ພຣະທາດໂພ່ນ ອີກສະຖານທີ່ທ່ອງທ່ຽວອັນເກົ່າແກ່ ທາງວັດທະນະທໍາ

ປະເທດລາວເຮົາເປັນປະເທດທີ່ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທີ່ຢາຍກັນໄປຢູ່ແຕ່ລະແຂວງຊຶ່ງມີທັງທ່ອງທ່ຽວແບບທໍາມະຊາດ,ດ້ານວັດທະນະທໍາແລະທາງປະຫວັດສາດທີ່ໄດ້ຖືກຈັດສັນແລະເປີດໄວ້ເພື່ອບໍລິການໃຫ້ກັບບັນດານັກທ່ອງທ່ຽວທຸກຄົນໂດຍສະເພາະແມ່ນພຣະທາດໂພ່ນນີ້ເອງທີ່ເປັນທາດອັນເກົ່າແກ່ແລະຄູ່ບ້ານຄູ່ເມືອງກໍໃຫ້ຮັກສາໄວ້ສິ່ງເກົ່າແກ່ເຫຼົ່ານັ້ນໄວ້ບໍ່ໃຫ້ຈາງຫາຍໄປໂດຍເດັດຂາດ.ພຣະທາດໂພ່ນ ແມ່ນແຫຼ່ງທ່ອງທ່ຽວໜຶ່ງທີ່ມີຄວາມໂດດເດັ່ນ ແລະກາຍເປັນມໍລະດົກອັນເກົ່າແກ່ທາງດ້ານວັດທະນະທໍາເຂດບ້ານທາດໂພ່ນເມືອງໄຊພູທອງແຂວງສະຫວັນນະເຂດຫ່າງຈາກເທສະບານເມືອງໄປປະມານ 8 ກິໂລແມັດຕາມເສັ້ນທາງເລກທີ 13 ໃຕ້ ແລ້ວຈະມີທາງແຍກເຂົ້າໄປ ຊຶ່ງເປັນທາດໜຶ່ງທີ່ມີຄວາມສັກສິດ ແລະເປັນທີ່ເພິ່ງທາງສາສະໜາຂອງປະຊາຊົນໃນທ້ອງຖິ່ນແຫ່ງນີ້.

ຕາມການບອກເລົ່າຂອງປະຊາຊົນເຂດບ້ານທາດໂພ່ນໃຫ້ຮູ້ວ່າ: ພຣະທາດໂພ່ນ ຫຼື ເຈົ້າແທ່ນຄໍາເຫຼືອງໄດ້ສ້າງຂຶ້ນໃນຕອນຄໍ່າຂອງວັນພຸດ, ເດືອນ 12, ພສ 236, ສ້າງຂຶ້ນດ້ວຍຫີນເຂົ້າຈີ່, ເອີ້ນອີກຢ່າງໜຶ່ງວ່າຫີນໜາມໜໍ່ກໍ່ເປັນທາດອຸໂມງຊຶ່ງມີຄວາມກວ້າງດ້ານລະ 12 ວາ, ມາຮອດປະຈຸບັນນີ້ມີອາຍຸໄດ້ 2.500 ປີແລ້ວຈຶ່ງເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນມໍລະດົກອັນລໍ້າຄ່າ ແລະ ເປັນສົມບັດອັນມີຄ່າມິ່ງບ້ານມິ່ງເມືອງທາງດ້ານວັດທະນະທໍາທີ່ຕິດພັນກັບແບບແຜນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າມາແຕ່ດຶກ ດໍາບັນ.

ພຣະທາດໂພ່ນຍັງມີຕໍານານເລົ່າລືກັນມາວ່າແຕ່ກີ້ແຕ່ກ່ອນໄດ້ມີສາວົກຂອງພຣະພຸດທະເຈົ້າທີ່ມີພຣະນາມວ່າເວສາລີໄດ້ສະເດັດມາຈາກເມືອງລານໍ້າເພື່ອມາສະແດງທໍາໂຜດສັດຢູ່ໂພນຊ້າງສານໃຊ້ເວລາເຖິງ 7 ວັນ 7 ຄືນ, ໂດຍໄດ້ມີບັນດາເທວະດາ,ມະນຸດແລະອະມະນຸດມາຟັງເທດສະໜາເປັນຈໍານວນຫຼວງຫຼາຍ,ໃນເມື່ອຄົບ 7 ຄືນ 7 ວັນແລ້ວ,ພຣະອົງຈຶ່ງເກີດທວານໜັກ(ຖ່າຍໜັກ)ພຣະຍານາກທີ່ຢູ່ໃນຖໍ້າຈຶ່ງໄດ້ເນລະມິດສ້າງເວຈາກິດ (ທາດ) ຂຶ້ນມາໃຫ້ ເພິ່ນຖ່າຍໜັກໃສ່ໃນນັ້ນເພື່ອເປັນ ການບູຊາຕໍ່ໄປຈຶ່ງເປັນທີ່ມາຂອງຊື່ພຣະທາດໂພ່ນຈົນເທົ່າທຸກວັນນີ້.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ