ເປີດກວ້າງການທ່ອງທ່ຽວລາວ-ຈີນ

ໃນວັນທີ 30 ພຶດສະພາ2019 ຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນກົມໂຄສະນາການທ່ອງທ່ຽວກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວ (ຖວທ) ຮ່ວມກັບສູນວັດທະນະທໍາຈີນປະຈໍາລາວ ແລະພະແນກວັດທະນະທໍາ ແລະທ່ອງທ່ຽວແຂວງເສສວນ ສປ ຈີນ ໄດ້ຈັດງານປາຖະກະຖາເພື່ອແນໃສ່ເປີດກວ້າງດ້ານການທ່ອງທ່ຽວລາວ-ຈີນ ແລະເພື່ອເສີມຂະຫຍາຍການຮ່ວມມືດ້ານ ການທ່ອງທ່ຽວກໍຄືການແລກປ່ຽນທາງດ້ານວັດທະນະທຳຂອງສອງປະເທດໂດຍການເຂົ້າຮ່ວມຂອງທ່ານ ບູນລັບ ດວງພູມີ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ເຕົ້າເຫວີຍປິງ (DOUWE IPING),ຫົວໜ້າພະແນກວັດທະນະທຳ ແລະທ່ອງທ່ຽວແຂວງເສ ສວນ,ສປ ຈີນ,ທ່ານ ນາງ ຕິ່ງຊິ່ງ ຫົວໜ້າສູນວັດທະນະທໍາຈີນປະຈໍາສປປລາວ,ມີບັນດາທ່ານຫົວໜ້າ ກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກຈາກກະຊວງ ຖວທແລະກະຊວງອ້ອມຂ້າງແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບູນລັບດວງພູມີ ໃຫ້ຮູ້ ວ່າ: ລາວ ແລະສປ ຈີນ ເປັນປະ ເທດທີ່ມີຊາຍແດນຕິດຈອດກັນທັງສອງປະເທດໄດ້ມີການພົວພັນກັນຢ່າງສະໜິດແໜ້ນທາງດ້ານການເມືອງ,ເສດຖະກິດແລະວັດທະນະທໍາ-ສັງຄົມມາເປັນເວລາຫຼາຍປີ ແລ້ວ.ຖ້າເວົ້າສະເພາະດ້ານການທ່ອງທ່ຽວລາວ ແລະຈີນໄດ້ມີການຮ່ວມມືກັນຢ່າງຕໍ່ເນື່ອງນັບທັງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວເຊັ່ນ:ການເປີດຖ້ຽວບິນຈາກລາວຫາບາງແຂວງ ຂອງຈີນຄື:ກວາງໂຈ, ໜານນິງ, ຄຸນໝິງ,ປັກກິ່ງ ແລະອື່ນໆ.ນອກນັ້ນໃນມໍ່ໆນີ້,ທັງສອງປະເທດກໍຈະໄດ້ ນຳໃຊ້ເສັ້ນທາງສາຍໃໝ່ນັ້ນກໍຄືເສັ້ນທາງລົດໄຟຄວາມໄວສູງລາວ-ຈີນຊຶ່ງຈະເປັນການອຳນວຍຄວາມສະດວກໃນການເດີນທາງໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດກໍຄືນັກທ່ອງທ່ຽວລາວ-ຈີນແລະສາກົນໃນອະນາຄົດ.

ໃນງານປາຖະກະຖາຄັ້ງນີ້, ໂດຍໄດ້ຮັບຟັງການບັນຍາຍຈາກທ່ານກູ້ຊ່ຽງກັ່ງໂດຍຜ່ານປະສົບການຕົວຈິງດ້ານການທ່ອງທ່ຽວຂອງແຂວງເສສວນ-ສປ ຈີນ ເພື່ອຊອກຫາ “ກຸນແຈຄໍາ”ໃນການພັດທະນາດ້ານການທ່ອງທ່ຽວຂອງລາວ,ຮ່ວມແບ່ງປັນຕະຫຼາດທີ່ຍິ່ງໃຫຍ່ຂອງທ່ອງທ່ຽວຈີນທີ່ເດີນທາງອອກຕ່າງປະ ເທດ, ຮ່ວມແລກປ່ຽນປະສົບການດ້ານການບໍລິການແກ່ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າ ສປ ຈີນ ຈາກທ່ານ ຫວງຜິງຄະນະບໍດີ ຄະນະບໍລິຫານມະຫາວິທະຍາໄລວິສະວະກໍາຂໍ້ມູນແຂວງເສສວນອີກດ້ວຍ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ