືບຕໍ່ກັນມາແຕ່ຄາວຮຸ້ນປູ່ຍ່າຕາຍາຍໂດຍເຊື່ອຖືກັນວ່າສະຖານທີ່ແຫ່ງນີ້ແມ່ນເປັນທີ່ພະພຸດທະເຈົ້າເພີ່ນເຄີຍມາແຜ່ເມດຕາໂຜດສັດ ຫຼື ເຜີຍແຜ່ພຸດທະສາສະໜາແລະເພື່ອເປັນການລ້ຳລຶກເຖີງຄຸນງາມຄວາມດີດັ່ງກ່າວ.
(ນສພ ເສດຖະກິດ-ສັງຄົມ)
ເທສະການດອກງິ້ວບານ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເປັນເຫດການທີ່ມີຄວາມໝາຍສຳຄັນທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະມູນເຊື້ອອັນດີງາມຂອງດອນຊາວດິນແດນແຫ່ງສາມຫຼ່ຽມຄຳທີ່ມີຊື່ສຽງມາແຕ່ດົນນານໂດຍໃນປີນີ້ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນເປັນຄັ້ງທີ 19 ໃນລະຫວ່າງວັນທີ 17-25 ມັງກອນ 2019 ດ້ວຍຫຼາຍກິດຈະກໍາຄືກຄື້ນມ່ວນຊື່ນ.
(ນສພ ເສດຖະກິດ-ສັງຄົມ)
ອົງການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານບຸນກອງເຂົ້າໃຫຍ່ຂຶ້ນໃນວັນທີ 12 ມັງກອນ 2019 ທີ່ບ້ານໃຫຍ່ນາຈະເລີນເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ
ໂດຍ: ວົງມະນີ
ແຂວງຊຽງຂວາງກໍແມ່ນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າຊຶ່ງອ້ອມຮອບໄປດ້ວຍພູຜາປ່າໄມ້ອັນກວ້າງໃຫຍ່ໄພສານ, ເປັນແຂວງທີ່ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດແລະດ້ານວັດທະນະທໍາທີ່ມີຄວາມສວຍງາມແລະໂດດເດັ່ນຂອງແຂວງນອກນັ້ນແຂວງຊຽງຂວາງຍັງເປັນແຂວງທີ່ມີຊື່ສຽງໂດງດັງທາງດ້ານຮ່ອງຮອຍປະຫວັດສາດ, ວັດທະນະທໍາແລະວັດຖຸບູຮານອັນເກົ່າແກ່.
ໂດຍ: ບຸນທີ
ໃນໜື່ງປີມານີ້ມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງຫົງສາຫຼາຍກ່ວາ 3.600 ຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ທັງໝົດ 1,7 ຕື້ກີບ ຫຼື ປະມານ 2 ແສນກວ່າໂດລາ.
ໂດຍ: ວົງມະນີ
ເມືອງວິລະບູລີເຕັມໄປດ້ວຍສະຖານທີ່ທ່ອງທ່ຽວບໍ່ວ່າຈະເປັນທາງດ້ານວັດທະນະທໍາຮີດຄອງປະເພນີ, ຮ່ອງຮອຍປະຫວັດສາດແລະທໍາມະຊາດທີ່ສວຍງາມ, ສະເພາະ ແຫ່ຼງທ່ອງທ່ຽວທາງທໍາມະຊາດຖືວ່າມີບັນຍາກາດຟົດຟື້ນເປັນພິເສດ, ໃນນີ້ພູຊ້າງແຫ່ເຫັນວ່າໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນຈາກບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ສໍາຄັນທໍາມະຊາດອ້ອມພູແມ່ນສຸດແສນສວຍງາມ.