ຕາດເສ່ຍ ຊຽງຂວາງ ອີກສະຖານທີ່ທ່ອງທ່ຽວ ທີ່ຫຼາຍຄົນຍັງບໍ່ຮູ້ຈັກ

ໂດຍ: ວົງມະນີ

  ແຂວງຊຽງຂວາງກໍແມ່ນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າຊຶ່ງອ້ອມຮອບໄປດ້ວຍພູຜາປ່າໄມ້ອັນກວ້າງໃຫຍ່ໄພສານ, ເປັນແຂວງທີ່ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດແລະດ້ານວັດທະນະທໍາທີ່ມີຄວາມສວຍງາມແລະໂດດເດັ່ນຂອງແຂວງນອກນັ້ນແຂວງຊຽງຂວາງຍັງເປັນແຂວງທີ່ມີຊື່ສຽງໂດງດັງທາງດ້ານຮ່ອງຮອຍປະຫວັດສາດ,  ວັດທະນະທໍາແລະວັດຖຸບູຮານອັນເກົ່າແກ່.

ເມືອງຫົງສາມີລາຍຮັບຈາກການທ່ອງທ່ຽວ 1,7 ຕື້ກີບ

  ໂດຍ: ບຸນທີ

  ໃນໜື່ງປີມານີ້ມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງຫົງສາຫຼາຍກ່ວາ 3.600 ຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ທັງໝົດ 1,7 ຕື້ກີບ ຫຼື ປະມານ 2 ແສນກວ່າໂດລາ.

ພູຊ້າງແຫ່ ແຫຼ່ງທ່ອງທ່ຽວທາງທໍາມະຊາດ

ໂດຍ: ວົງມະນີ

   ເມືອງວິລະບູລີເຕັມໄປດ້ວຍສະຖານທີ່ທ່ອງທ່ຽວບໍ່ວ່າຈະເປັນທາງດ້ານວັດທະນະທໍາຮີດຄອງປະເພນີ, ຮ່ອງຮອຍປະຫວັດສາດແລະທໍາມະຊາດທີ່ສວຍງາມ, ສະເພາະ ແຫ່ຼງທ່ອງທ່ຽວທາງທໍາມະຊາດຖືວ່າມີບັນຍາກາດຟົດຟື້ນເປັນພິເສດ, ໃນນີ້ພູຊ້າງແຫ່ເຫັນວ່າໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນຈາກບັນດານັກທ່ອງທ່ຽວທັງພາຍໃນ  ແລະຕ່າງປະເທດທີ່ສໍາຄັນທໍາມະຊາດອ້ອມພູແມ່ນສຸດແສນສວຍງາມ.

ເຊີນທ່ຽວປ່າສະຫງວນແຫ່ງຊາດນໍ້າກ່ານ ແຂວງບໍ່ແກ້ວ

ໂດຍ: ວົງມະນີ (ໜັງສືພິມເສດຖະກິດ-ສັງຄົມ)

 ແຂວງບໍ່ແກ້ວ ເປັນແຂວງ ທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະຍັງຢູ່ໃນເຂດສາມຫຼ່ຽມຄໍາອີກດ້ວຍ. ນອກນັ້ນເຂດນີ້ເຄີຍມີບົດບາດອັນສຳຄັນອັນຍິ່ງໃຫຍ່ທາງດ້ານປະຫວັດສາດໃນສະໄໝສັດຕະວັດທີ 20 

ຫຼວງພະບາງ ມົນສະເໜ່ ແຫ່ງຄວາມສວຍງາມ

 

   ໂດຍ: ວົງມະນີ(ເສດຖະກິດ-ສັງຄົມ)

   ແຂວງຫຼວງພະບາງ  ດິນແດນອະລິຍະທໍາດັ້ງເດີມທີ່ຍັງຫຼົງເຫຼືອຢູ່ປະຈຸບັນໄດ້ສະທ້ອນໃຫ້ເຫັນຮາກເຫງົ້າອັນສວຍສົດງົດງາມໃນສິລະປະຂອງສະຖາປັດຕິຍະກຳ, ວັດທະນະທຳ,ປະເພນີ ແລະຂະນົບທຳນຽມໃນການດຳລົງຊີວິດບໍ່ມີວັນຈືດຈາງ