ສວນອຸທິຍານຫີນຕັ້ງ ສະຖານທີ່ທ່ອງທ່ຽວທີ່ສຳຄັນ

ເມືອງຫົວເມືອງ ນັບວ່າເປັນອີກເມືອງໜຶ່ງຂອງແຂວງຫົວພັນທີ່ເຕັມໄປດ້ວຍຊັບພະຍາກອນທຳມະຊາດ ແລະຊີວະນາໆພັນອັນອຸດົມ ສົມບູນ, ດ້ານສະຖານທີ່ທ່ອງທ່ຽວກໍບໍ່ໄດ້ເປັນຮອງຈາກເມືອງອື່ນໃດ, ບໍ່ວ່າຈະເປັນທາງດ້ານວັດທະນະທຳຮີດຄອງປະເພນີ, ຮ່ອງຮອຍ ປະຫວັດສາດແລະທຳມະຊາດທີ່ສວຍງາມ ໂດຍສະເພາະແມ່ນສວນອຸທິຍານຫີນຕັ້ງ ຊຶ່ງສະຖານທີ່ດັ່ງ ກ່າວຕັ້ງຢູ່ເຂດບ້ານນາຕອກເມືອງ ຫົວເມືອງຫ່າງຈາກເທສະບານ ແຂວງຫົວພັນ ໄປທາງທິດຕາເວັນຕົກສຽງເໜືອປະມານ 64 ກິໂລແມັດ ແລະຈາກເສັ້ນທາງເລກ 6 ເຂົ້າໄປ 5,7 ກິໂລແມັດ.

ສວນອຸທິຍານຫີນຕັ້ງຖືເປັນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມອີກແຫ່ງໜຶ່ງຂອງເມືອງຫົວເມືອງທັງນີ້ກໍເນື່ອງຈາກວ່າຍັງຄົງມີຄວາມອຸດົມສົມບູນແບບ ທຳມະຊາດເປັນຢ່າງດີ, ບໍ່ວ່າຈະເປັນພູຜາປ່າໄມ້, ກໍຍັງຄົງມີສະພາບ ເດີມໂດຍບໍ່ໄດ້ມີການດັດສ້າງ ຫຼື ຕົບແຕ່ງແຕ່ຢ່າງໃດເວົ້າໄດ້ວ່າ:“ ຍັງງົດງາມດ້ວຍທຳມະຊາດ ໂດຍ ແທ້ ” ຊຶ່ງການເປັນມົນສະເໜດຶງດູດຈິດໃຈຜູ້ທີ່ໄດ້ພົບເຫັນໃຫ້ຄິດຮອດ ຈົນຍາກທີ່ຈະລືມເພາະມີຫີນຕັ້ງທີ່ເກົ່າແກ່ກວ່າ 1.500 ປີຢັງຢາຍເປັນຈຳນວນຫຼາຍຢູ່ຕາມເສັ້ນທາງ ອັນຍາວຢຽດເທິງສັນພູສູງ ແລະພູທີ່ ປົກຫຸ້ມໄປດ້ວຍປ່າໄມ້ອັນຕຶບໜາ.

ຕາມການເລົ່າຂານກັນມາວ່າ: ຫີນຕັ້ງເຫຼົ່ານີ້ຖືກສ້າງຂຶ້ນດ້ວຍຫີນມີກາຊິດ, ຖືກຕັດແຕ່ງເປັນແຜ່ນ ບາງໆ ແລະຍາວ, ຖືກນຳມາຝັງລຽງລາຍກັນເປັນກຸ່ມ (ຫີນຕັ້ງທີ່ສູງກວ່າໝູ່ແມ່ນຖືກຝັງຢູ່ໃຈກາງກຸ່ມຊຶ່ງມີຄວາມສູງປະມານ 3 ແມັດ) ສ່ວນຢູ່ໃຕ້ດິນກໍມີອຸໂມງໃຫຍ່ ແລະເລິກ.ໃນປີ ຄສ 1930 ເພິ່ນໄດ້ຄົ້ນພົບວັດຖຸບູຮານຈຳນວນໜຶ່ງ ຢູ່ບໍລິເວນສວນອຸທິຍານແຫ່ງນີ້ເຊັ່ນ:ໂຖໃສ່ກະດູກເຮັດດ້ວຍດິນເຜົາດ້ານ ໃນປະກອບມີເຄື່ອງຫີນສຳລັບພິທີຝັງສົບແລະເຄື່ອງປະດັບທີ່ເຮັດດ້ວຍດິນເຜົາ.ໃນປະຈຸບັນ, ຫີນຕັ້ງຫົວພັນຍັງຄົງເຊື່ອງຊ້ອນຄວາມເລິກລັບໄວ້ໃຫ້ນັກຄົ້ນຄວ້າຮຸ້ນຫຼັງໄດ້ສືບຕໍ່ຄົ້ນຫາຄຳຕອບຕໍ່ໄປ.

ພາບ ເລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ