ຖໍ້ານໍ້າແອງ ເມືອງວຽງພູຄາ ແຫຼ່ງທ່ອງທ່ຽວ ທາງທຳມະຊາດ

ແຂວງຫຼວງນໍ້າທາເປັນອີກໜຶ່ງຈຸດໝາຍປາຍທາງດ້ານການທ່ອງທ່ຽວທີ່ມີຄວາມໂດດເດັ່ນທາງດ້ານທຳມະຊາດ, ປະຫວັດສາດ ແລະວັດທະນະທໍາເພາະອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີຫຼາກຫຼາຍສຳຄັນຍັງມີສະຖານທີ່ຄອຍໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມບໍ່ວ່າຈະເປັນທາງວັດທະນະທຳປະຫວັດສາດແລະທຳມະຊາດອັນເປັນທີ່ນິຍົມຂອງຜູ້ຄົນທັງພາຍໃນ ແລະຕ່າງປະເທດ ໂດຍສະເພາະແມ່ນຖໍ້ານໍ້າ ແອງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດມາແຕ່ໃດໆຊຶ່ງຕັ້ງຢູ່ທ່າມກາງປ່າດົງມີຕົ້ນໄມ້ ແລະຊີວະນາໆ ພັນທີ່ອຸດົມສົມບູນ.

ຖໍ້ານໍ້າແອງ ຫຼື ມີຊື່ເອີ້ນອີກວ່າ: ຖໍ້າເກົາເລົາ ຊຶ່ງຕັ້ງຢູ່ເຂດບ້ານນໍ້າແອງເທິງເສັ້ນທາງອານຸພາກພື້ນ R3A ແລະຫ່າງຈາກເທສະບານເມືອງວຽງພູຄາ ໄປປະມານ 12 ກິໂລແມັດ.ອັນເປັນມໍລະດົກທາງທຳມະຊາດ ແລະມີຄຸນຄ່າທາງດ້ານວັດທະນະທຳທີ່ຂຶ້ນຊື່ລືຊາຂອງແຂວງຫຼວງນໍ້າທາທີ່ມີມານັບຫຼາຍລ້ານປີ ແລ້ວ. ຢູ່ໃນບໍລິເວນຖໍ້າດັ່ງກ່າວມີອຸ ໂມງຍາວ 2 ສາຍ, ສາຍທີ່ໜຶ່ງເອີ້ນ ວ່າຖໍ້ານໍ້າລອດ ຫຼື ຖໍ້ານໍ້າແອງ, ສ່ວນສາຍທີສອງແມ່ນຖໍ້າເກົາເລົາຍາວຢຽດໄປຕາມສັນພູທີ່ມີປ່າໄມ້ດົກໜາ ຂຽວງາມແລະອຸດົມສົມບູນໄປດ້ວຍຊີວະນາໆພັນ.

ທັງສອງຖໍ້ານີເປັນຫີນປູນມີຄວາມເລິກເຂົ້າໄປໃນປະມານ 3 ກິໂລ ແມັດຢູ່ດ້ານໃນຂອງຖໍ້າແມ່ນມີຫີນໂຟດຊິວ (Fossil) ທີ່ໄດ້ສ້າງສີລະປະ ແຫ່ງຄວາມງາມຕາມທຳມະຊາດຢູ່ຕາມຝາພະໜັງຂອງຖໍ້າຊຶ່ງປະກອບ ມີຫີນງອກຫຼືນົມຜາຫີນທີ່ມີລວດລາຍງົດງາມສະດຸດຕາແລະໜ້າປະທັບໃຈຫຼາຍ.

ພາບແລະຂາ່ວ ໂດຍ:ໜັງສືພິມເສດຖະກິດ-ສັງຄົມ